ວົງການເທັນນິສສະເປນ ເປັນທີ່ຮືຮາອີກເທື່ອໜຶ່ງ ຫຼັງຈາກໜ່ວຍງານປາບປາມການສໍ້ໂກງຂອງວົງການເທັນນິສ ພົບຫຼັກຖານວ່າ ມີນັກເທັນນິສຊາວສະເປນ 6 ຄົນ ລັອກຜົນການແຂ່ງຂັນ ຕະຫຼອດຫຼາຍລາຍການທີ່ລົງຫຼິ້ນ.
ໜ່ວຍງານປາບປາມການສໍ້ໂກງກິລາເທັນນິສ ຫຼື ITIA ປະກາດລົງໂທດ 6 ນັກເທັນນິສອາຊີບຈາກສະເປນ ຫຼັງຈາກທຸກຄົນຍອມສາລະພາບວ່າໄດ້ມີການລັອກຜົນການແຂ່ງຂັນ ໃນລະດັບອາຊີບມາແລ້ວຫຼາຍເທື່ອ ໂດຍທັງໝົດມີໂທດຈຳຄຸກ ຄົນລະ 2 ປີ ແລະ ປັບໃໝເງິນ. ສ່ວນໂທດທີ່ຮ້າຍແຮງທີ່ສຸດ ແມ່ນການຖືກສັ່ງຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບວົງການເທັນນິສອາຊີບ ຊະນິດທີ່ວ່າແບນຍາວຈົນໝົດອະນາຄົດກັນເລີຍ.

ລາຍຊື່ນັກເທັນນິສທີ່ຖືກລົງໂທດ.
- ມາກ ຟໍແນວ ເມສເຕສ ແບນ 22 ປີ ກັບ 6 ເດືອນ ປັບໃໝ 250,000 ໂດລາ
- ມໍເກ້ ມາເຊ່ ວິດີ້ຣ ແບນ 15 ປີ ປັບໃໝ 15,000 ໂດລາ
- ຄາລອສ ອໍເຕກ້າ ແບນ 15 ປີ ປັບໃໝ 150,000 ໂດລາ
- ໄຄເມ້ ອໍເຕກ້າ ແບນ 7 ປີ ປັບໃໝ 100,000 ໂດລາ
- ມາກອສ ທາຣາໂບ່ ແບນ 15 ປີ ປັບໃໝ 100,000 ໂດລາ
- ເປໂດຣ ຟັງໂກ້ ແບນ 15 ປີ ປັບໃໝ 100,000 ໂດລາ

ເຖິງວ່າຈະຈັບ ທັງ 6 ຄົນນີ້ມາລົງໂທດໄດ້ ແຕ່ທາງ ITIA ກໍຍັງຮູ້ສຶກກັງວົນຢູ່ ເພາະເຊື່ອວ່າກຸ່ມຄົນບໍ່ດີ ທີ່ຢູ່ເບື້ອງຫຼັງໃນການລັອກຜົນນັ້ນຍັງລອຍນວນຢູ່.

ນີ້ບໍ່ແມ່ນເທື່ອທຳອິດໃນວົງການເທັນນິສສະເປນ ທີ່ມີຂ່າວວ່າລັອກຜົນການແຂ່ງຂັນ ແຕ່ເລື່ອງນີ້ຖືກເປີດໂປງຈາກ BBC ຕັ້ງແຕ່ປີ 2016 ໂດຍພວກເຂົາ ພະຍາຍາມສືບສວນ ແລະ ຮວບຮວມຫຼັກຖານຕ່າງໆອອກມາ ໂດຍສິ່ງທີ່ເຮັດໃຫ້ເລື່ອງນີ້ມີນໍ້າໜັກແມ່ນ ການໃຫ້ສຳພາດຂອງ ໂນວັກ ໂຈໂຄວິດສ ນັກເທັນນິສ ມືໜຶ່ງຂອງໂລກຊາວເຊີເບຍ ວ່າລາວເຄີຍໄດ້ຮັບຂໍ້ສະເໜີິ ໃຫ້ລັອກຜົນການແຂ່ງຂັນ ດ້ວຍເງິນປະມານ 200,000 ໂດລາ ກ່ອນຈະນຳໄປສູ່ການສອບສວນຄັ້ງໃຫຍ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/