ສາວຖືກແຟນນອກໃຈ ແຕ່ເອົາຄືນດ້ວຍການຮັບຄໍາຂໍໂທດເປັນເງິນເພື່ອໄປເສີມດັງໃໝ່ ສຸດທ້າຍຖືກນອກໃຈຮອບສອງເລີຍໄດ້ດັງໃໝ່ມາແບບຟຣີໆ

ແຟນນອກໃຈ

ໃນສາຍສຳພັນຂອງຄວາມຮັກ ການທີ່ຝ່າຍໜຶ່ງ “ ແຟນນອກໃຈ ” ຖືວ່າເປັນເລື່ອງທີ່ບໍ່ສົມຄວນ ແລະບໍ່ໜ້າໃຫ້ອະໄພຢ່າງຍິ່ງ ເພາະມັນໄດ້ຝາກຮອຍແຜໄວ້ໃນໃຈອີກຝ່າຍ ແລະ ເຮັດໃຫ້ຄວາມເຊື່ອໃຈລົດລົງຈົນສຸດທ້າຍອາດຈະສົ່ງຜົນໃຫ້ສາຍສຳພັນຕ້ອງຈົບລົງດ້ວຍການແຍກທາງ. ແຕ່ວ່າສຳລັບບາງຄົນທີ່ກ່ອນຈະເລີກຕ້ອງເອົາຄືນຄົນທີ່ນອກໃຈໃຫ້ກຸ້ມຄ່າກັບຄວາມຮູ້ສຶກທີ່ເສຍໄປ.

ແຟນນອກໃຈ

ເຊັ່ນດຽວກັນກັບເລື່ອງລາວຂອງຜູ້ໃຊ້ງານ TikTok ຄົນນີ້ ທີ່ໄດ້ອອກມາເລົ່າປະສົບການທີ່ຖືກແຟນໜຸ່ມນອກໃຈ ແຕ່ກໍໄດ້ເອົາຄືນ ໂດຍຮັບຄໍາຂໍໂທດເປັນເງິນ ເພື່ອເອົາໄປເສີມດັງໃໝ່ໃຫ້ງາມກວ່າເກົ່າ.

ແຟນນອກໃຈ

ໂດຍສາວຜູ້ໃຊ້ TikTok ຄົນນີ້ໄດ້ເຜີຍວ່າ ຕົນເອງຖືກແຟນໜຸ່ມນອກໃຈຄັ້ງທໍາອິດ ແລະເມື່ອຕົນຈັບໄດ້ ແຟນໜຸ່ມກໍຍອມເຮັດທຸກຢ່າງເພື່ອທີ່ຈະເຮັດໃຫ້ຕົນໃຫ້ອະໄພ ຕົນຈຶ່ງບອກແຟນໜຸ່ມໄປວ່າ ຕ້ອງເອົາເງິນມາໃຫ້ເຮັດດັງໃໝ່ ເພາະວ່າສິ່ງທີ່ແຟນໜຸ່ມເຮັດນັ້ນ ມັນສົ່ງຜົນໃຫ້ຕົນຮູ້ສຶກບໍ່ໝັ້ນໃຈ ແລະມັນເຮັດໃຫ້ຮູ້ສຶກເສຍເວລາ ຖ້າຕ້ອງມາພົບການນອກໃຈແບບນີ້ອີກໃນອະນາຄົດ.

ແຟນນອກໃຈ

ເຊິ່ງຫຼັງຈາກນັ້ນແຟນໜຸ່ມກໍໄດ້ເອົາເງິນມາໃຫ້ເພື່ອເປັນຄ່າໃຊ້ຈ່າຍໃນການເຮັດສັນຍະກໍາດັງໃໝ່ ເພາະດັງເກົ່າຂອງສາວຄົນນີ້ມັນມີຄວາມໜາ ສາວຄົນນີ້ຈຶ່ງໄປແກ້ໃຫ້ມັນມີຮູບຊົງຄົມງາມຂຶ້ນກວ່າເກົ່າ. ແຕ່ວ່າຕໍ່ມາປະຫວັດສາດກໍໄດ້ຊ້ຳຮອຍ ເພາະສາວຄົນນີ້ພົບວ່າແຟນໜຸ່ມນອກໃຈຕົນເອງອີກຄັ້ງເປັນຮອບທີ 2 ຕົນຈຶ່ງໄດ້ຕັດສິນໃຈເລີກກັບເຂົາ ພ້ອມກັບການໄດ້ດັງໃໝ່ມາແບບງາມໆ ແລະ ສາວຄົນນີ້ຍັງບອກອີກວ່າ ຖ້າມີຄົນມາຖາມວ່າກຸ້ມບໍ່ທີ່ຕ້ອງເລີກກັບແຟນ? ສຳລັບລາວກຸ້ມສຸດໆເພາະທັງໄດ້ດັງໃໝ່ ແລະງາມຂຶ້ນອີກ ນອກຈາກນັ້ນຍັງໄດ້ແຟນໃໝ່ນຳອີກ.

ແຟນນອກໃຈ

ເຊິ່ງຫຼັງຈາກເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປ ມັນກໍໄດ້ຖືກແຊຣ໌ໃນໂລກອອນລາຍຢ່າງຫຼວງລາຍ ແລະກໍໄດ້ກາຍເປັນຄລິບວິດີໂອກະແສໃນ TikTok ເພາະມີຍອດຮັບຊົມກວ່າ 2 ລ້ານຄັ້ງ ລວມເຖິງມີຄອມເມັ້ນຈໍານວນຫຼາຍທີ່ຍ້ອງຍໍໃນຄວາມສະຫຼາດຂອງສາວຄົນນີ້ໃນການເອົາຄືນຜູ້ຊາຍເຈົ້າຊູ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ