ທີມນັກບູຮານຄະດີຄົ້ນພົບຮູບປັ້ນຫົວຂອງ Aphrodite ແລະ Dionysus ໃນເມືອງບູຮານ ຂອງປະເທດຕຸຣກີ


ທີມນັກບູຮານຄະດີໃນຕຸຣກີຄົ້ນພົບຮູບປັ້ນຫົວເທພີ Aphrodite ແລະ ເທບ Dionysus ໃນພື້ນທີ່ເມືອງບູຮານ Aizanoi ບໍລິເວນຕາເວັນຕົກຂອງປະເທດຕຸຣກີ ອະດີດເມືອງສໍາຄັນທາງເສດຖະກິດຂອງອາລະຍະທໍາໂຣມັນ.

Aizanoi ເປັນເມືອງບູຮານທີ່ມີປະຫວັດສາດອັນຍາວນານ ແຕ່ຮ່ອງຮອຍເມືອງເກົ່າກໍຍັງມີໃຫ້ເຫັນໃນປັດຈຸບັນ ເຊັ່ນ ວິຫານ Zeus, ຫ້ອງອາບນ້ຳແບບໂຣມັນ ຫຼືຕະຫຼາດ Macellum. ເມືອງບູຮານ Aizanoi ຍັງເປັນໜຶ່ງໃນລາຍຊື່ບັນຊີເບື້ອງຕົ້ນ ເພື່ອກຽມຮັບພິຈາລະນາຂຶ້ນທະບຽນເປັນມໍລະດົກໂລກ ໂດຍອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO).

ໂດຍການຄົ້ນພົບຄັ້ງນີ້ທາງ Live Science ໄດ້ເປີດເຜີຍວ່າ ປະຕິມາກໍາທີ່ພົບເປັນງານແກະສະຫຼັກຈາກຫີນ ໂດຍຫົວຂອງ ເທພີ Aphrodite ວັດແທກໄດ້ 19 ນິ້ວ (50cm) ແລະ ຫົວຂອງ ເທບພະເຈົ້າ Dionysus ສູງ 17 ນິ້ວ (45cm) ແຕ່ຮ່ອງຮອຍປະຕິມາກຳນີ້ບໍ່ພົບທີ່ມາວ່າ ຫົວກັບຕົວຖືກແຍກອອກຈາກກັນໄປໄດ້ແນວໃດ ໂດຍກ່ອນໜ້ານີ້ທີມນັກບູຮານຄະດີກໍໄດ້ຄົ້ນພົບຮູບປັ້ນເທພີກຣີກ Hygieia ອີກດ້ວຍ.

ຮູບປັ້ນຫົວເທພີ Aphrodite
ຮູບປັ້ນຫົວເທບພະເຈົ້າ Dionysus

“ການຄົ້ນພົບຄັ້ງຫຼ້າສຸດ ເປັນເໝືອນການປິດທ້າຍການຄົ້ນຫາໃນຄັ້ງນີ້” Gokhan Coskun ນັກບູຮານຄະດີຈາກມະຫາວິທະຍາໄລ Kütahya Dumlupınar ໃນປະເທດຕຸຣກີໄດ້ກ່າວ.

“ການຄົ້ນພົບທີ່ສໍາຄັນຄັ້ງນີ້ສະແດງໃຫ້ເຫັນວ່າຄວາມເຊື່ອແບບພະຫຸເທວະນິຍົມ ຫຼື ການບູຊາເທບພະເຈົ້າຫຼາຍອົງນັ້ນມີໃຫ້ເຫັນໃນອາລະຍະທຳກຣີກບູຮານມາເປັນເວລາດົນນານແລ້ວ ແລະ ບໍ່ກະທົບຄວາມສໍາຄັນຂອງອາລະຍະທຳໂຣມັນ” Coskun ກ່າວເພີ່ມ ແລະ ການຄົ້ນພົບຮູບປັ້ນນີ້ສະແດງໃຫ້ເຫັນວ່າໃນຍຸກກ່ອນມີການສ້າງປະຕິມາກຳໃນພື້ນທີ່ດັ່ງກ່າວເປັນຈຳນວນຫຼວງຫຼາຍ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/