ຄຳໂລກຮ້ອນແຮງທະລຸ $4,600 – ຈັບຕາຄຳແທ່ງໃນລາວຊື້ຂາຍທີ່ 49.85 ລ້ານກີບ
ລາຄາຄຳໂລກຍັງຄົງຮ້ອນແຮງທະລຸ 4,600 ໂດລາຕໍ່ອອນ ຈາກຄວາມກັງວົນດ້ານໜີ້ສິນສະຫະລັດ ຂະນະທີ່ລາຄາຄຳແທ່ງໃນລາວອ້າງອີງຈາກ Easy Gold ຢູ່ທີ່ 49.85 ລ້ານກີບຕໍ່ບາດ. ສະຖານະການນີ້ຮຽກຮ້ອງໃຫ້ນັກລົງທຶນ ແລະ ຜູ້ບໍລິໂພກຕ້ອງປັບຕົວຮັບມືກັບຄວາມຜັນຜວນ ເພື່ອປ້ອງກັນຄວາມສ່ຽງ ແລະ ບໍລິຫານຕົ້ນທຶນຢ່າງຮັດກຸມ.
ສະຖານະການລາຄາຄຳສະປອດໂລກຍັງຄົງຮັກສາລະດັບສູງຢ່າງຕໍ່ເນື່ອງໃນວັນພະຫັດ ທີ 27 ສິງຫາ 2026 ໂດຍມີການເໜັງຕີງຢູ່ລະຫວ່າງ 4,600 ຫາ 4,630 ໂດລາສະຫະລັດຕໍ່ອອນ ຫຼັງຈາກທີ່ເຄີຍພຸ່ງຂຶ້ນໄປເກືອບ 4,700 ໂດລາໃນຊ່ວງກ່ອນໜ້ານີ້.
ການປັບຕົວເພີ່ມຂຶ້ນກວ່າ 14% ໃນເດືອນສິງຫາ ໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການຊັບສິນປອດໄພທີ່ເພີ່ມສູງຂຶ້ນ ທ່າມກາງຄວາມກັງວົນຕໍ່ການຫຼຸດຄ່າຂອງເງິນໂດລາ ແລະ ບັນຫາໜີ້ສິນທີ່ສູງຂຶ້ນຂອງສະຫະລັດ.
ນອກຈາກນີ້, ຕົວເລກເງິນເຟີ້ PCE ທີ່ຍັງສູງກວ່າເປົ້າໝາຍຂອງ Fed ລວມເຖິງການຈັບຕາລໍຖ້າທິດທາງນະໂຍບາຍຈາກທະນາຄານກາງສະຫະລັດໃນງານ Jackson Hole ກໍລ້ວນແຕ່ເປັນປັດໄຈສຳຄັນທີ່ຊຸກຍູ້ໃຫ້ນັກລົງທຶນຫັນມາຖືຄອງຄຳຫຼາຍຂຶ້ນ ຈົນເຮັດໃຫ້ໃນໄລຍະປີທີ່ຜ່ານມາລາຄາຄຳໂລກປັບຕົວເພີ່ມຂຶ້ນແລ້ວກວ່າ 35%.
ສຳລັບການຊື້ຂາຍພາຍໃນປະເທດ, ອີງຕາມການອັບເດດລ່າສຸດ ອັດຕາຊື້ຄຳແທ່ງ 1 ບາດ ຂອງ Easy Gold ແມ່ນຢູ່ທີ່ 49,850,000 ກີບ ແລະ ອັດຕາຂາຍອອກຢູ່ທີ່ 49,320,000 ກີບ.
ເຊິ່ງຈາກກຣາຟສະແດງການເຄື່ອນໄຫວຊີ້ໃຫ້ເຫັນວ່າ ລາຄາໃນມື້ນີ້ມີການປັບຕົວຫຼຸດລົງເລັກນ້ອຍປະມານ 190,000 ກີບ ຫຼື ຄິດເປັນ -0.38%.
ຄວາມຜັນຜວນທີ່ເກີດຂຶ້ນນີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ຊື້, ຜູ້ຂາຍ ແລະ ນັກລົງທຶນທ້ອງຖິ່ນ ທີ່ຈຳເປັນຕ້ອງຕິດຕາມການເຄື່ອນໄຫວຢ່າງໃກ້ຊິດ ເພື່ອຫຼີກເວັ້ນຄວາມສ່ຽງ ແລະ ຈັບໂອກາດຈາກການປ່ຽນແປງຂອງຕະຫຼາດ. ພ້ອມດຽວກັນນີ້, ທ່າອ່ຽງລາຄາທີ່ສູງຂຶ້ນຍັງອາດສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດເຄື່ອງປະດັບ ແລະ ປ່ຽນແປງພຶດຕິກຳການອອມຊັບຂອງປະຊາຊົນພາຍໃນປະເທດໃນໄລຍະຕໍ່ໄປ.
#LaoXperts #ລາຄາຄຳ #ຄຳໂລກ #ຕະຫຼາດຄຳ #ເສດຖະກິດ #ລາວ #GoldPrice #EasyGold


