ສິ້ນສຸດການລໍຄອຍ! SEC ໄຟຂຽວອະນຸມັດ Ethereum spot ETF ເປັນທີ່ຮຽບຮ້ອຍແລ້ວ


ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລະບຸວ່າ ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ອະນຸມັດການເປີດຕົວຂອງ Ethereum spot ETFs ແລ້ວ.

ໂດຍໃນເອກະສານທີ່ຍື່ນຕໍ່ SEC ຈະປະກອບມີ 8 ກອງທຶນ Ethereum ETFs ເຊັ່ນ: VanEck, Fidelity, Franklin, Grayscale, Bitwise, ARK Invest & 21Shares, Invesco & Galaxy ແລະ iShares Ethereum Trust ຂອງ BlackRock ທີ່ຖືກສະເໜີໃຫ້ລົງທະບຽນຢູ່ໃນ Nasdaq, NYSE Arca ແລະ Cboe BZX Exchange.

ທັງນີ້, Ethereum ETFs ຈະປະເຊີນກັບຂັ້ນຕອນການສະຫຼຸບແບບ S-1, ເຊິ່ງແບບຟອມທີ່ SEC ກຳນົດໃຫ້ ETFs ໃຊ້ໃນລົງທະບຽນຫຼັກຊັບຂອງພວກເຂົາ ແລະ ການສ້າງຂໍ້ຕົກລົງແລກປ່ຽນໂດຍຜ່ານການສື່ສານຫຼາຍຮອບກັບ SEC, ເຊິ່ງຄາດວ່າຈະໃຊ້ເວລາຫຼາຍອາທິດ.

ການເຄື່ອນໄຫວໃນຄັ້ງນີ້ຄາດວ່າຈະນໍາເອົາເງິນທຶນຈໍານວນຫຼາຍເຂົ້າສູ່ຕະຫຼາດ Ethereum, ໂດຍ Geoff Kendrick, ຫົວໜ້າຝ່າຍຄົ້ນຄວ້າສິນຊັບດິຈິຕອນຂອງ Standard Chartered ຄາດວ່າຈະມີເງິນໄຫຼເຂົ້າ 15 – 45 ຕື້ໂດລາໃນໄລຍະ 12 ເດືອນທໍາອິດ.

ເພື່ອແກ້ໄຂຄວາມກັງວົນຂອງ SEC, ຜູ້ອອກ ETH ETFs ແບບ Sopt ທີ່ໄດ້ແກ່: Fidelity, Franklin Templeton, Ark, Invesco, Grayscale, Bitwise, ແລະ VanEck, ໄດ້ເພີ່ມເນື້ອຫາໃໝ່ໃນເອກະສານຂອງພວກເຂົາເພື່ອຢືນຢັນວ່າພວກເຂົາຈະບໍ່ຖື ETH ເພື່ອຮັບຜົນຕອບແທນ

ໃນຕົ້ນອາທິດນີ້, ນັກວິເຄາະຂອງ Bloomberg Eric Balchunas ແລະ James Seyffart ໄດ້ເພີ່ມອັດຕາການຕໍ່ຮອງຂອງການອະນຸມັດ ETF ຂອງ Ethereum ແບບ Spot ເດືອນນີ້ຈາກ 25% ເປັນ 75%.

ການອະນຸມັດ Ethereum ETF ແລະ ການຜ່ານຮ່າງກົດໝາຍ FIT21 crypto ຊີ້ໃຫ້ເຫັນເຖິງການປ່ຽນແປງທ່າທີຂອງລັດຖະບານສະຫະລັດທີ່ບໍລິຫານໂດຍ Biden ກ່ຽວກັບ crypto. ຫຼັງຈາກອະດີດປະທານາທິບໍດີ Trump ໃຫ້ຄໍາໝັ້ນສັນຍາທີ່ຈະສະໜັບສະໜູນອຸດສາຫະກໍາ ແລະ ສົ່ງເສີມສະພາບແວດລ້ອມທີ່ເປັນມິດກັບທຸລະກິດໃນສະຫະລັດ.

ການອະນຸມັດນີ້ເກີດຂຶ້ນພຽງ 5 ເດືອນຫຼັງຈາກ SEC ໄດ້ອະນຸມັດໃຫ້ Bitcoin ETFs ແບບ Spot 11 ກອງທຶນ, ເຊິ່ງເປັນການຫັນປ່ຽນອັນສໍາຄັນໃນພູມສັນຖານດ້ານລະບຽບການສໍາລັບ crypto ໃນສະຫະລັດ.

ທີ່ມາ:

cryptobriefing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/