ສ.ເກົາຫຼີ ຍັງຕ້ອງການແຮງງານຈາກລາວ ອີກກວ່າ 2.000 ຄົນ ເພື່ອແກ້ໄຂບັນຫາຂາດແຮງງານໃນປະເທດ


ອີງຕາມການລາຍງານຂອງ ອົງການພັດທະນາຊັບພະຍາກອນມະນຸດ ສາທາລະນະລັດ ເກົາຫຼີ ສູນອະນຸຍາດຈ້າງງານ (ESP) ປະຈຳ ສປປ ລາວ ໄດ້ແຈ້ງໃຫ້ຮູ້ວ່າ ໃນປີ 2023, ທາງ ສ ເກົາຫຼີ ແມ່ນມີຄວາມຕ້ອງການແຮງງານລາວຈຳນວນ 2.000 ຄົນ ເຊິ່ງປະກອບມີ 2 ລະບົບ ຄື: ການໄປເຮັດວຽກຕາມລະດູການ ແມ່ນຈະເຮັດວຽກໃນຂະແໜງກະສິກຳ ແລະ ການປະມົງ ກຳນົດເວລາ 3-5 ເດືອນ ແລະ ການໄປເຮັດວຽກຢູ່ຂະແໜງອຸດສາຫະກໍາ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ຫຼື ລະບົບອະນຸຍາດການຈ້າງງານ (ESP) ມີກຳນົດເວລາ 3-5 ປີ.

ທ່ານ ຊໍ ຊອກ ມ່ຽງ ຫົວໜ້າສູນອະນຸຍາດຈ້າງງານປະຈຳ ສປປ ລາວ ໄດ້ຊີ້ແຈງກ່ຽວກັບສະພາບການ ແລະ ຂັ້ນຕອນ ການຮັບແຮງງານລາວ ໄປເຮັດວຽກຢູ່ ສ ເກົາຫຼີ ໂດຍສະເພາະການໄປເຮັດວຽກໃນລະບົບທີໜຶ່ງ ໃນຂະແໜງກະສິກຳ ແລະ ການປະມົງ ເຊິ່ງແຮງງານລາວບໍ່ຈຳເປັນຈະຕ້ອງໄດ້ກະກຽມຄວາມຮູ້ດ້ານພາສາເກົາຫຼີ, ບໍ່ຈຳກັດເພດ ພຽງແຕ່ຈຳກັດອາຍຸ ແຕ່ 25-50 ປີ. ສ່ວນລະບົບທີສອງ ໃນຂະແໜງອຸດສາຫະກໍາ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ຈຳກັດເພດ ແຕ່ຕ້ອງກຽມຄວາມຮູ້ດ້ານພາສາ ໃນລະດັບດີສົມຄວນ, ອາຍຸແຕ່ 18-39 ປີ.

ທ່ານ ຊໍ ຊອກ ມ່ຽງ ກ່າວອີກວ່າ: ໃນປີ 2016 ລັດຖະບານລາວ ແລະ ສ ເກົາຫຼີ ໄດ້ຮ່ວມລົງນາມບັນທຶກຄວາມເຂົ້າໃຈ ໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ໂດຍຜ່ານລະບົບອະນຸຍາດການຈ້າງງານ ເຊິ່ງເປັນລະບົບເພື່ອໃຫ້ແຮງງານຕ່າງປະເທດສາມາດເຂົ້າເຮັດວຽກຢູ່ ສ ເກົາຫຼີ ໄດ້ຖືກຕ້ອງຕາມກົດໜາຍ ໂດຍໄດ້ຮັບການຈ້າງງານຈາກຂະແໜງອຸດສາຫະກຳ.

ສູນ ESP ລາວ ໄດ້ເລີ່ມເປີດລະບົບອະນຸຍາດການຈ້າງງານ (E-9) ໃນເດືອນ ມີນາ 2017 ເພື່ອຄັດເລືອກເອົາແຮງງານລາວ, ຕິດຕາມ ແລະ ສະໜັບສະໜູນ ຂະບວນການຈັດສົ່ງຄົນລາວ ໄປເຮັດວຽກຢູ່ ສ ເກົາຫຼີ ຢ່າງຍຸຕິທຳ ແລະ ໂປ່ງໃສ. ສຳລັບຜູ້ທີ່ຕ້ອງການໄປເຮັດວຽກ ໃນຂະແໜງອຸດສາຫະກຳ ແມ່ນຕ້ອງໄດ້ຜ່ານການສອບເສັງລະດັບພາສາເກົາຫຼີ, ກວດສຸຂະພາບ, ການປະກອບແບບຟອມເຂົ້າລະບົບ, ການຄັດເລືອກນາຍຈ້າງ, ການເຮັດສັນຍາຕອບຕົກລົງນາຍຈ້າງ ແລະ ອອກວີຊາ.

ພ້ອມນັ້ນ ຍັງມີລາຍການຄ່າໃຊ້ຈ່າຍທີ່ໃຊ້ທຶນຕົນເອງ ປະກອບມີ: ການຮັບສະໝັກ, ການກວດສຸຂະພາບ, ການອອກວີຊາ, ການກວດວັນນະໂຣກ, ປະກັນໄພການເດີນທາງ, ການເຝິກອົບຮົມ, ປີ້ຍົນ, ເສື້ອ, ໃບອະນຸຍາດ ແລະ ອື່ນໆ.

ປັດຈຸບັນ, ມີແຮງງານລາວທີ່ເຮັດວຽກຢູ່ ສ ເກົາຫຼີ ທັງໝົດ 4.588 ຄົນ ໃນນັ້ນແຮງງານລາວ ທີ່ຜ່ານລະບົບ ESP ໃນຂະແໜງອຸດສາຫະກຳ ມີ 1.169 ຄົນ. ນອກຈາກນີ້ ທາງສູນ ESP ລາວ ຍັງໄດ້ຈັດພິມຄູ່ມືເຄື່ອງຊ່ວຍການຮຽນຮູ້ພາສາເກົາຫລີ ເປັນຈຳນວນ 2.500 ສະບັບ ເພື່ອສະໜອງໃຫ້ແຮງງານດັ່ງກ່າວ.

ສາມາດສອບຖາມຂໍ້ມູນເພີ່ມເຕີມທາງສູນ ESP ລາວ (021 220013) ແລະ ກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (020 99270102).

ຂອບໃຈຂໍ້ມູນຈາກ: https://www.facebook.com/permalink.php?story_fbid=pfbid02jkADzi4ikop8e9cJ4xptHm3HfiAW2PtbZpmf6vv4VEB4UCEDvCjtpafU7jn1GDeAl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/