ສປປ ລາວ-ອອສເຕຣເລຍ ເປີດໂຄງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາທີ່ ສປປ ລາວ


ໃນວັນທີ 27 ກັນຍາ 2023 ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດໂຄງການການຄ້າລະດັບພາກພື້ນ ເພື່ອການພັດທະນາ ຫຼື Regional Trade for Development (RT4D) Facility ຢ່າງເປັນທາງການໃນ ສປປ ລາວ.

ໂດຍໃນງານຄັ້ງນີ້ໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ  Paul Kelly ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ອອສເຕຣເລຍ ປະຈຳ ສປປ ລາວ ມີບັນດາແຂກຖືກເຊີນເຂົ້າຮ່ວມ.

ຈຸດປະສົງ ໂຄງການ RT4D ຖືກສ້າງຂຶ້ນຢູ່ບົນປະຫວັດສາດອັນຍາວນານ ແຫ່ງການຮ່ວມ ມືດ້ານເສດຖະກິດ ພາຍໃຕ້ສັນຍາເຂດການຄ້າເສລີ ຂອງ ອາຊຽນ-ອອສເຕຣເລຍ-ນິວຊີແລນ(AANZETA) ແລະ ຈະເປັນສ່ວນປະກອບເພີ່ມເຕີມໃຫ້ແກ່ ການສະໜັບສະໜູນຂອງປະເທດອອສເຕຣເລຍ ພາຍໃຕ້ໂຄງການຮ່ວມມືສອງຝ່າຍ ແລະ ໂຄງການຮ່ວມມືລະດັບພາກ ພື້ນອື່ນໆ.

ໂຄງການ RT4D ໄດ້ເລີ່ມໃຫ້ ການສະໜັບສະໜູນແກ່ປະເທດລາວ ໃນການກະກຽມໃສ່ປີການເປັນປະທານອາຊຽນຂອງລາວ, ລວມມີ ການໃຫ້ທຶນສຳລັບສ້າງວິດີໂອ ເພື່ອໂຄສະນາຊີ້ແຈງກ່ຽວກັບ ໜ້າວຽກດ້ານເສດຖະກິດທີ່ເປັນບູລິມະສິດ (PEDs) ໃນປີທີ່ລາວເປັນປະທານ ແລະ ການແປສັນຍາ AANZITA ສະບັບປັບປຸງ ເປັນພາສາລາວເພື່ອຊ່ວຍໃຫ້ໄດ້ຮັບການອະນຸມັດລົງນາມໃນສັນຍາ.

ໂຄງການ RT4D ມີຈຸດສຸມອັນແຂງຂັນໃສ່ບັນດາເສດຖະກິດ ທີ່ດ້ອຍພັດທະນາກວ່າຂອງອາຊຽນ. ດັ່ງນັ້ນ, ຈຶ່ງໄດ້ມີການແຕ່ງຕັ້ງຜູ້ຈັດການໂຄງການ ໃຫ້ປະຈຳຢູ່ ປະເທດກຳປູເຈຍ, ປະເທດລາວ ແລະ ປະເທດຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ປະເທດເຫຼົ່ານີ້ ມີສ່ວນຮ່ວມເຂົ້າໃນຂໍ້ລິເລີ່ມດັ່ງກ່າວ ໂດຍຜ່ານການສົ່ງເສີມການຄ້າໃນລະດັບພາກພື້ນ ແລະ ການອຳນວຍຄວາມສະດວກ.

ນອກຈາກນັ້ນ, ໂຄງການ RT4D ກຳລັງກະກຽມແຜນງານສະໜັບສະໜູນ 12 ເດືອນ ໃຫ້ແກ່ຄະນະກຳມະການຊັບສິນທາງປັນຍາຂອງລາວ ໃນການສ້າງຄວາມຮູ້ ກ່ຽວກັບການອອກແບບ ແລະ ການຈົດທະບຽນ ເຄື່ອງໝາຍການຄ້າ ໃຫ້ແກ່ທຸລະກິດທີ່ແມ່ຍິງເປັນເຈົ້າຂອງ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກຊ່ຽວຊານຕ່າງປະເທດ ແລະ ການປະກອບສ່ວນ ດ້ານວິຊາການຈາກຫຼາຍໆທ່ານຢູ່ທີ່ນີ້.

ໂຄງການໄດ້ຄັດຈ້ອນ ໜ້າວຽກ ທາງດ້ານເສດຖະກິດທີ່ເປັນບູລິມະສິດ PEDs ລົງມາເປັນ 14 ລາຍການ ເຊິ່ງຖືກຈັດຢູ່ໃນ 4 ກຸ່ມຍຸດທະສາດ ຄື: ການປະສົມປະສານ ແລະ ການເຊື່ອມໂຍງເສດຖະກິດ ເພື່ອສ້າງຕະຫຼາດທີ່ປະສົມປະສານ ເຂົ້າກັນແບບບໍ່ມີຮອຍຕໍ່ໃນອາຊຽນ, ການສ້າງອະນາຄົດທີ່ຍືນຍົງ ເພື່ອສົ່ງເສີມຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ ເພື່ອໃຫ້ບັນລຸຄວາມຈະເລີນຮຸ່ງເຮືອງໃນໄລຍະຍາວຂອງອາຊຽນ; ການສົ່ງເສີມການມີສ່ວນຮ່ວມ ແລະ ຄວາມຄິດສ້າງສັນ ເສີມສ້າງຄວາມຫຼາກຫຼາຍ, ການມີສ່ວນຮ່ວມ ແລະ ຄວາມຄິດສ້າງສັນ ໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ຂອງອາຊຽນ, ການຫັນປ່ຽນສູ່ອະນາຄົດດິຈິຕອນ ນຳໃຊ້ເຕັກໂນໂລຊີ ດິຈິຕອນເຂົ້າໃນການຊຸກຍູ້ ການເຕີບໂຕຂອງເສດຖະກິດ, ຍົກສູງຄວາມສາມາດໃນການແຂ່ງຂັນ, ຍົກສູງຄຸນະພາບຊີວິດຂອງປະຊາຊົນໃນພາກພື້ນອາຊຽນ.

ພ້ອມນີ້, ຍັງເປັນການສະໜັບສະໜູນບົດບາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການກະກຽມເປັນປະທານອາຊຽນ, ຕັ້ງແຕ່ທ້າຍປີທີ່ຜ່ານມາ ໂດຍໄດ້ສະໜັບສະໜູນໃຫ້ມີຊ່ຽວຊານຕ່າງປະເທດ ເຂົ້າມາຊ່ວຍໃນການກຳນົດ, ການສ້າງ, ການໂຄສະນາ ແລະ ການຈັດຕັ້ງປະຕິບັດ ໜ້າວຽກທາງເສດຖະກິດທີ່ເປັນບູລິມະສິດ.

ປັດຈຸບັນ ສປປ ລາວ ໄດ້ຄັດຈ້ອນບັນຊີໜ້າວຽກເສດຖະກິດ ທີ່ເປັນບູລິມະສິດ ໃຫ້ສັ້ນລົງມາຢູ່ທີ່ 14 PEDs ສໍາລັບປີ 2024. ສອງປະເທດ ລາວ-ອອສເຕຣເລຍ ໄດ້ຮ່ວມມືກັນ ທັງໃນດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ຄວາມໝັ້ນຄົງ.

ນອກຈາກນີ້, ບັນດາລັດຖະມົນຕີຈາກ ປະເທດອອສເຕຣເລຍ, ປະເທດນິວຊີແລນ ແລະ ບາງປະເທດໃນອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ ຂອງ ອາຊຽນ-ອອສເຕຣເລຍ-ນິວຊີແລນ (AANZETA) ສະບັບປັບປຸງ ທີ່ຈະນຳມາເຊິ່ງໂອກາດໃໝ່ໆ ໃຫ້ແກ່ບັນດາທຸລະກິດຢູ່ໃນພາກພື້ນ ເມື່ອມີຜົນບັງຄັບໃຊ້ ເພື່ອຊ່ວຍບັນດາປະເທດສະມາຊິກອາຊຽນ ໃຫ້ບັນລຸຜົນປະໂຫຍດຢ່າງເຕັມທີ່.

ທຸລະກິດຂອງຄົນອອສເຕຣເລຍ ກໍໄດ້ມາລົງທຶນໃນຂະແໜງບໍ່ແຮ່, ກະສິກຳ, ປ່າໄມ້ ແລະ ການທ່ອງທ່ຽວ; ໃນຂະນະທີ່ ບັນດາໂຄງການຮ່ວມມືພັດທະນາຂອງປະເທດອອສເຕຣເລຍ ກໍໄດ້ມາສະໜັບສະໜູນການສຶກສາ, ການສ້າງຄວາມອາດສາມາດ, ການພັດທະນາພາກເອກະຊົນ, ການປະຕິຮູບດ້ານເສດຖະກິດ ແລະ ການເຊື່ອມຕໍ່.

ທີ່ມາ:

https://www.facebook.com/permalink.php?story_fbid=pfbid0Jwfy1mPhe6XHnd3XZDP3bAcUMQWwumDxmkSMkLjB5Dbna2RzFWQUW6YLMYexozjfl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/