ປົກເວັບ 14

ພາຍໃຕ້ການນຳຂອງ ໂຕ ເລິມ, ຫວຽດນາມກຳລັງເດີນໜ້າພິກໂສມການທູດຄັ້ງປະຫວັດສາດ ເພື່ອຍົກລະດັບປະເທດສູ່ການເປັນມະຫາອຳນາດຂະໜາດກາງແຫ່ງອາຊີ. ດ້ວຍເປົ້າໝາຍດຶງດູດການລົງທຶນ ແລະ ເຕັກໂນໂລຊີຊັ້ນສູງ ເພື່ອຍູ້ການເຕີບໂຕທາງເສດຖະກິດໃຫ້ເຖິງ 10% ຕໍ່ປີ, ຍຸດທະສາດນີ້ບໍ່ພຽງແຕ່ສ້າງແຮງກະເພື່ອມໃນພາກພື້ນ ແຕ່ຍັງດຶງດູດໃຫ້ທຸກຂົ້ວມະຫາອຳນາດທົ່ວໂລກຕ້ອງຫັນມາສ້າງພັນທະມິດ.

ໃນໄລຍະເວລາບໍ່ເຖິງສອງປີ ຊື່ຂອງ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫຼື ຜູ້ນຳສູງສຸດຂອງຫວຽດນາມ ໄດ້ປະກົດຕົວໃນແທບທຸກເວທີການເມືອງ ແລະ ເສດຖະກິດລະດັບໂລກ. ການເດີນສາຍຢ້ຽມຢາມຕ່າງປະເທດຂອງເພິ່ນບໍ່ໄດ້ຈຳກັດຢູ່ພຽງແຕ່ມະຫາອຳນາດຢ່າງ ສາທາລະນະລັດປະຊາຊົນຈີນ, ສະຫະລັດອາເມຣິກາ ຫຼື ຣັດເຊຍ ເທົ່ານັ້ນ ແຕ່ຍັງກວມເອົາ ເກົາຫຼີເໜືອ, ອິນເດຍ, ປະເທດໃນແຖບເອີຣົບ ແລະ ບັນດາປະເທດໃນອາຊຽນ.

ຕາມການລາຍງານຂອງ TNN World, ນັກວິເຄາະຊັ້ນນຳຈາກສະຖາບັນ ISEAS-Yusof Ishak ຊີ້ໃຫ້ເຫັນວ່າ ນີ້ບໍ່ແມ່ນພຽງການອອກຢ້ຽມຢາມທົ່ວໄປ ແຕ່ເປັນຍຸດທະສາດທີ່ຖືກວາງແຜນມາຢ່າງແນບນຽນ. ຫວຽດນາມໃນຍຸກນີ້ ບໍ່ໄດ້ຕ້ອງການເປັນພຽງປະເທດທີ່ຄອຍຮັບມືກັບການແຂ່ງຂັນລະຫວ່າງມະຫາອຳນາດອີກຕໍ່ໄປ ແຕ່ກຳລັງວາງຕຳແໜ່ງຕົນເອງໃຫ້ເປັນປະເທດທີ່ສາມາດກຳນົດເງື່ອນໄຂຄວາມສຳພັນລະຫວ່າງປະເທດດ້ວຍຕົນເອງ.

ຄຳໝັ້ນສັນຍາສຳຄັນທີ່ ໂຕ ເລິມ ປະກາດໄວ້ພາຍຫຼັງໄດ້ຮັບເລືອກມາເປັນເລຂາທິການໃຫຍ່ອີກຄັ້ງ ເມື່ອເດືອນເມສາທີ່ຜ່ານມານີ້ ຄື ການນຳພາຫວຽດນາມກ້າວຂຶ້ນເປັນປະເທດທີ່ມີລາຍໄດ້ສູງພາຍໃນປີ 2045. ເພື່ອໃຫ້ບັນລຸວິໄສທັດດັ່ງກ່າວ ລັດຖະບານໄດ້ຕັ້ງເປົ້າຊຸກຍູ້ການເຕີບໂຕທາງເສດຖະກິດໃຫ້ເຖິງ 10% ຕໍ່ປີ ໃນໄລຍະ 4 ປີຂ້າງໜ້າ. ມາດຕະການທຳອິດທີ່ຖືກນຳມາໃຊ້ຄື ການປະຕິຮູບພາຍໃນຢ່າງຈິງຈັງ ໂດຍສະເພາະການຫຼຸດຜ່ອນກົດລະບຽບທີ່ຊັບຊ້ອນ ແລະ ແກ້ໄຂຄວາມຊັກຊ້າໃນການຕັດສິນໃຈຂອງໜ່ວຍງານທ້ອງຖິ່ນ ທີ່ເຄີຍເປັນອຸປະສັກຕໍ່ການລົງທຶນມາຢ່າງຍາວນານ.

ຢ່າງໃດກໍຕາມ ພຽງແຕ່ການປະຕິຮູບພາຍໃນນັ້ນຍັງບໍ່ພຽງພໍ ເຊິ່ງເປັນເຫດຜົນຫຼັກທີ່ເຮັດໃຫ້ຜູ້ນຳຫວຽດນາມຕ້ອງເລັ່ງເດີນສາຍອອກໄປດຶງດູດເອົາເງິນທຶນ, ເຕັກໂນໂລຊີຊັ້ນສູງ ແລະ ການພັດທະນາໂຄງລ່າງພື້ນຖານຈາກຕ່າງປະເທດເຂົ້າມາຊ່ວຍຂັບເຄື່ອນ.

ການເດີນທາງຂອງ ໂຕ ເລິມ ໄດ້ສ້າງຜົນງານທີ່ເປັນຮູບປະທຳໃນຫຼາຍມິຕິ. ເລີ່ມຕັ້ງແຕ່ການພົບປະກັບ ໂດໂນ ທຣຳ ໃນການປະຊຸມສັນຕິພາບທີ່ນະຄອນຫຼວງວໍຊິງຕັນ ດີຊີ, ການເດີນທາງໄປປັກກິ່ງເພື່ອຍົກລະດັບຄວາມຮ່ວມມືເຊີງຍຸດທະສາດຮອບດ້ານກັບຈີນ ທີ່ກວມເອົາທັງການຄ້າ ແລະ ໂຄງລ່າງພື້ນຖານ, ຕະຫຼອດຈົນຮອດການຢ້ຽມຢາມອິນເດຍ ທີ່ສ້າງມູນຄ່າການຄ້າທະວິພາຄີຕັ້ງເປົ້າໄວ້ສູງເຖິງ 25ຕື້ໂດລາສະຫະລັດ ພາຍໃນປີ 2030 ພ້ອມທັງເປີດໂອກາດຄວາມຮ່ວມມືທາງທະຫານ ແລະ ການລົງທຶນໃນລົດຍົນໄຟຟ້າ VinFast.

ໃນເວທີເຫຼົ່ານີ້ ເພິ່ນໄດ້ສະແດງວິໄສທັດຕໍ່ໂລກຍຸກໃໝ່ຢ່າງຄົມຄາຍວ່າ ເຖິງແມ່ນໂລກຈະມີຄວາມຂັດແຍ້ງ ແລະ ຕ້ອງການຄວາມຮ່ວມມືຫຼາຍຂຶ້ນໃນຂະນະທີ່ຄວາມໄວ້ວາງໃຈຫຼຸດລົງ ແຕ່ຄວາມທ້າທາຍເຫຼົ່ານີ້ຄືໂອກາດໃໝ່ສຳລັບຜູ້ທີ່ກຽມພ້ອມ. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ນະໂຍບາຍການທູດ “ໄຜ່ລູ່ລົມ” (Bamboo Diplomacy) ທີ່ເນັ້ນການປັບຕົວ, ບໍ່ເລືອກຂ້າງ ແລະ ສ້າງຄວາມສົມດຸນລະຫວ່າງມະຫາອຳນາດນັ້ນ ບໍ່ໄດ້ຫາຍໄປໃສ ແຕ່ກຳລັງຖືກເສີມສ້າງໃຫ້ແຂງແກ່ນ ແລະ ບຸກທະລຸຫຼາຍກວ່າເກົ່າ.

ຕໍ່ເນື່ອງຈາກການເຄື່ອນໄຫວທາງການທູດອັນໂດດເດັ່ນຂອງຜູ້ນຳຫວຽດນາມ, ເມື່ອເຮົາຖອຍອອກມາເບິ່ງພາບລວມໃນລະດັບມະຫາພາກ ຈະເຫັນໄດ້ວ່າຄວາມສຳເລັດຂອງຫວຽດນາມໃນປັດຈຸບັນ ບໍ່ແມ່ນເລື່ອງບັງເອີນ. ມັນເກີດຈາກການວາງຍຸດທະສາດທີ່ລັດກຸມ ແລະ ຕໍ່ເນື່ອງມາຫຼາຍທົດສະວັດ, ປະສົມປະສານລະຫວ່າງການເປີດກວ້າງທາງເສດຖະກິດ ແລະ ການຮັກສາຄວາມສົມດຸນທາງການເມືອງລະຫວ່າງປະເທດໄດ້ຢ່າງຊານສະຫຼາດ.

ຫວຽດນາມໄດ້ປ່ຽນແປງຕົນເອງຈາກປະເທດກະສິກຳ ມາເປັນໜຶ່ງໃນຖານການຜະລິດທີ່ສຳຄັນທີ່ສຸດຂອງໂລກ ໂດຍມີປັດໄຈຂັບເຄື່ອນເຊັ່ນ:

ການເປັນຜູ້ໄດ້ຮັບຜົນປະໂຫຍດສູງສຸດຈາກຍຸດທະສາດ “China Plus One”, ທ່າມກາງສົງຄາມການຄ້າລະຫວ່າງສະຫະລັດฯ ແລະ ຈີນ, ບໍລິສັດຂ້າມຊາດຈຳນວນຫຼາຍໄດ້ພະຍາຍາມກະຈາຍຄວາມສ່ຽງອອກຈາກຈີນ. ຫວຽດນາມກາຍເປັນ “ຕົວເລືອກອັນດັບໜຶ່ງ” ຍ້ອນມີຊາຍແດນຕິດກັບຈີນ, ມີກຳລັງແຮງງານໄວໜຸ່ມທີ່ມາກມາຍ ແລະ ຄ່າແຮງງານທີ່ແຂ່ງຂັນໄດ້. ບໍລິສັດຍັກໃຫຍ່ເຊັ່ນ Samsung, Intel, ແລະ ຜູ້ຜະລິດຊິ້ນສ່ວນໃຫ້ Apple ລ້ວນແຕ່ເຂົ້າໄປຕັ້ງຖານການຜະລິດຂະໜາດໃຫຍ່ຢູ່ທີ່ນັ້ນ.

ເຄືອຂ່າຍສັນຍາການຄ້າເສລີ (FTAs) ທີ່ກວ້າງຂວາງ, ຫວຽດນາມເປັນໜຶ່ງໃນປະເທດທີ່ມີການເຊື່ອມໂຍງທາງການຄ້າສູງທີ່ສຸດໃນໂລກ. ການເຂົ້າຮ່ວມສັນຍາສຳຄັນໆ ເຊັ່ນ CPTPP (ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ), EVFTA (ສັນຍາການຄ້າເສລີຫວຽດນາມ-ອີຢູ), ແລະ RCEP ເຮັດໃຫ້ສິນຄ້າຂອງຫວຽດນາມສາມາດເຂົ້າເຖິງຕະຫຼາດໃຫຍ່ໆທົ່ວໂລກດ້ວຍອັດຕາພາສີທີ່ຕໍ່າຫຼາຍ ຫຼື ເປັນສູນ.

ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ໝັ້ນຄົງ, ລັດຖະບານຫວຽດນາມສ້າງສະພາບແວດລ້ອມທີ່ດຶງດູດນັກລົງທຶນ ດ້ວຍການໃຫ້ສິດທິພິເສດທາງພາສີ, ການສ້າງນິຄົມອຸດສາຫະກຳທີ່ທັນສະໄໝ ແລະ ການປັບປຸງກົດໝາຍການລົງທຶນໃຫ້ໂປ່ງໃສຂຶ້ນຢ່າງຕໍ່ເນື່ອງ.

ເຖິງແມ່ນວ່ານັກວິເຄາະຫຼາຍຝ່າຍຈະປະເມີນວ່າ ເສດຖະກິດຂອງຫວຽດນາມ ໃນປັດຈຸບັນມີຄວາມແຂງແກ່ນຫຼາຍ ໂດຍຄາດການວ່າຈະເຕີບໂຕໄດ້ຫຼາຍກວ່າ 7% ໃນປີນີ້, ແຕ່ການຈະດັນໃຫ້ຮອດຕົວເລກ 10% ຕໍ່ປີຕາມເປົ້າໝາຍນັ້ນ ຖືເປັນໂຈດທີ່ຫີນພໍສົມຄວນ.

ປັດໄຈກົດດັນຈາກພາຍນອກຍັງມີສູງ ບໍ່ວ່າຈະເປັນຄວາມບໍ່ແນ່ນອນຂອງນະໂຍບາຍລະດັບໂລກ, ວິກິດເງິນເຟີ້ທີ່ກະທົບຕໍ່ຕ່ອງໂສ້ອຸປະທານ ຫຼື ບັນຫາສົງຄາມທີ່ຢືດເຍື້ອໃນພາກພື້ນຕ່າງໆ.

ທຸກສາຍຕາຂອງປະຊາຄົມໂລກ ລວມເຖິງປະຊາຊົນຊາວຫວຽດນາມເອງ ຕ່າງກໍກຳລັງຈັບຈ້ອງວ່າ ຄຳໝັ້ນສັນຍາອັນຍິ່ງໃຫຍ່ໃນການປັ້ນປະເທດໃຫ້ກາຍເປັນມະຫາອຳນາດຂະໜາດກາງແຫ່ງອາຊີ ພາຍໃຕ້ການນຳພາທີ່ເດັດຂາດຂອງ ໂຕ ເລິມ ນັ້ນ ຈະສາມາດປະກົດຜົນເປັນຈິງໄດ້ຫຼືບໍ່ ເຊິ່ງເປັນສິ່ງທີ່ໜ້າຕິດຕາມທີ່ສຸດໃນທົດສະວັດນີ້.

#LaoXperts Vietnam #ToLam #BambooDiplomacy #RisingMiddlePower #GlobalEconomy #ASEAN #ເສດຖະກິດຫວຽດນາມ #ການເມືອງໂລກ #ຂ່າວຕ່າງປະເທດ

Comments are disabled