ຫວຽດນາມກຳລັງມາແຮງ! ອຸດສາຫະກຳກຳລັງເຕີບໃຫຍ່ຂະຫຍາຍຕົວ

ຫວຽດນາມ

ປະເທດຫວຽດນາມເປັນປະເທດນຶ່ງໃນອາຊຽນ ທີ່ມີຄວາມທັນສະໄໝທາງດ້ານເທັກໂນໂລຍີ ແລະ ເສດຖະກິດ ທີ່ມີຄວາມພັດທະນາໃນຫຼາຍໆດ້ານ. ພິເສດສຸດ ກໍແມ່ນທາງດ້ານອຸດສາຫະກຳ ບໍ່ວ່າຈະຂະໜາດນ້ອຍ-ກາງ-ໃຫຍ່ ກໍເຕີບໂຕຢ່າງວ່ອງໄວ ແລະ ມີອຸດສາຫະກຳ 4 ພາກ ທີ່ກຳລັງເຕີບໂຕແບບກະໂດດຂັ້ນ.

ອຸດສາຫະກໍາພະລັງງານ: ເມື່ອບໍ່ດົນມານີ້ ຫວຽດນາມໄດ້ລົງນາມຂໍ້ຕົກລົງການເປັນພັນທະມິດດ້ານການປ່ຽນແປງ ຜ່ານພະລັງງານທີ່ເປັນທຳ (Just Energy Transition Partnership: JETP) ເມື່ອເດືອນທັນວາ 2022 ທີ່ຜ່ານມາ ແລະ ປີ 2023 ຂໍ້ຕົກລົງອາດເຫັນພາບໄດ້ຢ່າງຊັດເຈນຂຶ້ນ ແລະ ອາດຈະເຮັດໃຫ້ອຸດສາຫະກຳ ແລະ ການພັດທະນາຕະຫຼາດພະລັງງານຂອງຫວຽດນາມ ໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ.

ຫວຽດນາມ

ອຸດສາຫະກຳທ່ອງທ່ຽວ: ສຳລັບໃນປີ 2022 ນັບໄດ້ວ່າເປັນປີທີ່ບໍ່ໄດ້ດັ່ງທີ່ວາງເປົ້າໝາຍ ເພາະເປັນປີທີ່ໂຄວິດຍັງບໍ່ທັນຍຸຕິລົງ ອາດໄດ້ເຫັນພາບການທ່ອງທ່ຽວກັບມາຟື້ນຕົວອີກຄັ້ງ ເຊິ່ງລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳການກິລາ ແລະ ການທ່ອງທ່ຽວ ຄາດວ່າຫວຽດນາມຈະມີນັກທ່ອງທ່ຽວສູງເຖິງ 5 ລ້ານຄົນ ເຊິ່ງຄິດເປັນພຽງ 25% ຂອງໄລຍະໂຄວິດ 2019.

ຫວຽດນາມ

ອຸດສາຫະກຳ IT: ສະຕາດອັບ ຫວຽດນາມ ໂດດເດັ່ນໃນໄລຍະໂຄວິດ-19 ທີ່ຜ່ານມາ ແລະ ໄດ້ກາຍເປັນໜຶ່ງໃນປະເທດທີ່ມີຄວາມກະຕືລືລົ້ນຫຼາຍທີ່ສຸດໃນພູມິພາກເອເຊຍຕາເວັນອອກສຽງໃຕ້ ໂດຍຈາກການລາຍງານຮ່ວມກັນລະຫວ່າງລັດຖະບານກັບ NIC ພົບວ່າ ມີການລົງທຶນໃນສະຕາດອັບຫວຽດນາມສູງເຖິງ 1,4 ພັນລ້ານໂດລາສະຫະລັດໃນປີ 2022 ເຕີບໂຕຢ່າງໂດດເດັ່ນເມື່ອທຽບກັບປີ 2019.

ອຸດສາຫະກຳການຜະລິດ: ໃນເດືອນພະຈິກ 2020 ດັດຊະນີຜູ້ຈັດການຝ່າຍຈັດຊື້ (Purchasing Managers Index: PMI) ລົດລົງສູ່ 47,4​ ຈາກ 50,6 ໃນເດືອນກ່ອນໜ້ານີ້. ເຖິງຢ່າງໃດກໍຕາມ ອາດເຮັດໃຫ້ແຮງສ່ວນເກີນໃນຕະຫຼາດ ທີ່ຈະສາມາດສ້າງໂອກາດໃຫ້ແກ່ບໍລິສັດຜູ້ຜະລິດ ໃນການຂະຫຍາຍການດຳເນີນງານຂອງກິດຈະການໄດ້ງ່າຍຂຶ້ນ. ພິເສດກວ່ານີ້ ພາກການຜະລິດນັບເປັນກະດູກສັນຫຼັງຂອງເສດຖະກິດຫວຽດນາມ ສາມາດຄາດການເສດຖະກິດປີ 2023 ໃນວົງກວ່າໄດ້ຍິ່ງຂຶ້ນ.

ຫວຽດນາມ

ຂອບໃຈຂໍ້ມູນຈາກ:

https://bit.ly/3jiIZ70

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/