ຄອນເສີດ Love On Tour ຂອງ Harry Styles ເຮັດລາຍໄດ້ສູງສຸດຕະຫຼອດການເປັນອັນດັບ 5


ທົວຄອນເສີດ Love On Tour ຂອງ Harry Styles ປິດສາກໄດ້ຢ່າງສວຍງາມໄປຕັ້ງແຕ່ເດືອນ ກໍລະກົດ 2023 ທີ່ຜ່ານມາເປັນທີ່ຮຽບຮ້ອຍ ແຕ່ກໍບໍ່ໄດ້ຢຸດພຽງເທົ່ານັ້ນ ເພາະຫຼ້າສຸດໄດ້ມີການນັບຈຳນວນປີ້ຄອນເສີດທີ່ຂາຍໃນຄັ້ງນີ້ ມີຜົນອອກມາເປັນທາງການວ່າຄອນເສີດ Love On Tour ຂອງ Harry Styles ກາຍເປັນຄອນເສີດທີ່ເຮັດລາຍໄດ້ສູງສຸດຕະຫຼອດການເປັນອັນດັບ 5.

ໂດຍທາງ Billboard ໄດ້ລາຍງານວ່າ ທົວຄອນເສີດ Love On Tour ຂອງ Harry Styles ທີ່ໃຊ້ເວລາສະແດງຮອບໂລກຫຼາຍກວ່າ 2 ປີ ສາມາດກວາດລາຍໄດ້ໄປຫຼາຍກວ່າ 617,3 ລ້ານໂດລາ ໂດຍສະແດງໄປທັງໝົດ 169 ຄັ້ງ ແລະ ຂາຍປີ້ໄປໄດ້ຫຼາຍກວ່າ 5 ລ້ານປີ້ ໃນໄລຍະເກືອບ 2 ປີທີ່ຜ່ານມາ.

Harry Styles ເລີ່ມຕົ້ນການທົວຄອນເສີດ Love On Tour ຕັ້ງແຕ່ເດືອນ ກັນຍາ 2021 ນັບເປັນສິລະປິນຄົນທຳອິດ ທີ່ກັບມາເດີນສາຍທົວຄອນເສີດຢ່າງເຕັມຮູບແບບ ຫຼັງການລະບາດຂອງພະຍາດໂຄວິດ-19 ຈົນປະສົບຄວາມສຳເລັດຢ່າງຫຼວງຫຼາຍ ຈົນກາຍເປັນອີກໜຶ່ງຊຸບເປີສະຕາຂອງຍຸກກໍວ່າໄດ້.

ທີ່ມາ:

thestandard

met107

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/