ລາວ

ໃນວັນທີ 22 ກໍລະກົດ 2022, ຢູ່ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ນະຄອນຫຼວງປາຣີສ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ເອັມມານູເອລ ມາຄຣົງ (H.E. Emmanuel MACRON), ປະທານາທິບໍດີ ແຫ່ງ ປະເທດ ສາທາລະນະລັດ ຝຣັ່ງ ເພື່ອເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ປະເທດ ສາທາລະນະລັດ ຝຣັ່ງ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານທູດລາວ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອ ສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດຝຣັ່ງ ພ້ອມທັງ ຜ່ານທ່ານໄປຍັງ ລັດຖະບານ ແລະປະຊາຊົນຝຣັ່ງ ທຸກຖ້ວນໜ້າ.

ລາວ

ທ່ານ ທູດລາວ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດ ຝຣັ່ງ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ຕົນຈະເຮັດສຸດຄວາມສາມາດໃນການເພີ່ມທະວີ ການສົ່ງເສີມ ສຳພັນໄມຕີ, ການຮ່ວມມືຂອງສອງປະເທດທີ່ດີມາແຕ່ດົນນານໃຫ້ດີຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມືຢ່າງດີໃນຕໍ່ໜ້າ. ຕອນທ້າຍ, ທ່ານ ເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນຝຣັ່ງທຸກຖ້ວນໜ້າ.

ລາວ

ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມາຄຣົງ ໄດ້ສະແດງຄວາມຊົມເຊີຍ ທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກຖ້ວນໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 22 ຕຸລາ 1953; ສປປລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີສ ແລະ ສາທາລະນະລັດ ຝຣັ່ງ ມີສະຖານທູດຕັ້ງຢູ່ ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ: https://cutt.ly/dZf1TOl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ