ອັບເດດ! ປະທານມວຍ UFC ຢືນຢັນ ເສິກລະຫວ່າງ 2 CEO ເກີດແທ້ ພ້ອມຊີ້ ຈະເປັນເສິກທີ່ຍິ່ງໃຫຍ່ທີ່ສຸດໃນໂລກ


ນັບວ່າໃກ້ຄວາມຈິງຂຶ້ນເລື້ອຍໆ ກັບຄູ່ຊົກນັດຢຸດໂລກລະຫວ່າງ 2 CEO ຂອງ 2 ບໍລິສັດທີ່ຊົງອິດທິພົນຕໍ່ຄົນທົ່ວໂລກ ຢ່າງ ອີລອນ ມາກ ຜູ້ບໍລິຫານ Tesla, Space X, ເຈົ້າຂອງ Twitter ແລະ ມາກ ຊັກເກີເບີກ ເຈົ້າຂອງບໍລິສັດ Meta ທີ່ລວມທັງ Facebook, Instagram ແລະ WhatsApp. ຫຼັງ ດານາ ໄວ (Dana White) ປະທານຂອງ UFC ຫຼື ມວຍທີ່ຊົກກັນໃນກົງ ອອກມາເປີດເຜີຍວ່າ ລາວໄດ້ຕໍ່ສາຍໄປຫາທັງ 2 ​ຄົນ ແລະ ມວຍຄູ່ຢຸດໂລກນີ້ ຈະເກີດຂຶ້ນແນ່ນອນ.

ໂດຍເລື່ອງລາວທັງໝົດຂອງ 2 ຄົນທີ່ທ້າກັນຕໍ່ສູ້ ແມ່ນເກີດຂຶ້ນເມື່ອ ຕົ້ນອາທິດທີ່ຜ່ານມາ ຫຼັງຈາກ ອີລອນ ມາກ ໄດ້ທ້າທາຍ ມາກ ຊັກເກີເບີກ ໃຫ້ມາຂຶ້ນຊົກໃນກົງກັບຕົນເອງ ຜ່ານທາງ Twitter ກ່ອນທີ່ ມາກ ຊັກເກີເບີກ ຈະຕອບຮັບ ແລະ ເລີ່ມຈິງຈັງກັນຂຶ້ນເລື້ອຍໆ ຈົນມີຫຼາຍຝ່າຍອອກມາສະແດງຄວາມຄິດເຫັນໄປຕ່າງໆນານາ.

ໂດຍ ດານາ ໄວ ໄດ້ເປີດເຜີຍກັບສຳນັກຂ່າວ TMZ Sport ວ່າ: ຂ້ອຍໄດ້ລົມເລື່ອງນີ້ກັບ ມາກ ຊັກເກີເບີກ ເຊິ່ງຜູ້ບໍລິຫານໜຸ່ມຄົນນີ້ ອອກອາການຕົກໃຈເລັກໜ້ອຍ ແລະ ຖາມກັບມາວ່າ “ນີ້ແມ່ນເລື່ອງແທ້ແມ່ນບໍ່?” ຂ້ອຍເລີຍໂທໄປຫາ ອີລອນ ມາກ ເພື່ອຂໍຄໍາຢືນຢັນ ເຊິ່ງຄໍາຕອບທີ່ໄດ້ກໍຄື ເອົາແທ້ແນ່ນອນ.

ຖ້າເສິກການຕໍ່ສູ້ດັ່ງກ່າວເກີດຂຶ້ນແທ້ ດານາ ໄວ ຜູ້ຈັດກໍແນ່ນອນວ່າ ຢາກຈັດງານນີ້ໃຫ້ເກີດຂຶ້ນແທ້ໃຫ້ໄວທີ່ສຸດ ເພາະນີ້ແມ່ນໂອກາດທາງທຸລະກິດ ທີ່ຈະສ້າງຊື່ສຽງ ແລະ ຕອບແທນລາວຢ່າງມະຫາສານ. ດານາ ໄວ ເປີດເຜີຍວ່າ ປົກກະຕິແລ້ວການຈ່າຍເພື່ອເບິ່ງການແຂ່ງຂັນ ຫຼື pay per view ຈະຕົກຢູ່ທີ່ຄົນລະ 80 ໂດລາ ແລະ ຖ້າເສິກນີ້ເກີດຂຶ້ນລາວຈະຕັ້ງລາຄາເປັນ ຄົນລະ 100 ໂດລາ ເຊິ່ງສູງທີ່ສຸດໃນປະຫວັດສາດ UFC.

ດານາ ໄວ ກ່າວອີກວ່າ: ການແຂ່ງຂັນຄັ້ງນີ້ ຈະເປັນເສິກຢຸດໂລກ ໃນປະຫວັດສາດການຖ່າຍທອດສົດມວຍ ແລະ ມັນຈະທຳລາຍທຸກສະຖິຕິການຈ່າຍເງິນເພື່ອເຂົ້າເບິ່ງທັງໝົດ ແລະ ແນ່ນອນວ່າລາຄາມັນຕ້ອງສູງກວ່າປົກກະຕິ. ດານາ ໄວ ເປີດເຜີຍອີກວ່າ ຕອນນີ້ ລາວ ແລະ ທີມງານກຳລັງເຮັດວຽກຈັດກຽມລາຍລະອຽດກ່ຽວກັບສັງວຽນຂອງທັງ 2 CEO ນີ້ ທັງຮູບແບບການແຂ່ງຂັນ, ສະຖານທີ່, ເວລາ ແລະ ລາຍລະອຽດອື່ນໆ.

ໂດຍປົກກະຕິແລ້ວ ການແຂ່ງຂັນມວຍຄູ່ພິເສດ ນັກມວຍທັງ 2 ຈະໄດ້ສ່ວນແບ່ງຈາກ Pay per view ໄປນຳ ເຊິ່ງສະຖິຕິສູງສຸດສຳລັບ Pay per view ໃນຕອນນີ້ກໍຄື ເສິກໃນປີ 2018 ຄູ່ລະຫວ່າງ ຟອຍ ເມເວເທີ ຈູເນຍ ຊົກກັບ ຄໍເນີ ແມັກໄກວເກີ ເຊິ່ງຄູ່ນີ້ກວາດລາຍໄດ້ສະເພາະ Pay per view ໄປເຖິງ 600 ລ້ານໂດລາ ແລະ ຜູ້ຊະນະຢ່າງ ຟອຍ ເມເວເທີ ກໍໄດ້ເງິນໄປ 275 ລ້ານໂດລາ ຂະນະທີ່ ຜູ້ປະລາໄຊຢ່າງ ຄໍເນີ ແມັກໄກວເກີ ກໍໄດ້ເງິນເຂົ້າກະເປົາໄປເຖິງ 85 ລ້ານໂດລາ.

ຕາມທີ່ພວກເຮົາຮູ້ກັນດີ ທັງ 2 CEO ນີ້ ຖືເປັນບຸກຄົນທີ່ສຳຄັນຂອງໂລກ ແລະ ມີຖານະຮັ່ງມີທີ່ສຸດອັນດັບຕົ້ນຂອງໂລກ ດານາ ໄວ ຈຶ່ງເປີດເຜີຍວ່າ ການແຂ່ງຂັນຄັ້ງນີ້ ອາດຈັດຂຶ້ນໃນຮູບແບບເພື່ອການກຸສົນ ເຊັ່ນນຳເງິນລາຍໄດ້ຈາກສ່ວນແບ່ງໄປແຈກຢາຍໃຫ້ຕາມມູນນິທິ ທີ່ທັງ 2 ​ຄົນຕ້ອງການ.

ແຕ່ຢ່າງໃດກໍຕາມ ອີງຈາກ ອາຍຸ ຮູບຮ່າງ ນໍ້າໜັກ ແລະ ພື້ນຖານທາງກິລາ ຂອງທັງ 2 ​ຄົນ ກໍຕ້ອງບອກວ່າ ແຕກຕ່າງກັນພໍສົມຄວນ ໂດຍຜູ້ທີ່ຖືກເບິ່ງວ່າໄດ້ປຽບກວ່າ ກໍແມ່ນຝັ່ງຂອງ CEO ໜຸ່ມ ອາຍຸ 39 ປີ ຢ່າງ ມາກ ຊັກເກີເບີກ ທີ່ເຄີຍແລ່ນ 5 ກິໂລໃນ 20​ ນາທີ ແຖມຍັງເຄີຍຄວ້າຮາງວັນໃນການແຂ່ງຂັນ ບຣາຊິວລຽນ ຈູຈິດຊູ ມາແລ້ວ.

ໃນຂະນະທີ່ອີກຝ່າຍໜຶ່ງ ຢ່າງ ອີລອນ ມາກ ອາຍຸ 51 ​ປີ ທີ່ເຄີຍອອກມາອ້າງວ່າ ຕົນນັ້ນເຝິກຝົນ ຢູໂດ ແລະ ຄຽວຄຸຊິນ ເຊິ່ງເປັນອີກສາຍໜຶ່ງຂອງ ຄາຣາເຕ້ ແຖມຍັງເຄີຍອອກມາທ້າໃຫ້ ປະທານາທິບໍດີ ປູຕິນຂອງ ຣັດເຊຍ ໃຫ້ມາສູ້ກັບຕົນເອງ ເພື່ອແລກກັບ ຢູເຄຣນມາແລ້ວ. ແຕ່ທັງໝົດນີ້ ກໍເປັນພຽງການກ່າວອ້າງຂອງລາວຜ່ານ Twitter ເທົ່ານັ້ນ ບໍ່ມີຫຼັກຖານອື່ນມາຢືນຢັນແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ: CNBC, Tmzsport

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/