ສາຍຂຽວມີຍິ້ມ! The Pizza Company ເປີດຂາຍພິດຊ່າ “ໜ້າຕົ້ມຍຳກັນຊາ” ເພື່ອກະຕຸ້ນຄົນເຂົ້າຮ້ານ


ເມື່ອເວົ້າເຖິງກັນຊາ ຫຼາຍໆຄົນກໍອາດຈະນຶກເຖິງໃບໄມ້ທີ່ເປັນສີຂຽວໆ ທີ່ສາມາດນໍາມາເຮັດຫຍັງໄດ້ຫຼາຍໆຢ່າງແລ້ວແຕ່ຄວາມມັກຂອງແຕ່ລະຄົນ ລວມໄປເຖິງການເອົາກັນຊາໄປປະກອບໃນເມນູອາຫານຕ່າງໆ ເຊິ່ງກະແສນີ້ກໍຍັງແຮງບໍ່ມີຕົກເພາະ ຫຼ້າສຸດທາງ The Pizza Company ໄດ້ນໍາເອົາກັນຊາມາເປັນສ່ວນປະສົມໃນ ພິດຊ່າ ເພື່ອກະຕຸ້ນໃຫ້ລູກຄ້າເຂົ້າມານັ່ງກິນຢູ່ຮ້ານ.

“ພິດຊ່າຄືການຂາຍຄວາມສຸກ ເຮົາຢາກເອົາຜະລິດຕະພັນມາສ້າງເປັນຄວາມສຸກໃຫ້ລູກຄ້າ ເມື່ອກັນຊາໄດ້ຮັບອະນຸຍາດ ເລີຍຄິດໄວ້ຕັ້ງແຕ່ທຳອິດແລ້ວວ່າເຖິງຈະເປັນແນວໃດກໍຕ້ອງເຮັດ ພຽງແຕ່ວ່າໄລຍະທຳອິດແມ່ນຕິດຂັດເລື່ອງກົດລະບຽບຕ່າງໆ ແຕ່ຫຼັງຈາກກົດຕ່າງໆຊັດເຈນຂຶ້ນ ເຮົາເລີຍລົງມືເຮັດ ເພາະຢາກຫາຄວາມສຸກ ແລະ ຄວາມຕື່ນເຕັ້ນໃໝ່ໃຫ້ລູກຄ້າ” ກິດຕິເຊດ ສະຖິດນົບພະໄຊ (กิตติเชษฐ์ สถิตย์นพชัย) ຜູ້ຊ່ວຍຮອງປະທານ ກຸ່ມການຕະຫຼາດ The Pizza company ໄດ້ໃຫ້ສຳພາດກັບ THE STANDARD WEALTH.

ໂດຍເມນູກັນຊານີ້ຖືກຕັ້ງຊື່ວ່າ ‘ພິດຊ່າຕົ້ມຍຳກັນຊາ’ ແມ່ນວາງຂາຍສະເພາະຂະໜາດກາງໃນລາຄາ 499 ບາດ ຫຼື ປະມານ 175,000 ກີບ ໃນຮ້ານທຸກສາຂາໃນປະເທດ ເຊິ່ງຫາກທຽບກັບໜ້າປົກກະຕິແມ່ນຈະມີລາຄາເພີ່ມຂຶ້ນ 100 ບາດ ໂດຍສາເຫດທີ່ເຮັດໃຫ້ລາຄາເພີ່ມຂຶ້ນແມ່ນມາຈາກຕົ້ນທຶນທີ່ເພີ່ມຂຶ້ນ 50% ເຊິ່ງສ່ວນໃຫຍ່ມາຈາກໃບກັນຊາ.

ຫຼັງຈາກທີ່ວາງຂາຍຕັ້ງແຕ່ວັນທີ 9 ພະຈິກທີ່ຜ່ານມາ ຜົນປາກົດວ່າ ຍອດຂາຍດີກວ່າທີ່ຄາດເອົາໄວ້ 20% ແລະ ບາງຈັງຫວັດກໍຂາຍດີເປັນພິເສດ ເຊັ່ນ ຈັງຫວັດຊົນບູລີແລະລະຍອງ.

“ໂຈດຂອງການອອກເມນູດັ່ງກ່າວ ແມ່ນເພື່ອດຶງດູດລູກຄ້າໃຫ້ເຂົ້າມານັ່ງກິນຢູ່ຮ້ານ ແລະ ສ້າງການເວົ້າເຖິງແບຣນ ເພື່ອເຮັດໃຫ້ແບຣນມີຊີວິດຢ່າງຕໍ່ເນື່ອງ ເຊິ່ງຫຼັງພິດຊ່າອອກມາກໍສາມາດຕອບໂຈດທັງສອງເລື່ອງໄດ້ເປັນຢ່າງດີ”

ກິດຕິເຊດໄດ້ຂະຫຍາຍຄວາມວ່າ ຫາກທຽບກັບໄລຍະກ່ອນໂຄວິດລະບາດ ລູກຄ້າທີ່ນັ່ງກິນຢູ່ຮ້ານລົດລົງ 40% ແຕ່ຫາກທຽບກັບໄລຍະ

ການລະບາດ ຮອບ 1 ແລະ ຮອບ 2 ຖືວ່າກັບມາ 1 ເທົ່າຕົວແລ້ວ “ໄລຍະທຳອິດລູກຄ້າທີ່ມາກິນໃນຮ້ານລົດລົງເຫຼືອ 1 ໃນ 3 ແຕ່ຕອນນີ້ໄດ້ເພີ່ມມາເປັນ 2 ໃນ 3 ແລ້ວ”

ພິດຊ່າຕົ້ມຍຳກັນຊາຈະວາງຂາຍຈົນຮອດວັນທີ 30 ພະຈິກນີ້ ຫາກສິນຄ້າໝົດແລ້ວໝົດເລີຍ ເພາະສິນຄ້າມີຈຳນວນຈໍາກັດ ໂດຍນີ້ຖືວ່າເປັນການທົດລອງຕະຫຼາດກ່ອນ ຫາກໄດ້ຮັບຜົນຕອບຮັບທີ່ດີ ໃນອະນາຄົດອາດມີການນໍາກັບມາຂາຍອີກ.

ສຳລັບພິດຊ່າໜ້າຕົ້ມຍຳກັນຊານີ້ຈະວາງຂາຍສະເພາະໃນປະເທດໄທເທົ່ານັ້ນ ສ່ວນສາຂາ The Pizza Company ໃນ ສປປ ລາວ ເຮົາຍັງບໍ່ທັນໄດ້ວາງຂາຍສິນຄ້ານີ້ເທື່ອ.

ຂອບໃຈຂໍ້ມູນຈາກ: https://cutt.ly/JTvNrgC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/