ຫວຽດນາມ ຂຶ້ນແທ່ນເສດຖະກິດໃຫຍ່ທີ່ເຕີບໂຕໄວທີ່ສຸດໃນອາຊຽນ Q2
ເສດຖະກິດຫວຽດນາມສ້າງຜົນງານໂດດເດັ່ນດ້ວຍການຂຶ້ນເປັນເສດຖະກິດໃຫຍ່ທີ່ເຕີບໂຕໄວທີ່ສຸດໃນອາຊຽນ ໃນໄຕມາດ 2 ຂອງປີ 2026 ທີ່ລະດັບ 8,4% ລື່ນຄາດໝາຍ ພ້ອມຍູ້ແຮງການລົງທຶນຕ່າງປະເທດໃຫ້ພຸ່ງຂຶ້ນຢ່າງແຂງແກ່ນ ແລະ ປູທາງສູ່ການບັນລຸເປົ້າໝາຍການເຕີບໂຕສູງເຖິງ 11% ໃນປີ 2027.
ສຳນັກຂ່າວສາກົນຊັ້ນນຳໄດ້ເຜີຍແຜ່ບົດວິເຄາະໃນແງ່ບວກຕໍ່ເສດຖະກິດຫວຽດນາມ ໂດຍສຳນັກຂ່າວ AFP ລາຍງານວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນໄຕມາດ 2 ປີ 2026 ຂະຫຍາຍຕົວສູງເຖິງ 8,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງລື່ນການຄາດຄະເນເດີມທີ່ 7% ສົ່ງຜົນໃຫ້ເຄິ່ງທຳອິດຂອງປີ GDP ເຕີບໂຕສະເລ່ຍ 8,2%.
ປັດໄຈຂັບເຄື່ອນຫຼັກມາຈາກຂະແໜງອຸດສາຫະກຳ, ການກໍ່ສ້າງ, ການຟື້ນຕົວຂອງຂະແໜງການຜະລິດ ແລະ ຄວາມຕ້ອງການບໍລິໂພກພາຍໃນປະເທດ.
ຈັງຫວະການເຕີບໂຕອັນແຂງແກ່ນນີ້ສະທ້ອນໃຫ້ເຫັນຢ່າງຊັດເຈນຜ່ານຕົວເລກການຄ້າ ແລະ ການລົງທຶນຈາກຕ່າງປະເທດ (FDI), ໂດຍມູນຄ່າການສົ່ງອອກໃນ 6 ເດືອນຕົ້ນປີ 2026 ບັນລຸ 266,5 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 21% ຂະນະທີ່ເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນເຖິງ 61% ບັນລຸ 34,65 ຕື້ໂດລາສະຫະລັດ.
ຂະນະດຽວກັນ ສຳນັກຂ່າວຊິນຮວາ ໄດ້ອ້າງອີງບົດລາຍງານຈາກທະນາຄານ ສະແຕນດາດ ຊາດເຕີດ (Standard Chartered) ທີ່ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 9,5% ໃນປີ 2026 ແລະ ອາດພຸ່ງສູງເຖິງ 11% ໃນປີ 2027 ພ້ອມທັງປັບຫຼຸດອັດຕາເງິນເຟີ້ປີ 2026 ລົງເຫຼືອ 4,4% ເຊິ່ງຊ່ວຍໃຫ້ນະໂຍບາຍການເງິນສາມາດສືບຕໍ່ສະໜັບສະໜູນການເຕີບໂຕໄດ້ຢ່າງມີປະສິດທິພາບ.
#LaoXperts #ເສດຖະກິດຫວຽດນາມ #ເສດຖະກິດອາຊຽນ #ການເຕີບໂຕເສດຖະກິດ #ຂ່າວເສດຖະກິດ #VietnamEconomy #ASEAN #GDP #StandardChartered #FDI


