ທ້າຍປີ 2022 ລາວມີໜີ້ສິນຕ່າງປະເທດ 10,2 ຕື້ໂດລາ ແຕ່ ທ່ານ ສອນໄຊ ຮັບປະກັນບໍ່ໃຫ້ປະເທດລາວຕົກເຂົ້າເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້


ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2023. ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານສະພາບພາຍໃນປະເທດກ່ຽວກັບເສດຖະກິດ-ສັງຄົມ ແລະ ລາຍງານງົບປະມານ ການຊຳລະໜີ້ສິນຕ່າງໆ.

ການແກ້ໄຂໜີ້ສິນ: ລັດຖະບານ ໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມຄອງ ແລະ ແກ້ໄຂບັນຫາໜີ້ສິນ ໄປຕາມຂອບແຜນທີ່ໄດ້ກຳນົດໄວ້ ແລະ ສາມາດປະຄັບປະຄອງໃນການຊຳລະໜີ້ສິນໄດ້ ຮັບປະກັນບໍ່ໃຫ້ປະເທດເຮົາຕົກເຂົ້າເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້ ໂດຍສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ດ້ວຍການເຈລະຈາດັດແກ້ໂຄງສ້າງໜີ້ສິນ ແລະ ເລື່ອນໄລຍະເວລາການຊຳລະອອກໄປຕື່ມ.

ພ້ອມກັນນັ້ນ ກໍໄດ້ເຈລະຈາດັດແກ້ໂຄງສ້າງໜີ້ກູ້ຢືມເງິນຈາກລັດຖະບານ ແລະ ທະນາຄານໃນເມື່ອກ່ອນ ໃຫ້ດັດແກ້ສັນຍາເງິນກູ້ ໂດຍດັດແກ້ຈາກໄລຍະເວລາເລີ່ມຊຳລະຕົ້ນທຶນໃນປີ 2028 ມາໃຫ້ເລີ່ມຊຳລະໃນປີ 2023 ເປັນຕົ້ນໄປ. ເຊິ່ງສາມາດໄດ້ເງິນຈາກບັນດາບໍລິສັດດັ່ງກ່າວ ມາແກ້ໄຂໜີ້ສິນປະມານ 40 ກວ່າລ້ານໂດລາສະຫະລັດ. ນອກຈາກນັ້ນ ກໍໄດ້ເຈລະຈາດັດແກ້ສັນຍາເງິນກູ້ກັບ 5 ກຸ່ມບໍລິສັດໃຫຍ່ ກວມເອົາ 90% ຂອງຍອດໜີ້ 17 ບໍລິສັດ ທີ່ກູ້ຢືມນຳລັດຖະບານ ແລະ ທະນາຄານໃນເມື່ອກ່ອນ, ເຊິ່ງຕາມສັນຍາດັດແກ້ປີນີ້ ຄາດວ່າຈະໄດ້ເງິນຕົວຈິງປະມານ 30% ຂອງມູນຄ່າທີ່ໄດ້ເຊັນສັນຍາດັດແກ້ນັ້ນ, ເຊິ່ງເປັນການປະກອບສ່ວນເພີ່ມຄັງສຳຮອງເງິນຕາຂອງລັດຖະບານ.

ພ້ອມນັ້ນ ກໍໄດ້ສຸມໃສ່ການແກ້ໄຂໜີ້ສິນໂຄງການລົງທຶນລັດ ດ້ວຍຮູບການອວ່າຍໜີ້ 3 ແຈ 8.000 ຕື້ກີບ ສາມາດຈັດສັນສຳເລັດແລ້ວ ແລະ ປະຕິບັດໄດ້ 600 ຕື້ກີບ. ປັດຈຸບັນແມ່ນຢູ່ໃນຂັ້ນຕອນເຈົ້າຂອງໂຄງການສົ່ງບັນຊີໂຄງການລົງທຶນຂອງລັດທີ່ຕິດພັນກັບເງິນກູ້ ຈາກທະນາຄານທຸລະກິດ ເພື່ອກວດກາພິຈາລະນາ ແລະ ຢັ້ງຢືນການອວ່າຍໜີ້ຕົວຈິງ. ຈາກນັ້ນ ຈຶ່ງພິຈາລະນາ ແລະ ຈັດສັນທຶນຕາມເງື່ອນໄຂທີ່ໄດ້ກຳນົດໄວ້.

ຂໍ້ມູນ ແລະ ຮູບພາບຈາກ:

ໂທລະພາບແຫ່ງຊາດລາວ ທຊລ 1

ຜູ້ແທນປະຊາຊົນ Phouthen Pasaxon News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/