ອາຍຸເປັນພຽງຕົວເລກ! ແມ່ຕູ້ອາຍຸ 103 ປີ ຊິ້ງລົດກາງຄືນ ພ້ອມໃບຂັບຂີ່ໝົດອາຍຸນຳອີກ


ເຈົ້າໜ້າທີ່ຕຳຫຼວດຂອງປະເທດອິຕາລີໄດ້ລາຍງານວ່າ ມີຍານພາຫະນະຄັນໜຶ່ງຂັບຂີ່ລົດດ້ວຍຄວາມໄວ ແລະ ອັນຕະລາຍໃຈກາງເມືອງ Bondeno ທີ່ມີປະຊາກອນອາໄສຢູ່ປະມານ 13.000 ຄົນໃກ້ກັບ Ferrara ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ສົ່ງຄົນໄປກວດສອບ ພ້ອມກັບປະຫຼາດໃຈຢ່າງຫຼວງຫຼາຍເມື່ອຮູ້ປີເກີດຄົນຂັບ.

ໂດຍຜູ້ຖືກຈັບຄືນາງ ຈູເຊບປິນາ ໂມລິຣາຣີ ເກີດໃນປີ 1920 ມື້ທີ່ເກີດເຫດເປັນມື້ທີ່ແມ່ຕູ້ໄດ້ອອກໄປສັງສັນກັບໝູ່ ແລະ ອາດຈະສັບສົນຢູ່ໃນຄວາມມືດ ແລະ ຫຼົງທາງ ເມື່ອທາງຕຳຫຼວດໄດ້ກວດສອບແລ້ວພົບວ່າໃບຂັບຂີ່ໝົດອາຍຸໄປ 2 ປີແລ້ວ ພ້ອມກັນນັ້ນ ໃນປະເທດອິຕາລີ ຜູ້ທີ່ອາຍຸ 80 ປີ ຂຶ້ນໄປ ຕ້ອງເຂົ້າກວດສຸຂະພາບທຸກໆ 2 ປີ ເພື່ອຕໍ່ໃບຂັບຂີ່.

ໂດຍ  ນາງ ຈູເຊບປິນາ ໂມລິຣາຣີ ຫຼື ແມ່ຕູ້ ໂມລິຣາຣີ ເອງໄດ້ຖືກຕຳຫຼວດປັບໃໝ ແລະ ນຳຕົວສົ່ງກັບເຮືອນ ພ້ອມຍັງກ່າວວ່າ ຫຼັງຈາກນີ້ຈະຊື້ລົດຈັກ ເວສປາ ມາຂັບແທນ ແຕ່ລະຫວ່າງນີ້ແມ່ນມີແຜນທີ່ຈະຖີບລົດຖີບໄປຢ້ຽມຢາມໝູ່ໄປກ່ອນນັ້ນເອງ!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/