ຊົມເຊີຍ! ລົດແກ້ວ ນັກແລ່ນສາວລາວ ປອດເຫຼັກ ສ້າງຜົນງານໂດດເດັ່ນ ຄວ້າ 3 ຫຼຽນຄຳ ແລະ 1 ຫຼຽນທອງ ໃນງານກິລາ ທີ່ປະເທດໄທ

ລົດແກ້ວ ນັກແລ່ນສາວລາວ

ນາງ ລົດແກ້ວ ອິນທະກຸມມານ ສາວນັກກິລາແລ່ນປອດເຫຼັກທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການກວາດ 3 ຫຼຽນຄຳ ແລະ 1 ຫຼຽນທອງ ໃຫ້ມະຫາວິທະຍາໄລ ກຸງເທບ ທົນບູຣີ ໃນງານມະຫະກຳກິລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ເປັນເຈົ້າພາບ. ນອກຈາກນີ້ຍັງສາມາດຄວ້າຮາງວັນທີ 2 ໃນການແຂ່ງຂັນແລ່ນ ໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ອີກດ້ວຍ.

ລົດແກ້ວ ນັກແລ່ນສາວລາວ

ສໍາລັບ ລົດແກ້ວ ອິນທະກຸມມານ ສາວນັກກິລາແລ່ນ ທີມຊາດລາວ ໃນການເລີ່ມຕົ້ນປີ 2023 ເຂົ້າຮ່ວມ ແຂ່ງຂັນ 2 ງານລວດ ຈັດຂຶ້ນທີ່ປະເທດເພື່ອນບ້ານ (ໄທ) ເຊິ່ງງານທໍາອິດ ແມ່ນໄດ້ລົງຫຼິ້ນໃຫ້ຕົ້ນສັງກັດຂອງຕົນເອງ ກໍຄືມະຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກໍາກິລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ມັງກອນ 2023 ແລະ ລາຍການ ແລ່ນ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ຈັດຂຶ້ນເມື່ອວັນທີ 29 ມັງກອນ 2023 ຜ່ານການເຂົ້າຮ່ວມແຂ່ງຂັນ 2 ງານດັ່ງກ່າວ ຜົນປາກົດວ່າ: ນາງ ລົດແກ້ວ ອິນທະກຸມມານ ສາມາດສ້າງຜົນງານໄດ້ ຢ່າງໂດດເດັ່ນ ກວາດ 3 ຫຼຽນຄໍາ ຈາກລາຍການແລ່ນ 1.500 ແມັດ 5.000 ແມັດ ແລະ 10.000 ແມັດຍິງ ແລະ 1 ຫຼຽນທອງ ຈາກ ແລ່ນ 800 ແມັດຍິງ.

ລົດແກ້ວ ນັກແລ່ນສາວລາວ

ໂດຍລາຍການຕໍ່ໄປທີ່ ລົດແກ້ວ ຈະເຂົ້າຮ່ວມການແຂ່ງຂັນແມ່ນ ລາຍການແຂ່ງຂັນແລ່ນ ອຸດົມໄຊ ຮາບມາຣາທອນ ລາຍການການກຸສົນ ຮ່ວມໃຈຕ້ານໄພໜາວ ຈະຈັດຂຶ້ນລະຫວ່າງວັນທີ 10-12 ກຸມພາ 2023 ແລະ ກຽມຮ່ວມແຂ່ງຂັນລາຍການ ວຽງຈັນ ອິນເຕີເນຊັນແນວ ຮາບມາຣາທອນ 2023 ຈະຈັດຂຶ້ນໃນເດືອນມີນາ 2023 ທີ່ເດີ່ນພະທາດຫຼວງ ແລະ ງານສຳຄັນທີ່ສຸດໃນຊີວິດຂອງ ລົດແກ້ວ ກໍຄື  ງານມະຫະກຳກິລາ ຊີເກມ ຄັ້ງທີ 32 ຈະຈັດຂຶ້ນ ທີ່ປະເທດກຳປູເຈຍ ໃນເດືອນພຶດສະພານີ້.

ຂອບໃຈຂໍ້ມູນຈາກ: https://bit.ly/40lyC2I

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/