ຢູໂຣບກຽມອອກກົດໝາຍຄວບຄຸມ Crypto ພ້ອມປ້ອງກັນຄວາມສ່ຽງທີ່ຈະເກີດອາຊະຍາກຳ


ກົດລະບຽບທີ່ກ່ຽວຂ້ອງກັບຄຣິບໂຕໃນສະຫະພາບຢູໂຣບ ກໍາລັງຖືກຊຸກຍູ້ໃຫ້ມີຄວາມໃກ້ຊິດ ແລະ ສອດຄ່ອງກັບໂລກເສດຖະກິດຫຼາຍຂຶ້ນ ພ້ອມຍັງໄດ້ວາງຂອບເຂດສໍາລັບຄວາມຍືນຍົງຈາກພະລັງງານຕື່ມອີກ.

ໃນວັນຈັນທີ 15 ມີນາ ທີ່ຜ່ານມານີ້ ຄະນະກໍາມະການເສດຖະກິດ ແລະ ການເງິນຂອງສະຫະພາບຢູໂຣບ ມີການລົງມະຕິດ້ວຍຄະແນນສຽງ 31 ຕໍ່ 4 ໃນກົດໝາຍກັບກຳດູແລຕະຫຼາດຄຣິບໂຕ ຫຼື (Market in Crypto Assets: MiCA) ໃນຂະນະດຽວກັນມີຜູ້ງົດອອກສຽງ 23 ສຽງ ເຊິ່ງກົດໝາຍດັ່ງກ່າວກວມເອົາບັນຫາການຊື້ຂາຍຄຣິບໂຕ ເພື່ອເຮັດໃຫ້ມັນງ່າຍຂຶ້ນສໍາລັບບໍລິສັດດ້ານຄຣິບໂຕ ​ເພື່ອ​ຂະຫຍາຍ​ທຸລະ​ກິດ​ດັ່ງກ່າວໄປ​ທັງ 27 ປະ​ເທດ​ໃນຢູໂຣບ ​ໂດຍ​ຜ່ານ​ໃບ​ອະນຸຍາດ​ພາຍ​ໃນ​ຂອງ EU.

ໃນກອງປະຊຸມຂອງຄະນະກໍາມະການ ໄດ້ເປີດເຜີຍວ່າ ໃນທີ່ສຸດກົດໝາຍດັ່ງກ່າວກໍຈະສາມາດນໍາໃຊ້ເພື່ອປົກປ້ອງຄຸ້ມຄອງຕະຫຼາດຄຣິບໂຕ ແລະ ສະກັດກັ້ນການຟອກເງິນຈາກກຸ່ມກໍ່ການຮ້າຍ ແລະ ອາຊະຍາກຳ.

ນອກຈາກນີ້ ຄະນະກໍາມະການຍັງໄດ້ປະຕິເສດກົດໝາຍ ທີ່ມີຈຸດປະສົງເພື່ອຈໍາກັດການນໍາໃຊ້ຄຣິບໂຕ ເຊັ່ນ: ການເຮັດວຽກຂອງຂອງລະບົບ ‘Proof of Work’ (ແມ່ນມີກົນໄກຫຼັກຄືການແກ້ໂຈດເລກ ເພື່ອຊອກຫາສົມຜົນທີ່ຖືກຕ້ອງ ຫຼື ເອີ້ນວ່າການຂຸດ) ຂອງຄຣິບໂຕ ທີ່ຕ້ອງອາໄສການໃຊ້ ພະລັງງານຢ່າງຫຼວງຫຼາຍ ໃນການປະຕິບັດງານ. ຖ້າບໍ່ດັ່ງນັ້ນ ຂໍ້ກໍານົດດັ່ງກ່າວສາມາດສົ່ງຜົນກະທົບຕໍ່ການນໍາໃຊ້ Bitcoinໄດ້.

ໃນທາງກົງກັນຂ້າມ ຄະນະກໍາມະການກໍາລັງຊອກຫາກົດໝາຍ ທີ່ສາມາດຊຸກຍູ້ ເສດຖະກິດ EU ພ້ອມກັບສົ່ງເສີມຄວາມຍືນຍົງດ້ານສິ່ງແວດລ້ອມໃນການຂຸດຄົ້ນ ຄຣິບໂຕພາຍໃນວັນທີ 1 ມັງກອນ 2025.

ຮ່າງກົດໝາຍດັ່ງກ່າວມີຈຸດປະສົງເພື່ອລົດ Carbon Footprint (ປະລິມານລວມ ກາສຄາບອນໄດອອກໄຊ) ຈາກ ຄຣິບໂຕ. ເນື່ອງຈາກກົນໄກ Proof of Work ຂອງ ຄຣິບໂຕ ໄດ້ຖືກປະນາມຈາກຫຼາຍຝ່າຍ ລວມທັງນັກການເມືອງ ແລະ ຝ່າຍກຳກັບດູແລ ຈາກ​ການ​ນໍາ​ໃຊ້​ພະ​ລັງ​ງານ​ຫຼາຍ​ ເຊິ່ງກຳລັງເປັນບັນຫາລະດັບໂລກໃນ​ປັດຈຸ​ບັນນີ້. ນອກ​ຈາກນີ້ ຍັງ​ມີ​ບັນດາ​ຜູ້ນຳ​ພາຍ​ໃນ​ສະຫະພາບ​ຢູໂຣບ ສະແດງເຖິງຄວາມວິຕົກ​ກັງວົນ​ວ່າ ພະລັງງານສະອາດທີ່ກຳລັງເກີດຂຶ້ນໃນປັດຈຸບັນ ອາດຈະຖືກນໍາໃຊ້ກັບວົງການຄຣິບໂຕ ແທນ​ທີ່​ຈະ​ນໍາ​ໃຊ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/