ລາວ-ຮົງກາລີ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ພາຍໃຕ້ເງິນກູ້ຢືມໃນເງື່ອນໄຂບໍ່ມີດອກເບ້ຍ

ລາວ-ຮົງກາລີ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ປີເຕີ ຊີຢາໂຕ Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ເເຕ່ວັນທີ 2-4 ພະຈິກ 2022, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ ທີ່ມີການພົວພັນຮ່ວມມືທີ່ດີເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ນັບແຕ່ປີ 2019 ເປັນຕົ້ນມາ.

ການຢ້ຽມຢາມຄັ້ງນີ້ມີຂຶ້ນໃນທ່າມກາງສອງປະເທດ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022). ໃນໂອກາດການຢ້ຽມຢາມດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍ ກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ຮົງກາຣີ ຕະຫຼອດໄລຍະຜ່ານມາ, ເຊິ່ງການພົວພັນບົນພື້ນຖານແຫ່ງສາຍພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍສະແດງອອກຜ່ານການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ ແລະ ວິຊາການຂອງສອງປະເທດຢ່າງເປັນປົກກະຕິ.

ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ລາວ-ຮົງກາຣີ ພາຍໃຕ້ເງິນກູ້ຢືມໃນເງື່ອນໄຂບໍ່ມີດອກເບ້ຍ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ໄດ້ຢໍ້າຄືນເຖິງການສືບຕໍ່ຈັດຕັ້ງປະຕິບັດ ໂຄງການແລກປ່ຽນປະສົບການນັກການທູດໜຸ່ມນ້ອຍ ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຮົງກາຣີ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາສາກົນທີ່ພົ້ນເດັ່ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ລວມທັງສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ.

ລາວ-ຮົງກາລີ

ບົນພື້ນຖານແຫ່ງໝາກຜົນຂອງການພົວພັນຮ່ວມມືສອງຝ່າຍທີ່ດີ, ໃນໂອກາດການຢ້ຽມຢາມຄັ້ງນີ້ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາ ເຊິ່ງຝ່າຍ ຮົງກາຣີ ສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາລາວ ສຳລັບສົກປີ 2023-2025 ຈໍານວນ 150 ທຶນຕໍ່ປີ. ປັດຈຸບັນ ມີນັກສຶກສາລາວ ກໍາລັງຮຽນຢູ່ ຮົງກາຣີ ປະມານ 400 ຄົນ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມພະນັກງານສະຖານທູດ ແລະ ນັກສຶກສາລາວອີກດ້ວຍ.

ລາວ-ຮົງກາລີ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ຮົງກາຣີ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະ ເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບ ທ່ານ ລາສ໌ໂລ ໂຄເວີ້ (Laszlo Kover), ປະທານສະພາແຫ່ງຊາດ ຮົງກາຣີ, ເຊິ່ງ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າການພົວພັນຮ່ວມມືຂອງສອງປະເທດ, ລວມທັງ ປຶກສາຫາລື ເຖິງຄວາມເປັນໄປໄດ້ໃນການພົວພັນສາຍພັກ ລະຫວ່າງ ລາວ ແລະ ຮົງກາຣີ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ນອກຈາກນັ້ນ ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຢາມເຂດເສດຖະກິດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດ-ວັດທະນະທຳ ຂອງ ຮົງກາຣີ ອີກດ້ວຍ.

ລາວ-ຮົງກາລີ

ຂໍ້ມູນຈາກ: https://cutt.ly/FN0OyOS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/