ກັບມາຢ່າງສົມສັກສີ! Johnny Depp ໄດ້ຮັບສຽງຕົບມືດົນຮອດ 7 ນາທີ ທີ່ເທສະການຮູບເງົາເມືອງຄານ


Variety ໄດ້ລາຍງານວ່າ Johnny Depp ນັກສະແດງຮຸ່ນໃຫຍ່ ອາຍຸ 59 ປີໄດ້ກັບມາໂດດເດັ່ນອີກຄັ້ງໃນເວທີຮູບເງົາລະດັບໂລກ ໂດຍຮູບເງົາເລື່ອງ Jeanne du Barry ທີ່ໄດ້ຮັບບົດເປັນພະເຈົ້າຫຼຸຍທີ 15​ (King Louis XV) ແຫ່ງຝຣັ່ງ ໄດ້ສາຍຮອບພຣີມຽມໃນເທສະການຮູບເງົາເມືອງຄານ (Cannes Film Festival) ແລະ ໄດ້ຮັບສຽງຕົບມືຈາກຜູ້ຊົມຮອດ 7 ນາທີ.

ເຫດການໃນເທື່ອນີ້ ເຮັດໃຫ້ Johnny Depp ເຖິງກັບຫຼັ່ງນ້ຳຕາດ້ວຍຄວາມດີໃຈ ເພາະຜົນງານໃນເທື່ອນີ້ຂອງ Johnny Depp ຖ່າຍທຳໃນເວລາດຽວກັນກັບການໄຕ່ສວນໃນຊັ້ນສານຈາກຄະດີໝິ່ນປະໝາດອະດີດພັນລະຍາ Amber Heard ເຊີ່ງຫຼັງຈາກສາຍຮູບເງົາຈົບແລ້ວ ທຸກຄົນໄດ້ລຸກຂຶ້ນຕົບມືຍ້ອງຍໍໃຫ້ຍາວນານຮອດ 7 ນາທີ.

Johnny Depp ຮູ້ສືກດີໃຈກັບການຕອບຮັບເປັນຫຼາຍຫຼວງຫຼາຍໂດຍທີ່ເຂົາໄດ້ໂບກມືທັກທາຍຈາກລະບຽງບ່ອນນັ່ງ. ໃນສ່ວນຂອງ Maïwenn ຜູ້ກຳກັບຮູບເງົາເລື່ອງ Jeanne du Barry ເຖິງກັບກັ້ນນ້ຳຕາໄວບໍ່ຢູ່ ພ້ອມກັບໄດ້ກ່າວກັບຜູ້ຊົມໃນໂຮງຮູບເງົາວ່າ “ຂ້ອຍຕ້ອງການແບ່ງປັນເວລານີ້ກັບຄົນຮັກ, ຜູ້ອຳນວຍການສ້າງ ແລະ ທີມງານຂອງຂ້ອຍທຸກຄົນໃນໂຮງຮູບເງົາແຫ່ງນີ້ ລວມໄປຮອດ Le Pacte (ບໍລິສັດຈັດຈຳໜ່າຍຮູບເງົາຈາກຝຣັ່ງ) ຮູບເງົາເລື່ອງນີ້ເປັນງານສ້າງທີ່ມີຄວາມຍາກລຳບາກໃນການຈັດງົບປະມານການສ້າງທີ່ຄ່ອນຂ້າງສູງ”

ຫຼັງຈາກທີ່ກອບກູ້ຊື່ສຽງຂອງຕົນເອງກັບມາຈາກຫຼາຍໆບັນຫາທີ່ຜ່ານມາ ເຖິງແມ່ນວ່າ Johnny Depp ຈະຊະນະຄະດີໃນເທື່ອນີ້ ແຕ່ກໍຍັງຖືກ Studio ຮູບເງົາຍັກໃຫຍ່ຫຼາຍແຫ່ງຍົກເລີກສັນຍາໄປກ່ອນໜ້າທີ່ເຂົາກຳລັງຈະສູ້ຄະດີ. ແຕ່ການກັບມາ Johnny Depp ໄດ້ເລືອກບົດບາດການສະແດງໃນຮູບເງົາທຶນສ້າງຈາກຢູໂຣບເລື່ອງ Jeanne du Barry ເພາະມີຄວາມຄວາມຫຼົງໃຫຼໃນປະເທດຝຣັ່ງ.

ສ່ວນຜົນງານຕໍ່ໄປຂອງ Johnny Depp ຈະຮັບບົດນຳໃນຮູບເງົາຊີວະປະຫວັດຂອງ Amedeo Modigliani ທີ່ຍັງຄົງມາຈາກທຶນສ້າງຂອງຢູໂຣບ ໂດຍເນື້ອເລື່ອງຈະເວົ້າເຖິງຈິດຕະກອນຊາວ ອິຕາລີ ທີ່ຖືກກ່າວຫາວ່າລົ້ມເຫຼວ ແລະ ເກີດເຫດການຂຶ້ນຢ່າງຫຼວງຫຼາຍໃນເວລາ 48 ຊົ່ວໂມງ ທີ່ປ່ຽນໃຫ້ເຂົາກາຍເປັນຈິດຕະກອນລະດັບຕຳນານໃນເວລາຕໍ່ມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/