ສື່ຣັດເຊຍສັ່ງພັກວຽກ ແລະ ປະນາມຜູ້ປະກາດຂ່າວຫຼັງອອກມາກ່າວໃນລາຍການວ່າໃຫ້ “ເຜົາແລະຈັບເດັກຢູເຄຣນຖ່ວງນ້ຳ”

ສື່ຣັດເຊຍສັ່ງພັກວຽກ

ສຳນັກຂ່າວຕ່າງປະເທດຢ່າງ BBC ໄດ້ລາຍງານເມື່ອວັນຈັນທີ 24 ຕຸລາ 2022 ວ່າ ສະຖານີໂທລະພາບ RT ເຊິ່ງເປັນສື່ດັງຂອງຣັດເຊຍໄດ້ອອກຄໍາສັ່ງພັກວຽກ Anton Krasovsky ໜຶ່ງໃນຜູ້ປະກາດຊື່ດັງຂອງຊ່ອງພວກເຂົາເອງ ເນື່ອງຈາກ Krasovsky ໄດ້ອອກມາຮຽກຮ້ອງໃຫ້ເຜົາແລະຈັບເດັກຢູເຄຣນຖ່ວງນ້ຳ ຈົນເຮັດໃຫ້ເກີດກະແສວິພາກວິຈານ ແລະເກີດຄວາມບໍ່ພໍໃຈຢ່າງແຮງຈາກໂລກອອນລາຍ.

ສື່ຣັດເຊຍສັ່ງພັກວຽກ

ໂດຍຄໍາເວົ້າດັ່ງກ່າວຂອງ Krasovsky ມີຂຶ້ນໃນລະຫວ່າງຂະນະທີ່ຕົນໄດ້ສໍາພາດ Sergei Lukyanenko ນັກຂຽນນິຍາຍວິທະຍາສາດ ເຊິ່ງ Lukyanenko ກ່າວວ່າ ຢ້ອນກັບໄປໃນປີ 1980 ຕົນໄດ້ຍິນເດັກໃນຢູເຄຣນຕາເວັນອອກເວົ້າວ່າ “ຢູເຄຣນຖືກມອສໂຄຢຶດຄອງ” ເມື່ອໄດ້ຍິນແນວນັ້ນກໍເຮັດໃຫ້ Krasovsky ຍິ້ມອອກມາແລ້ວເວົ້າວ່າ ຖ່ວງນ້ຳເດັກພວກນັ້ນສາ ພ້ອມກັບກ່າວອີກວ່າ ເດັກພວກນັ້ນຄວນຖືກຈັບເຂົ້າຕູບແລ້ວເຜົາ. ນອກຈາກນີ້ Krasovsky ຍັງໄດ້ເວົ້າຫຼິ້ນເຖິງເລື່ອງທີ່ທະຫານຣັດເຊຍໄດ້ເຮັດການຂົ່ມຂືນຍິງແກ່ຊາວຢູເຄຣນອີກດ້ວຍ.

ສື່ຣັດເຊຍສັ່ງພັກວຽກ

ຫຼັງຈາກເກີດເຫດການດັ່ງກ່າວ Margarita Simonyan ບັນນາທິການໃຫຍ່ຂອງສະຖານີໂທລະພາບ RT ເຊິ່ງເປັນສື່ຝ່າຍສະໜັບສະໜູນລັດຖະບານຣັດເຊຍກໍໄດ້ອອກມາປະນາມຄໍາເວົ້າຂອງ Krasovsky ຢ່າງຮຸນແຮງວ່າ ເປັນຄໍາເວົ້າທີ່ປ່າເຖື່ອນ ແລະ ໜ້າລັງກຽດ.

ຫຼັງຈາກເກີດເຫດການດັ່ງກ່າວ Krasovsky ກໍໄດ້ອອກຂໍໂທດພ້ອມລະບຸວ່າ “ຄືມັນເປັນໄປເອງ ຕອນທີ່ອອກອາກາດ ລືມຕົວໄປແດ່ ແລະມັນຢຸດບໍ່ໄດ້ ຂ້ອຍຂໍໂທດທຸກຄົນທີ່ຕົກໃຈກັບເລື່ອງນີ້ ຂ້ອຍຫວັງວ່າເຈົ້າຈະຍົກໂທດໃຫ້ຂ້ອຍ”.

ສື່ຣັດເຊຍສັ່ງພັກວຽກ

ສ່ວນທາງດ້ານຢູເຄຣນກໍໄດ້ອອກມາປະນາມແລະກ່າວຫາສະຖານີໂທລະພາບ RT ວ່າກໍາລັງພະຍາຍາມປຸກປັ່ນໃຫ້ເກີດການຂ້າລ້າງເຜົ່າພັນ ໂດຍໃຫ້ເວລາອອກອາກາດແກ່ຜູ້ຊ່ຽວຊານແລະນຳສະເໜີຜູ້ທີ່ສະໜັບສະໜູນການເຮັດສົງຄາມກັບຢູເຄຣນຢ່າງແຂງຂັນ ແລະ ຮຽກຮ້ອງໃຫ້ມີການຮຸກຮານທາງການທະຫານຫຼາຍຂຶ້ນ.

Sarah Rainsford ຜູ້ເປັນນັກຂ່າວ BBC ຂອງຢູໂຣບຕາເວັນອອກ ກໍໄດ້ອອກມາເວົ້າວ່າ ຄຳເວົ້າສະແດງເຖິງຄວາມກຽດຊັງແມ່ນເປັນບັນທັດຖານຂອງຊ່ອງໂທລະພາບໃນຣັດເຊຍເມື່ອມີການເວົ້າເຖິງຢູເຄຣນ ແລະ Krasovsky ກໍພຽງເປັນສ່ວນນ້ອຍໆ ຂອງການສ້າງຄວາມກຽດຊັງອັນໃຫຍ່ຫຼວງນີ້.

ແລະຫຼ້າສຸດຄະນະກໍາມະການສືບສວນສອບສວນຄະດີອາຊະຍາກໍາຂອງຣັດເຊຍເລີ່ມມີການສືບສວນສອບສວນເລື່ອງຄໍາເວົ້າຂອງ Krasovsky ແລ້ວແຕ່ຍັງບໍ່ຊັດເຈນວ່າ ຜູ້ປະກາດຂ່າວຣັດເຊຍຄົນນີ້ຈະໄດ້ຮັບໂທດຕາມກົດໝາຍໃດຂອງຣັດເຊຍຫຼືບໍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/