ລົດໄຟທີ່ເກົ່າແກ່ທີ່ສຸດໃນໂລກ ໃນປະເທດເຢຍລະມັນ ປັດຈຸບັນຍັງເປີດໃຫ້ໃຊ້ບໍລິການ


Schwebebahn ເປັນລົດໄຟແບບຫ້ອຍ (suspension railway) ທີ່ເກົ່າແກ່ທີ່ສຸດໃນໂລກ ແລະ ມີລະບົບຂົນສົ່ງສາທາລະນະທີ່ມີຊື່ສຽງລະດັບໂລກ, ຕັ້ງຢູ່ທີ່ເມືອງ Wuppertal ປະເທດເຢຍລະມັນ, ສ້າງຂຶ້ນໃນລະຫວ່າງປີ 1897-1903.

ເຫດຜົນທີ່ສ້າງຂຶ້ນໃນລັກສະນະທີ່ແປກຕາ ເພາະວ່າໃນສະຕະວັດທີ 19 ນັ້ນ ຢຸໂຣບ ເມືອງ Wuppertal ກໍາລັງຂະຫຍາຍເສດຖະກິດຂຶ້ນນັບມື້ ຄົນສ່ວນຫຼາຍກໍຍ້າຍເຂົ້າມາຢູ່ໃນເມືອງນີ້ ຈົນເຮັດໃຫ້ຈຳນວນປະຊາກອນເພີ່ມຂຶ້ນ ການຈະລາຈອນຕ່າງໆກໍພົບແຕ່ຄວາມຫຍຸ້ງຍາກ.

ທາງລັດຖະບານຈຶ່ງເຫັນດີສ້າງລົດໄຟຂຶ້ນ ເພື່ອເປັນການຂະຫຍາຍລະບົບລົດຂົນສົ່ງທີ່ສະດວກສະບາຍກວ່າເກົ່າ ແລະ ເມືອງນີ້ກໍບໍ່ສາມາດເຮັດເສັ້ນທາງລົດໄຟແບບຕິດດິນໄດ້ ປະກອບກັບການເຈາະອຸໂມງກໍຍາກ ເພາະເມືອງ Wuppertal ເປັນເມືອງທີ່ມີພູຜາສູງຊັນເປັນຈໍານວນຫຼາຍ, ຖະໜົນຫົນທາງກໍແຄບອີກດ້ວຍ.

ສະນັ້ນແລ້ວ ຈຶ່ງມີຄວາມຄິດສ້າງລົດໄຟທີ່ຫ້ອຍໄວ້ຢູ່ເທິງ ເພາະມັນສະດວກສະບາຍໃນການສັນຈອນໄປມາ ພ້ອມທັງປະຢັດເນື້ອທີ່, ພິເສດໄປກວ່ານັ້ນແມ່ນໄດ້ເຫັນວິວທໍາມະຊາດງາມໆໃນຕົວເມືອງພ້ອມ.

ລົດໄຟແມ່ນມີເສັ້ນທາງຕາມສາຍແມ່ນໍ້າ Wuppertal ເຊິ່ງເປັນສາຂາຂອງແມ່ນໍ້າ Rhine ແລະ ຕາມຕົວເມືອງ, ມີສະຖານີທັງໝົດ 20 ສະຖານີ, ໄລຍະທາງໃຫ້ບໍລິການ 13.3 ກິໂລແມັດ, ໄລຍະເວລາໃຫ້ບໍລິການ 30 ນາທີ.

ຂອບໃຈຂໍ້ມູນຈາກ:

https://kamakura-enoshima-monorail.jp/thai/fun/index.html?fbclid=IwAR3sdb3hNNS5hchjZP95oljSibim2vmQKYblNc8BDa2_9yNCOebtQJcFYX4

ຂອບໃຈຮູບພາບ:  

https://www.facebook.com/DieWuppertalerSchwebebahn/photos/?ref=page_internal