ປົກເວັບ 13

ເຖິງວ່າອັດຕາເງິນເຟີ້ລວມຈະຫຼຸດລົງ, ແຕ່ຄ່າໃຊ້ຈ່າຍດ້ານການສຶກສາ ແລະ ສາທາລະນະສຸກພັດພຸ່ງສູງຂຶ້ນຢ່າງໜ້າເປັນຫ່ວງ ເຊິ່ງກຳລັງສ້າງແຮງກົດດັນຢ່າງໜັກຕໍ່ອະນາຄົດຂອງລູກຫຼານ ແລະ ຄຸນນະພາບຊີວິດຂອງປະຊາຊົນ.

ວິກິດຄ່າຄອງຊີບທີ່ເຊື່ອງຊ້ອນນີ້ອາດສົ່ງຜົນກະທົບຮ້າຍແຮງຕໍ່ການພັດທະນາຊັບພະຍາກອນມະນຸດຂອງຊາດໃນໄລຍະຍາວ, ບົດລາຍງານອັດຕາເງິນເຟີ້ປະຈຳເດືອນພຶດສະພາ 2026 ໄດ້ເປີດເຜີຍໃຫ້ເຫັນເຖິງໄພງຽບທີ່ກຳລັງກັດກິນທຶນຮອນຂອງຫຼາຍຄົວເຮືອນ ນັ້ນກໍຄືຄ່າໃຊ້ຈ່າຍໃນໝວດການສຶກສາທີ່ຖີບຕົວສູງຂຶ້ນເຖິງ 12,3% ເມື່ອທຽບໃສ່ປີຜ່ານມາ.

ເມື່ອລົງເລິກເບິ່ງລາຍລະອຽດຈະພົບວ່າ ພໍ່ແມ່ຜູ້ປົກຄອງຕ້ອງໄດ້ແບກຮັບພາລະອັນໜັກໜ່ວງຈາກການເພີ່ມຂຶ້ນຂອງຄ່າຮຽນເພີ່ມສະເລ່ຍທີ່ສູງເຖິງ 20,4%. ບໍ່ພຽງແຕ່ເທົ່ານັ້ນ, ອຸປະກອນການຮຽນພື້ນຖານ ເຊັ່ນ: ເຄື່ອງແບບນັກຮຽນ ແລະ ປຶ້ມຫຼັກສູດການຮຽນ ກໍໄດ້ປັບລາຄາຂຶ້ນເຖິງ 15,9% ແລະ 15,4% ຕາມລຳດັບ. ຂະນະດຽວກັນ, ຄ່າຮຽນໃນລະດັບຊັ້ນປະຖົມກໍເພີ່ມຂຶ້ນ 13,4% ແລະ ຊັ້ນອະນຸບານເພີ່ມຂຶ້ນ 11,0% ເຊິ່ງເຮັດໃຫ້ໂອກາດໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບຂອງເດັກນ້ອຍລາວອາດຖືກຈຳກັດລົງຍ້ອນອຸປະສັກທາງດ້ານການເງິນທີ່ຄອບຄົວຕ້ອງປະເຊີນ. 

ນອກເໜືອຈາກການລົງທຶນເພື່ອອະນາຄົດແລ້ວ, ຄ່າໃຊ້ຈ່າຍໃນການປົກປັກຮັກສາຊີວິດ ແລະ ສຸຂະພາບກໍເປັນອີກໜຶ່ງປັດໄຈທີ່ໜ້າກັງວົນໃຈ. ຂໍ້ມູນຊີ້ໃຫ້ເຫັນວ່າໝວດຮັກສາສຸຂະພາບ ແລະ ຢາ ໄດ້ປັບຕົວສູງຂຶ້ນ 12,0% ເມື່ອທຽບກັບປີກ່ອນ.

ຜູ້ປ່ວຍ ແລະ ຄອບຄົວຕ້ອງປະເຊີນກັບລາຄາຢາປົວພະຍາດທີ່ເພີ່ມຂຶ້ນ 12,6% ລວມເຖິງຄ່າບໍລິການຄົນເຈັບພາຍນອກທີ່ຂະຫຍັບຂຶ້ນ 10,0% ແລະ ຄ່າບໍລິການຈາກໂຮງໝໍທີ່ເພີ່ມຂຶ້ນ 8,2%. ສະພາບການດັ່ງກ່າວນີ້ບໍ່ພຽງແຕ່ເປັນການຊໍ້າເຕີມຜູ້ທີ່ກຳລັງທົນທຸກທໍລະມານຈາກການເຈັບປ່ວຍ ແຕ່ຍັງສ້າງຄວາມສ່ຽງທີ່ປະຊາຊົນຜູ້ມີລາຍຮັບໜ້ອຍອາດຈະຕັດສິນໃຈຫຼີກລ່ຽງການໄປພົບແພດໝໍເພື່ອປະຢັດຄ່າໃຊ້ຈ່າຍ ເຊິ່ງນັ້ນອາດນຳໄປສູ່ບັນຫາສາທາລະນະສຸກທີ່ຮ້າຍແຮງກວ່າເກົ່າໃນລະດັບຊາດ. 

ອີກໜຶ່ງມຸມມອງທີ່ສະທ້ອນໃຫ້ເຫັນເຖິງຄວາມຍາກລຳບາກໃນການດຳລົງຊີວິດປະຈຳວັນ ແມ່ນຄວາມກົງກັນຂ້າມລະຫວ່າງຕົ້ນທຶນການຂົນສົ່ງ ແລະ ລາຄາອາຫານສົດໃນຕະຫຼາດ. ເຖິງແມ່ນວ່າຕົ້ນທຶນການຂົນສົ່ງຈະຫຼຸດລົງຍ້ອນລາຄານໍ້າມັນທີ່ຜ່ອນຄາຍລົງກໍຕາມ, ແຕ່ລາຄາຜັກສົດພັດພຸ່ງສູງຂຶ້ນຢ່າງໜ້າຕົກໃຈເຖິງ 23,5% ແລະ ໝາກໄມ້ສົດເພີ່ມຂຶ້ນ 9,9% ເມື່ອທຽບປີຕໍ່ປີ.

ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມທ້າທາຍໃນລະບົບຕ່ອງໂສ້ອຸປະທານພາຍໃນປະເທດທີ່ຍັງຄົງກົດດັນຄ່າໃຊ້ຈ່າຍໃນພາເຂົ້າຂອງທຸກໆຄອບຄົວ. ປະກົດການເຫຼົ່ານີ້ລ້ວນແຕ່ເປັນບົດທົດສອບອັນໃຫຍ່ຫຼວງສຳລັບພາກສ່ວນກ່ຽວຂ້ອງ ໃນການວາງມາດຕະການແຊກແຊງທີ່ບໍ່ພຽງແຕ່ແນໃສ່ການຄວບຄຸມຕົວເລກເງິນເຟີ້ລວມເທົ່ານັ້ນ ແຕ່ຍັງຕ້ອງແກ້ໄຂບັນຫາປາກທ້ອງ, ການເຂົ້າເຖິງການສຶກສາ ແລະ ລະບົບສາທາລະນະສຸກຢ່າງກົງຈຸດ ເພື່ອຊ່ວຍເຫຼືອປະຊາຊົນທຸກລະດັບໃຫ້ສາມາດກ້າວຜ່ານວິກິດເສດຖະກິດໃນຄັ້ງນີ້ໄປໄດ້ຢ່າງໝັ້ນຄົງ. 

#LaoXperts #ການສຶກສາລາວ #ສາທາລະນະສຸກລາວ #ເງິນເຟີ້ລາວ #ຄ່າຄອງຊີບ #ເສດຖະກິດລາວ

Comments are disabled