ປະຊາຊົນບ້ານໄຮ່ ເມືອງປາກງື່ມ ປູກມັນເພົາຂາຍໄດ້ກໍາໄລ 30 ກວ່າລ້ານກີບ ຕໍ່ການປູກ 1 ຄັ້ງ


ນາງ ດວງໄລ ພິມມະສານ ປະຊາຊົນບ້ານໄຮ່ ເມືອງປາກງື່ມ ແຂວງນະຄອນຫຼວງວຽງຈັນ ໄດ້ຖືອາຊີບປູກມັນເພົາເປັນອາຊີບຫຼັກຕັ້ງແຕ່ປີ 2008, ໄດ້ເຊົ່າດິນປູກທີ່ບ້ານໂນນຊາຍ ເມືອງປາກງື່ມ ມີເນື້ອທີ່ 2 ໄຮ່. ໃນການເລືອກອາຊີບປູກມັນເພົານີ້ ລາວໄດ້ກ່າວວ່າ: ເປັນພືດທີ່ປູກງ່າຍພຽງແຕ່ 3 ເດືອນກໍນໍາມາອອກຈໍາໜ່າຍໄດ້ແລ້ວ, ໂດຍມີກໍາໄລເກືອບ 30 ລ້ານກີບຕໍ່ຄັ້ງ, ເຊິ່ງຈະມີແມ່ຄ້າໄດ້ມາເອົາເຖິງທີ່ ລາຄາກໍຂຶ້ນລົງຕາມທ້ອງຕະຫຼາດ. ນອກຈາກຈະປູກມັນເພົາແລ້ວ ຍັງປູກສາລີຫວານເພີ່ມຂຶ້ນຕື່ມ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຫຼາຍກວ່າເກົ່າ.

ນາງ ດວງໄລ ພິມມະສານ ຍັງກ່າວຕື່ມຕໍ່ໂທລະພາບນະຄອນຫຼວງວຽງຈັນອີກວ່າ: ການປູກມັນເພົາ ແລະ ສາລີຫວານສາມາດສ້າງລາຍຮັບທີ່ດີໃຫ້ແກ່ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ ເນື່ອງຈາກວ່າເປັນພືດທີ່ປູກງ່າຍ ຕອບສະໜອງຜົນຕອບຮັບໄດ້ຫຼາຍພໍສົມຄວນ ໃຊ້ເວລາ ແລະ ແຮງງານໜ້ອຍ, ບາງຄັ້ງຄາວກໍຈ້າງແຮງງານບ້ານໃກ້ເຮືອນຄຽງທີ່ມີລາຍໄດ້ບໍ່ຫຼາຍ ມາປະກອບສ່ວນໃນແຕ່ລະຄັ້ງ. ສ່ວນການບົວລະບັດຮັກສາກໍສະບາຍພຽງແຕ່ຫຼົກຫຍ້າ ຖ້າດິນແຫ້ງແລ້ວຫົດນໍ້າ ຂຶ້ນຢູ່ກັບວ່າເຮົາຈະຫົດດົນປານໃດ ຖ້າບໍ່ຫົດມັນຈະແຫ້ງອາດຈະບໍ່ງາມ.

ເຫດຜົນທີ່ເລືອກປູກມັນເພົາ ຍ້້ອນວ່າມັນມີຄວາມສະດວກສະບາຍກວ່າປູກອັນອື່ນ ແຖມຜົນຜະລິດກໍໄດ້ດີກວ່າພືດຊະນິດອື່ນອີີກ. ຖ້າເວົ້າຫຼັກຕົ້ນຕໍກໍຄືລາຍໄດ້ຈະດີກວ່າເຮັດນາ ເພາະຈະບໍ່ໄດ້ຮັກສາຫຼາຍ, ທີ່ສໍາຄັນແມ່ນປູກໄດ້ຕະຫຼອດປີ ແລະ ລົງທຶນກໍບໍ່ຫຼາຍ.

ຖືວ່າເປັນອີກບຸກຄົນໜຶ່ງ ທີ່ປ່ຽນອາຊີບປູກມັນເພົາເປັນອາຊີບຫຼັກ ສ້າງສາຄອບຄົວໃຫ້ມີລາຍໄດ້ທີ່ໝັ້ນຄົງ ແລະ ກໍເປັນແບບຢ່າງທີ່ດີໃຫ້ແກ່ຊາວກະສິກອນເຮົາອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/vte9cha/posts/247917636876204

ຂອບໃຈຮູບພາບຈາກ:

https://www.facebook.com/photo?fbid=3442418612534192&set=pcb.3442422355867151