ຟຟລ ເຜີຍ 6 ເດືອນຕົ້ນປີ ຜະລິດໄຟຟ້າໄດ້ຫຼຸດແຜນການ ຕ້ອງນຳເຂົ້າໄຟຟ້າຈາກຕ່າງປະເທດ 1.423,28 ຕື້ກີບ


ເມື່ອບໍ່ດົນມານີ້ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ລາຍງານສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໂດຍເຜີຍວ່າ 6 ເດືອນຕົ້ນປີ ຜະລິດໄຟຟ້າໄດ້ຫຼຸດແຜນການ ຕ້ອງນຳເຂົ້າໄຟຟ້າຈາກຕ່າງປະເທດ 1.423,28 ຕື້ກີບ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການ ຟຟລ ກ່າວບາງຕອນວ່າ: ວຽກງານການຊື້-ຂາຍພະລັງງານໄຟຟ້າ ຂອງ ຟຟລ ໃນໄລຍະ 6 ເດືອນຕົ້ນປີ 2023 ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ທັງໝົດ 7.852,30 GWh ເທົ່າກັບ 90,91% ຂອງແຜນການ, ເປັນເງິນ 9.007,49 ຕື້ກີບ ເທົ່າກັບ 106,60% ຂອງແຜນການ. ຖ້າທຽບໃສ່ໄລຍະເວລາດຽວກັນປີ 2022 ພະລັງງານເທົ່າກັບ 97,86%, ເນື່ອງຈາກການຜະລິດພາຍໃນປະເທດຫຼຸດຈາກແຜນ ເຮັດໃຫ້ຕ້ອງນຳເຂົ້າຈາກຕ່າງປະເທດມາທົດແທນ.

ການນໍາເຂົ້າພະລັງງານຈາກຕ່າງປະເທດ: ປະຕິບັດໄດ້ 1.223,06 GWh ເທົ່າກັບ 149,96% ຂອງແຜນການ, ເປັນເງິນ 1.423,28 ຕື້ກີບ ເທົ່າກັບ 169,57% ຂອງແຜນການ, ໃນນັ້ນ ຊື້ຈາກ EGAT ແມ່ນ 1.129,77 GWh ເທົ່າກັບ 187,52% ຂອງແຜນການ, ເປັນເງິນ 1.312,46 ຕື້ກີບ ເທົ່າກັບ 217,33% ຂອງແຜນການ. ຖ້າທຽບໃສ່ປີ 2022, ການນຳເຂົ້າ ປີ 2023 ພະລັງງານລື່ນແຜນ 208,86% ເປັນເງິນ 522,47%.

ທ່ານກ່າວຕື່ມວ່າ: ການຈຳໜ່າຍພະລັງງານ ໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດຈຳໜ່າຍພະລັງງານໄຟຟ້າໄດ້ທັງໝົດ ເທົ່າກັບ 7.249,14 GWh ທຽບໃສ່ແຜນປະຕິບັດໄດ້ 90,21%, ເປັນເງິນ 8.187,58 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງແຕ່ 85,35% ໃນນັ້ນ, ຖ້າທຽບໃສ່ໄລຍະເວລາດຽວກັນ ປີ 2022 ພະລັງງານເທົ່າກັບ 100,40% ເປັນເງິນ 145,89%, ເນື່ອງຈາກ ໄດ້ປັບປຸງໂຄງສ້າງລາຄາໄຟ ພາກທີ່ບໍ່ແມ່ນທີ່ຢູ່ອາໄສ ເຮັດໃຫ້ລາຍຮັບເພີ່ມຂຶ້ນຫຼາຍກວ່າປີຜ່ານມາ.

ຂໍ້ມູນຈາກ: ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/