ສປປ ລາວ ຈະພັດທະນາອີກແລ້ວ! ພ້ອມຂະຫຍາຍເສັ້ນທາງຫຼວງເຊື່ອມກັບຫຼາຍປະເທດ


ສປປ ລາວ ຈະຕັດເສັ້ນທາງດ່ວນໃໝ່ 6 ເສັ້ນທາງ ແລະ ປັບເສັ້ນທາງຫຼວງອີກ 8 ເສັ້ນ, ລວມທັງໝົດມີ 14 ໂຄງການດ້ວຍກັນ. ໂດຍລັດຖະບານລາວ ກຽມຕັດທາງດ່ວນເພີ່ມໃນປະເທດ ເພື່ອສ້າງລະບົບໂລຈິສຕິກໃຫ້ມີຄວາມພ້ອມສົມບູນ ແລະ ປັບໃຫ້ເຊື່ອມຕໍ່ກັບຫຼາຍປະເທດ.

ທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ກໍປະສົບຜົນສຳເລັດ ພ້ອມກັບອີກຫຼາຍເສັ້ນທາງຕັດໃໝ່ ແລະ ປັດຈຸບັນ ກໍໄດ້ນຳໃຊ້ເສັ້ນທາງສາຍນີ້ເປັນປົກກະຕິແລ້ວ. ນັບໄດ້ວ່າເປັນການພັດທະນາເສດຖະກິດລາວອີກດ້ານໜຶ່ງ ແລະ ເສັ້ນທາງດ່ວນຈະຕັດໃໝ່ເຊື່ອມຕໍ່ໄປຍັງປະເທດໃກ້ຄຽງ ກໍມີຫຼາຍໂຄງການມາຢູ່ເລື້ອຍໆ ເພື່ອແນໃສ່ການພັດທະນາໂຄງລ່າງດ້ານເສດຖະກິດ ໃຫ້ນັບມື້ນັບຂະຫຍາຍຕົວ. ໃນອະນາຄົດກໍມີຫຼາຍໂຄງການທີ່ກຳລັງສຶກສາຄວາມເປັນໄປໄດ້ ບາງໂຄງການກໍກຳລັງຈະລົງມືປະຕິບັດ ແລະ ບາງໂຄງການກໍສຳເລັດແລ້ວ.

ໃນຕໍ່ໜ້າ ສປປ ລາວ ຍັງຈະສືບຕໍ່ພັດທະນາຕັດເສັ້ນທາງໄປເຊື່ອມຕໍ່ແຂວງ ແລະ ເຊື່ອມໄປຍັງປະເທດເພື່ອນບ້ານໃຫ້ໄດ້ຫຼາຍຂຶ້ນ ເຊັ່ນດຽວກັບເສັ້ນທາງລົດໄຟອະນາຄົດອາດຈະໄດ້ເຊື່ອມຕໍ່ກັບຫຼາຍປະເທດ. ໃນເສັ້ນທາງຕັດໃໝ່ນີ້ ຈະປະກອບດ້ວຍ 14 ໂຄງການດ້ວຍກັນ ເພື່ອປັບ ສປປ ລາວ ໄປສູ່ Land Link.

14 ໂຄງການທາງຫຼວງ ເພື່ອປັບ ສປປ ລາວ ສູ່ Land Link:

  • ໂຄງການທີ 1 ນະຄອນຫຼວງວຽງຈັນ-ບໍ່ເຕັນ-ຫຼວງນ້ຳທາ ຮອດຊາຍແດນຈີນ.
  • ໂຄງການທີ 2 ທາງຫຼວງບໍ່ເຕັນ-ຫ້ວຍຊາຍ ເຊິ່ງເສັ້ນທາງນີ້ຈະເຊື່ອມຕໍ່ຝັ່ງໄທ (ຊຽງຣາຍ) ຢູ່ລະຫວ່າງການສຶກສາຄວາມເປັນໄປໄດ້ ມີການອອກແບບເສັ້ນທາງແລ້ວ ໄລຍະເສັ້ນທາງປະມານ 220 ກິໂລແມັດ.
  • ໂຄງການທີ 3 ນະຄອນຫຼວງວຽງຈັນ-ປາກເຊ ໂຄງການນີ້ໄດ້ແບ່ງອອກເປັນ 4 ສ່ວນ ແຕ່ເປັນເສັ້ນທາງທີ່ມຸ້ງລົງໃຕ້ ໂດຍປາກເຊ ຢູ່ຝັ່ງກົງກັນຂ້າມຈັງຫວັດອຸບົນຣາດຊະທານີ (ປະເທດໄທ) ແລະ ກໍມີດ່ານການຄ້າໃນບ່ອນນັ້ນ ເປັນທີ່ໜ້າສັງເກດວ່າທຸກເສັ້ນທາງຂອງ ສປປ ລາວ ຈະອີງມາຕິດທາງຝັ່ງປະເທດໄທ ສ່ວນດ້ານຕາເວັນອອກກໍຫາທາງເຊື່ອມໄປຍັງປະເທດຫວຽດນາມ ເພື່ອຈະໄດ້ລິ້ງໄປຍັງປະເທດເພື່ອນບ້ານ.
  • ໂຄງການທີ 4 ທາງຫຼວງທ່າແຂກ-ຊາຍແດນຫວຽດນາມ ເສັ້ນທາງນີ້ຈະເລີ່ມຈາກຂົວມິດຈະພາບລາວ-ໄທ ແຫ່ງທີ 3 ເຊິ່ງກົງກັນຂ້າມກັບຈັງຫວັດນະຄອນພະນົມ (ປະເທດໄທ) ໄປຈົນຮອດຊາຍແດນຫວຽດນາມ ເຊິ່ງກຳລັງຢູ່ໃນການສຶກສາຄວາມເປັນໄປໄດ້ຂອງໂຄງການ.
  • ໂຄງການທີ 5 ທາງຫຼວງປາກຊັນ-ຊາຍແດນຫວຽດນາມ.
  • ໂຄງການທີ 6 ທາງຫຼວງບ້ານຖານກ້ອນ ເມືອງໄຊທານີ, ທາງຫຼວງບ້ານສັງເຫຼັກ-ເມືອງໂທລະຄົມ (ກຳລັງສຶກສາຄວາມເປັນໄປໄດ້)
  • ໂຄງການທີ 7 ເປັນການພັດທະນາທາງຫຼວງເລກ 9 ຈາກເມືອງໄກສອນພົມວິຫານ-ເຊໂນ-ຊາຍແດນ ສປປ ລາວ-ຫວຽດນາມ .
  • ໂຄງການທີ 8 ເປັນໂຄງການພັດທະນາທາງເລກ 8 ໄດ້ເງິນທຶນຈາກສຳນັກງານການຮ່ວມມືລະຫວ່າງປະເທດ ສ.ເກົາຫຼີ
  • ໂຄງການທີ 9 ທາງຫຼວງເລກ 13 ຈາກນະຄອນຫຼວວຽງຈັນລຽບແມ່ນ້ຳຂອງ ໄປຂະໜານກັບຊາຍແດນໄທຈົນຮອດໃຕ້.
  • ໂຄງການທີ 10 ພັດທະນາທາງຫຼວງເລກ 12 ເສັ້ນທາງນີ້ໄດ້ຮັບການສະໜັບສະໜູນຈາກຄວາມຮ່ວມມື ພັດທະນາເສດຖະກິດຈາກປະເທດເພື່ອນບ້ານ ຫຼື NEDA ປະເທດໄທ.
  • ໂຄງການທີ 11 ພັດທະນາທາງເລກ 6 ວຽງໄຊ-ນາມຊອຍ (Nam Soi) ຊາຍແດນຫວຽດນາມ ທາງຕາເວັນອອກສຽງໃຕ້.
  • ໂຄງການທີ 12 ພັດທະນາທາງເລກ 6A ຫາງຫຼົງ-ສົບເບົາ ແຂວງຫົວພັນ ໄດ້ເງິນສະໜັບສະໜູນຈາກທະນາຄານເພື່ອການພັດທະນາເອເຊຍ ຫຼື ADB.
  • ໂຄງການທີ 13 ພັດທະນາທາງ 4B ຈາກເມືອງຫົງສາ ແຂວງໄຊຍະບູລີໄປເຖິງເມືອງຊຽງໝັ້ນ ແຂວງຫຼວງພະບາງ.
  • ໂຄງການທີ 14 ພັດທະນາທາງຈາກທ່າປາງທອງ ແລະ ຕູມແລນ ແຂວງສະຫວັນນະເຂດ ໄດ້ຮັບເງິນສະໜັບສະໜູນຈາກອຸດສາຫະກຳຈີນທາງເໜືອ.

ພາບປະກອບເສັ້ນທາງຕັດໃໝ່ທີ່ຕັດສຳເລັດແລ້ວ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/