ລ້ຳເກີນໄປແລ້ວ! ບໍລິສັດໃນຈີນພັດທະນາຫຸ່ນຍົນໝາທີ່ຕິດປືນຈູ່ໂຈມ ສາມາດເຄື່ອນທີ່ໃສ່ເປົ້າໝາຍດ້ວຍການໃຊ້ໂດຣນບິນ

ຫຸ່ນຍົນໝາ

ປັດຈຸບັນເທັກໂນໂລຢີຫຸ່ນຍົນດ້ານການທະຫານແມ່ນໄດ້ພັດທະນາໄປຢ່າງໄວວາ ແລະກ້າວກະໂດດ ເຊິ່ງນັ້ນເຮັດໃຫ້ບໍລິສັດຫຼາຍແຫ່ງທັງໃນຈີນ, ສະຫະລັດອາເມຣິກາ ຫຼື ປະເທດຊັ້ນນຳດ້ານເທັກໂນໂລຢີອື່ນໆ ຕ່າງກໍພາກັນພັດທະນາຫຸ່ນຍົນດ້ານການທະຫານໃຫ້ມັນມີຄວາມທັນສະໄໝ ແລະປະສິດທິພາບຫຼາຍຂຶ້ນກວ່າເກົ່າ. ເຊັ່ນດຽວກັບບໍລິສັດແຫ່ງໜຶ່ງໃນຈີນທີ່ໄດ້ພັດທະນາຫຸ່ນຍົນໝາທີ່ຕິດປືນຈູ່ໂຈມ ໂດຍມັນສາມາດເຄື່ອນທີ່ໃສ່ເປົ້າໝາຍດ້ວຍການໃຊ້ໂດຣນບິນ.

ຫຸ່ນຍົນໝາ

ເມື່ອບໍ່ດົນມານີ້ Kestrel Defense Blood-Wing  ບໍລິສັດຜູ້ຜະລິດອາວຸດດ້ານການທະຫານໃນຈີນໄດ້ເປີດເຜີຍວິດີໂອຂອງເທັກໂນໂລຢີຫຸ່ນຍົນສົງຄາມຮຸ່ນໃໝ່ຫຼ້າສຸດຜ່ານທາງເວັບໄຊ Weibo (ແພລັດຟອມຍອດນິຍົມໃນປະເທດຈີນ ທີ່ອະທິບາຍການເຮັດວຽກຂອງຫຸ່ນຍົນໝາທີ່ຕິດຕັ້ງອາວຸດປືນຈູ່ໂຈມ ແລະມັນສາມາດເຄື່ອນທີ່ເຂົ້າຫາເປົ້າໝາຍດ້ວຍການໃຊ້ໂດຣນບິນ.

ຫຸ່ນຍົນໝາ
ຫຸ່ນຍົນໝາ

ໃນວິດີໂອດັ່ງກ່າວຈະສະແດງໃຫ້ເຫັນຫຸ່ນຍົນໝາຕິດປືນຈູ່ໂຈມຕົວໃໝ່ນີ້ບິນຂຶ້ນແລະລົງຈອດໃນແນວຕັ້ງ. ພ້ອມນັ້ນມັນຍັງບິນອ້ອມອາຄານເປົ້າໝາຍກ່ອນຈະລົງໝອບໃນທ່ານອນໝອບຂອງໝາ ແລ້ວຢືນຂຶ້ນດ້ວຍຂາທັງສີ່ພ້ອມກັບອາວຸດປືນທີ່ຕັ້ງຢູ່ເທິງຫຼັງຂອງຕົວຫຸ່ນຍົນ ແລະຕາມຂໍ້ມູນທີ່ທາງບໍລິສັດເປີດເຜີຍພົບວ່າປືນທີ່ຕິດຕັ້ງເທິງຕົວຫຸ່ນຍົນເປັນປືນກົນຊະນິດເບົາ QBB-97 ທີ່ຜະລິດໃນປະເທດຈີນ ມີໄລຍະການຍິງ 400 ແມັດ ແລະ ສາມາດຍິງໄດ້ 650 ລູກຕໍ່ນາທີ.

ຫຸ່ນຍົນໝາ
ຫຸ່ນຍົນໝາ

ຢ່າງໃດກໍຕາມ ເພາະວ່າຫຸ່ນຍົນຕົວນີ້ຍັງເປັນເທັກໂນໂລຢີໃໝ່ດັ່ງນັ້ນທາງດ້ານບໍລິສັດຜູ້ຜະລິດຈຶ່ງບໍ່ສາມາດເປີດເຜີຍຫຼາຍລະອຽດໄດ້ຫຼາຍກວ່ານີ້ກ່ຽວກັບຫຸ່ນຍົນໝາຮຸ່ນດັ່ງກ່າວ ແລະຄາດວ່າໃນປັດຈຸບັນບໍລິສັດແມ່ນຢູ່ໃນຂັ້ນຕອນວິໄຈພັດທະນາຮຸ່ນຍົນໝາຕິດຕັ້ງອາວຸດປືນ ສ່ວນຈະມີການນໍາມາໃຊ້ໃນກອງທັບປະຊາຊົນຈີນຫຼືບໍ່ ຕອນນີ້ຍັງບໍ່ມີຂໍ້ມູນຢືນຢັນໃນປະເດັນດັ່ງກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/