ອີງຕາມຂໍ້ມູນຈາກເວັບໄຊ CoinMarketCap ພົບວ່າ “XRP ໄດ້ຂຶ້ນຄອງຕຳເເໜ່ງຫຼຽນທີ່ມີການຊື້ຂາຍຫຼາຍທີ່ສຸດໃນ Bithumb” ເຊິ່ງເປັນ crypto exchange ທີ່ໃຫຍ່ທີ່ສຸດຂອງເກົາຫຼີໃຕ້ ໂດຍມີປະລິມານການຂາຍສິນຊັບ Crypto ລາຍວັນຢູ່ທີ່ 205 ລ້ານໂດລາ ເເລະ ມີ Crypto ຫຼາຍເຖິງ 170 ສະກຸນເງິນດິຈິຕອລ.
ໃນ Crypto exchange Bithumb, ມີຄູ່ເທຣດ XRP/KRW ຄິດເປັນ 26% ຂອງປະລິມານການຊື້ຂາຍທັງໝົດ ໂດຍມີມູນຄ່າຢູ່ທີ່ 37.619.722 ໂດລາ ແລະ ຍັງຄົງເປັນຊັບສິນທີ່ມີການຊື້ຂາຍຫຼາຍທີ່ສຸດໃນເເພລັດຟອມນີ້, ເເຊງໜ້າຫຼຽນຢ່າງ Bitcoin (BTC).

ນອກຈາກນີ້ XRP ຍັງຄອງຕຳເເໜ່ງການຊື້ຂາຍຊັບສິນດິຈິຕອລໃນ Upbit, ເຊິ່ງເປັນ Crypto exchange ຊັ້ນນໍາອີກເເຫ່ງຂອງເກົາຫຼີໃຕ້, ເຊິ່ງມີຄູ່ເທຣດ XRP/KRW ກວມເອົາ 17.26% ຂອງປະລິມານການຊື້ຂາຍທັງໝົດ ໂດຍມີມູນຄ່າຢູ່ທີ່ 149.157.173 ໂດລາ.
ໂດຍລາຄາຂອງ XRP ໄດ້ເພີ່ມຂຶ້ນ 4,37% ໃນ 24 ຊົ່ວໂມງທີ່ຜ່ານມາ ເເລະ ມີການຊື້ຂາຍກັນຢູ່ທີ່ 0,466 ໂດລາ ແລະ ເພີ່ມຂຶ້ນອີກ 10,34% ໃນໄລຍະ 7 ມື້ທີ່ຜ່ານມາ, ອີງຕາມຂໍ້ມູນຈາກ Coinmarketcap
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/