ຫວຽດນາມ ຈັດງານລ້ຽງວັນຊາດຢ່າງຄຶກຄື້ນຄົບຮອບ 77 ປີ ທີ່ນະຄອນຫຼວງວຽງຈັນ

ຫວຽດນາມ

ຕອນຄໍ່າວັນທີ 2 ກັນຍາ 2022 ທີ່ໂຮງແຮມເມື່ອງແທງ ນະຄອນຫລວງວຽງຈັນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022) ດ້ວຍບັນຍາກາດອັນຄຶກຄື້ນ.

ເຂົ້າຮ່ວມໃນງານລ້ຽງມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍການນຳຂັ້ນສູງພັກ, ລັດ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍຊາວຫວຽດນາມທີ່ດໍາລົງຊີວິດຢູ່ລາວ.

ທ່ານ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວໄດ້ກ່າວຄໍາປາໄສ ຫວນຄືນມູນເຊື້ອວັນຊາດ ທີ 2 ກັນຍາບາງຕອນວ່າ: ກ່ອນໜ້ານີ້ 77 ປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ໄຊຊະນະ ໃນການປະຕິວັດເດືອນສິງຫາປະຫວັດສາດ, ຍາດອຳນາດການປົກຄອງສູ່ກຳມືຂອງປະຊາຊົນ ແລະ ຢູ່ທີ່ສວນສະໜາມບາດິ່ງ, ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ ສະຖາປະນາ ລັດຫວຽດນາມປະຊາທິປະໄຕ ສາທາລະນະ, ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ. ນີ້ແມ່ນຂີດໝາຍທີ່ເປັນແສງປະກາຍໃນປະຫວັດສາດຂອງຊົນຊາດຫວຽດນາມ, ນຳພາຫວຽດນາມກ້າວເຂົ້າສູ່ສັງກາດໃໝ່ “ສັງກາດແຫ່ງ ເອກະລາດ, ເສລີພາບ, ເປັນເຈົ້າຊະຕະກຳຂອງຕົນເອງ”.

ນັບແຕ່ນັ້ນມາເຖິງປັດຈຸບັນ, ປະຊາຊົນຫວຽດນາມໄດ້ຜ່ານບົນເສັ້ນອັນທາງ 30 ປີ ແຫ່ງການຕໍ່ສູ້ລຳບາກຍາກເຂັນເພື່ອປົກປ້ອງເອກະລາດ, ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນດຽວ ແລະ ຂ້າມຜ່ານ 47 ປີ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄຖ້ວນ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບປອດໄພ. ບົນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ຄວາມສູນເສຍ, ຄວາມເຈັບປວດ ແຕ່ກໍເຕັມໄປດ້ວຍຄວາມສະຫງ່າອົງອາດນັ້ນ, ປະຊາຊົນຫວຽດນາມພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ໄດ້ສ້າງວິລະກຳອັນເລີດລ້ຳລືຊາສະໜັ່ນຫວັ່ນໄຫວໄປທົ່ວໂລກຂຶ້ນ, ບັນລຸໄດ້ຜົນສຳເລັດອັນສຳຄັນຍິ່ງ ເອກອ້າງທະນົງໃຈໃນພາລະກິດແຫ່ງການປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ ຈາກປະເທດທີ່ເປັນຫົວເມືອງຂຶ້ນທີ່ທຸກຍາກຫຼ້າຫຼັງ, ປັດຈຸບັນ ຫວຽດນາມແມ່ນປະເທດໜຶ່ງພວມພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສິດເສລີພາບ, ປະຊາທິປະໄຕໄດ້ຮັບປະກັນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີສະຖຽນລະພາບ, ການເມືອງ-ສັງຄົມມີຄວາມໝັ້ນຄົງ, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໄດ້ຮັບເພີ່ມທະວີ, ຖານະ ແລະ ອິດທິພົນສາກົນຂອງຫວຽດນາມນັບມື້ນັບສູງ.

ຫວຽດນາມ

ທ່ານ ຫງວຽນ ບ໋າຮຸ່ງ ກ່າວຕໍ່ໄປວ່າ: ຫວຽດນາມໄດ້ຜ່ານ 2 ປີແຫ່ງການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍຄວາມທຸ່ມເທສຸດກໍາລັງ ຢ່າງໜ້າປະທັບໃຈ, ແມ່ນໜຶ່ງໃນສາມປະເທດທີ່ມີລະດັບຄວາມທົ່ວເຖິງໃນການສັກວັກຊີນສູງກວ່າໝູ່ໃນໂລກ, ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຢູ່ທະວີບອາຊີ ທີ່ມີການເຕີບໂຕດ້ານເສດຖະກິດເປັນບວກ ດ້ວຍລະດັບສະເລ່ຍໃນ 2 ປີ ແມ່ນເກືອບ 2%, ສ້າງທ່ວງທ່າໃຫ້ແກ່ຫວຽດນາມເປີດປະເທດໂດຍໄວໃນຕົ້ນປີ 2022, ເຮັດໃຫ້ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດກັບຄືນສູ່ສະພາບປົກກະຕິຄືດັ່ງເວລາກ່ອນມີການແຜ່ລະບາດຂອງພະຍາດ. ຂ້າພະເຈົ້າແບ່ງປັນມາຍັງບັນດາທ່ານແຂກບາງຕົວເລກເປັນຂ່າວດີ: 7 ເດືອນຕົ້ນປີ 2022 ການເຕີບໂຕຂອງ GDP ບັນລຸກວ່າ 6%; ວົງເງິນການນຳເຂົ້າ-ສົ່ງອອກສິນຄ້າບັນລຸກວ່າ 431,94 ຕື້ ໂດລາສະຫະລັດ (ເພີ່ມ 14.8% ທຽບໃສ່ໄຕມາດດຽວກັນໃນປີ 2021), ແຂກທ່ອງທ່ຽວສາກົນມາຫວຽດນາມແມ່ນເກືອບ 1 ລ້ານຖ້ຽວຄົນ (ຫຼາຍກວ່າ 10 ທົບທຽບໃສ່ໄຕມາດດຽວກັນໃນປີ 2021) ແລະ ນັບເປັນລ້ານຖ້ຽວແຂກທ່ອງທ່ຽວພາຍໃນ, ດຶງດູດທຶນ 11.57 ຕື້ໂດລາສະຫະລັດ ສໍາລັບລົງທຶນຕ່າງປະເທດໂດຍກົງ (ເພີ່ມ 10.2%), ລັດຖະບານຄວບຄຸມເງິນເຟີ້ເປັນຢ່າງດີ ແລະ ເຮັດໃຫ້ລາຄານ້ຳມັນເຊື້ອໄຟສະຫງົບ ເຂົ້າສູ່ພາວະປົກກະຕິຢ່າງວ່ອງໄວ.

ບົນພື້ນຖານຈິດໃຈ “ຫວຽດນາມຢາກຈະເປັນເພື່ອນກັບທຸກໆປະເທດໃນວົງຄະນາຍາດສາກົນ, ສູ້ຊົນເພື່ອຄວາມສັນຕິພາບ, ເອກະລາດ ແລະ ພັດທະນາ”, ສາຍພົວພັນຕ່າງປະເທດຂອງຫວຽດນາມສືບຕໍ່ໄດ້ເພີ່ມທະວີ. ມາເຖິງປັດຈຸບັນ, ຫວຽດນາມໄດ້ມີສາຍພົວພັນກັບ 190/193 ປະເທດທີ່ເປັນສະມາຊິກຂອງສະຫະປະຊາຊາດ, 500 ອົງການຈັດຕັ້ງສາກົນ, ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ (ເປັນປະເທດດຽວໃນອາຊີອາຄະເນສ້າງຂອບສາຍພົວພັນລະດັບນີ້ກັບທັງໝົດ 5 ປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ); ມີສາຍພົວພັນດ້ານເສດຖະກິດກັບ 224 ຄູ່ຮ່ວມມື, ເຂົ້າຮ່ວມ 90 ສົນທິສັນຍາການຄ້າສອງຝ່າຍ, ເກືອບ 60 ສົນທິສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນ, ລົງນາມ ແລະ ປະຕິບັດ 17 ສົນທິສັນຍາການຄ້າເສລີ (AFT), ເປັນຕົ້ນແມ່ນຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາປະເທດແຖວໜ້າຂອງພາກພື້ນໃນການສ້າງບັນດາຂອບການຮ່ວມມືດ້ານເສດຖະກິດຫຼາຍຝ່າຍ; ເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນຫຼາຍລະດັບ ແລະ ຫຼາຍຮູບແບບຜ່ານການເຂົ້າຮ່ວມບັນດາກົນໄກລະບຽບການເສດຖະກິດໂລກຢ່າງຕັ້ງໜ້າ ແລະ ເລິກເຊິ່ງກວ່າ, ຕັ້ງໜ້າຜັນຂະຫຍາຍຢ່າງມີປະສິດທິຜົນບັນດາສົນທິສັນຍາການຄ້າເສລີ, ໃນນັ້ນມີການລົງນາມບັນດາສົນທິສັນຍາລຸ້ນໃໝ່ຂອງໂລກ (CPTPP) ແລະ ພາກພື້ນ (RCEP, EVFTA, EVIPA); ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາຄວາມສັນຕິພາບຂອງສະຫະປະຊາຊາດ; ເປັນເຈົ້າການ, ຕັ້ງໜ້າເພື່ອສ້າງບັນດາກົນໄກລະບຽບການ, ກົດໝາຍ, ບັນທັດຖານຫຼາຍຝ່າຍ, ຕັ້ງໜ້າມີບົດບາດໃນບັນດາກົນໄກຄຸ້ມຄອງບໍລິຫານທົ່ວໂລກ. ພິເສດ, ປີນີ້ ເປັນຄັ້ງທຳອິດ ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມຄົບຄະນະປະຈຳປີ ແລະ ກອງປະຊຸມສະຫະສະມາຄົມບັນດາໃຈກາງຮັກສາຄວາມສັນຕິພາບອາຊີ-ປາຊີຟີກ ໄດ້ສຳເລັດຢ່າງຈົບງາມ; ຫວຽດນາມໄດ້ສຳເລັດຢ່າງດີເລີດໃນບົດບາດສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສະຫະປະຊາຊາດສະໄໝ 2020 – 2021, ຜ່ານນັ້ນ ສະແດງຢ່າງມີຊີວິດຊີວາພາບພົດຂອງປະເທດຫວຽດນາມຮັກຫອມສັນຕິພາບ, ເຄົາລົບກົດໝາຍສາກົນ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃຫ້ແກ່ຄວາມສັນຕິພາບ, ການຮ່ວມມື, ພັດທະນາ ແລະ ກ້າວໜ້າໃນໂລກ.

ບົນເສັ້ນທາງ 77 ປີຜ່ານມາ, ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍຊາດ, ເຕົ້າໂຮມປະເທດຊາດ ກໍຄືພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ, ຫວຽດນາມຍາມໃດກໍໄດ້ຮັບການບິແບ່ງ, ສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງທັງດ້ານຈິດໃຈ ແລະ ວັດຖຸ ຈາກບັນດາປະເທດໃນໂລກ ແລະ ຈາກຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນ. ປະຊາຊົນຫວຽດນາມຍາມໃດກໍຈາລຶກ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດ.

ຫວຽດນາມ

ປີນີ້, ຫວຽດນາມສະເຫຼີມສະຫຼອງວັນຊາດ ທ່າມກາງບັນຍາກາດອັນຟົດຟື້ນຂອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ. ແຕ່ຕົ້ນປີມາເຖິງປັດຈຸບັນ, ໃນທົ່ວປະເທດລາວ ແລະ ຫວຽດນາມ ໄດ້ຈັດນັບຮ້ອຍກິດຈະກຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຄົບຮອບ 45 ປີ (18/7/1977) ລະຫວ່າງສອງປະເທດ. ຜ່ານບັນດາກິດຈະກຳນີ້, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ນັບມື້ນັບໄດ້ແຜ່ລາມ, ເຊື່ອມຊຶມເຂົ້າຢ່າງເລິກເຊິ່ງ ໃນຊັ້ນຄົນປະຊາຊົນຂອງສອງປະເທດ, ເພີ່ມທະວີກຳລັງຜັກດັນກວ່າເກົ່າ ນຳພາສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນ ແລະ ຍືນຍົງ.

ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ຢູ່ໃນທ່ວງທ່າພັດທະນາອັນຈົບງາມ, ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ; ການຮ່ວມມືເສດຖະກິດໄດ້ເພີ່ມທະວີດ້ານຄຸນະພາບ ແລະ ເຊື່ອມຈອດລະຫວ່າງສອງພື້ນຖານເສດຖະກິດໄດ້ປະຕິບັດຢ່າງແຂງແຮງ. ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນ. ເຖິງແມ່ນວ່າສະພາບການໂລກ ແລະ ພາກພື້ນມີການປ່ຽນແປງແນວໃດກໍຕາມ, ສອງຊົນຊາດພວກເຮົາຍາມໃດກໍຄຽງບ່າຄຽງໄຫຼ່, ບິແບ່ງ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພື່ອຄວາມຜາສຸກ, ອີ່ມໜຳສຳລານຂອງປະຊາຊົນ.

ຂໍ້ມູນຈາກ:

https://cutt.ly/8CsLUW5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ