ເຖິງເເມ່ນວ່າຈີນຈະມີການເເບນສິນຊັບດິຈິຕອລ, ເເຕ່ກົດລະບຽບຂໍ້ບັງຄັບດ້ານ Cryptocurrency ກໍຍັງມີການພັດທະນາຢ່າງຕໍ່ເນື່ອງ.
ຫຼ້າສຸດເມື່ອວັນທີ 7 ພຶດສະພາ, ສຳນັກຂ່າວ Wu Blockchain ໄດ້ລາຍງານວ່າ ສານສູງສຸດຂອງປະເທດຈີນໄດ້ອອກເເນວທາງກ່ຽວກັບຂໍ້ຂັດເເຍ້ງ Cryptocurrency ໂດຍລະບຸວ່າ “ການຊຳລະໜີ້ໂດຍໃຊ້ສິນຊັບດິຈິຕອລພຽງເລັກໜ້ອຍ ເເລະ ທັງສອງຝ່າຍມີຄວາມເຫັນດີກົງກັນຖືວ່າຖືກຕ້ອງຕາມກົດໝາຍ”
ສານຍອມຮັບວ່າໃນສະຖານະການນີ້ Cryptocurrency ເເມ່ນສິນຊັບ virtual ເເລະ ຢ້ຳວ່າວີທີການນີ້ຈະໄດ້ຮັບອະນຸຍາດກໍຕໍ່ເມື່ອບໍ່ຂັດກັບກົດໝາຍ.

“ຖ້າຫາກມີຂໍ້ຕົກລົງກັນລະຫວ່າງຄູ່ສັນຍາໃນການນຳໃຊ້ສະກຸນເງິນດິຈິຕອລພຽງເລັກໜ້ອຍໃນການຊຳລະໜີ້ສິນ ເຊິ່ງເກີດຈາກການແລກປ່ຽນເຊິ່ງກັນ ແລະ ກັນ, ການບໍລິການແຮງງານ ແລະ ຄວາມສຳພັນຕ່າງໆ, ຕາບໃດທີ່ບໍ່ມີຫຍັງຜິດກົດໝາຍ. ສານປະຊາຊົນຈະຍອມຮັບສັນຍາຕາມຄວາມເປັນຈິງ”.
ສານສູງສຸດຍັງຊີ້ແຈງອີກວ່າ ຖ້າຝ່າຍໃດຝ່າຍໜຶ່ງຕົກລົງທີ່ໂອນ Cryptocurrency ໃຫ້ອີກຝ່າຍໜຶ່ງ, ແຕ່ຝ່າຍຮັບບໍ່ສາມາດຮັບໄດ້ຍ້ອນຂໍ້ຈຳກັດດ້ານນະໂຍບາຍ ແລະ ສານຈະກໍານົດຄ່າຊົດເຊີຍໂດຍອີງຕາມມູນຄ່າທີ່ແທ້ຈິງຂອງຊັບສິນທີ່ຍອມຮັບໂດຍຜູ້ຮັບໃນເວລາທີ່ເຊັນສັນຍາ.
ການປ່ຽນແປງຈຸດຢືນຂອງຈີນກ່ຽວກັບ crypto ອາດມີຜົນກະທົບທີ່ສໍາຄັນຕໍ່ນັກລົງທຶນໃນສິນຊັບດິຈິຕອລ. ເຖິງແມ່ນວ່າຈີນໄດ້ອອກກົດໝາຍກ່ຽວກັບ Cryptocurrency ເຮັດໃຫ້ນັກລົງທຶນມີຄວາມສົນໃຈເພີ່ມຂຶ້ນໃນເດືອນທີ່ຜ່ານມາ.

ດັ່ງນັ້ນ, ມັນຈຶ່ງບໍ່ຊັດເຈນວ່າຫຼັກເກນຂອງສານສູງສຸດເມື່ອບໍ່ດົນມານີ້ຍອມຮັບ ສະຖານະພາບທາງດ້ານກົດໝາຍຂອງ Cryptocurrency ເເລ້ວຫຼືບໍ່, ເຖິງວ່າຈະມີຄວາມບໍ່ແນ່ນອນຢູ່ກໍຕາມ ແຕ່ມັນເບິ່ງຄືວ່າຈີນຈະໃຫ້ຄວາມສົນໃຈໃນສິນຊັບດິຈິຕອລຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/