ລາວ-ຈີນ ຕ້ອງວາງແຜນຮ່ວມກັນ ໃຫ້ການເຂົ້າມາຂອງນັກທ່ອງທ່ຽວຈີນ ສ້າງຜົນປະໂຫຍດສູງສຸດໃຫ້ທັງ 2 ​ຝ່າຍ


ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຜີຍວ່າ ລາວ-ຈີນ ຕ້ອງວາງແຜນຮ່ວມກັນ ໃຫ້ການເຂົ້າມາທ່ຽວລາວ ຂອງນັກທ່ອງທ່ຽວຈີນ ສ້າງຜົນປະໂຫຍດສູງສຸດໃຫ້ທັງ 2 ​ຝ່າຍ.

ໂດຍທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ:​ ເພື່ອເຮັດໃຫ້ການທ່ອງທ່ຽວລາວ-ຈີນ ມີປະສິດທິຜົນກວ່າເກົ່າ, ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ລາວ ແລະ ຈີນ ຕ້ອງໄດ້ວາງແຜນຮ່ວມກັນ ເພື່ອເຮັດໃຫ້ນັກທ່ອງທ່ຽວຈີນທີ່ເດີນທາງມາທ່ອງທ່ຽວລາວ ໄດ້ທັງຄວາມປະທັບໃຈ ແລະ ປະສົບການທີ່ດີກັບບ້ານ, ມາທ່ອງ ທ່ຽວແລ້ວຢາກມາອີກ, ທັງຮັບປະກັນຜົນປະໂຫຍດຂອງ ທັງ ສອງຝ່າຍ.

ໃນໄລຍະຜ່ານມາ ລາວ-ຈີນ ໄດ້ຮ່ວມກັນຈັດກິດຈະກໍານໍານັກທ່ອງທ່ຽວຈີນມາທ່ອງທ່ຽວລາວແບບເປັນກຸ່ມໂດຍຜ່ານລົດໄຟລາວ-ຈີນຫຼາຍຄັ້ງ, ຫຼ້າສຸດໃນຕົ້ນເດືອນພຶດສະພານີ້ ມີນັກທ່ອງທ່ຽວຈາກເມືອງກຸ້ຍຢາງ, ແຂວງກຸ້ຍໂຈ ເດີນທາງມາທ່ອງທ່ຽວລາວ.

ທ່ານ ນາງ ດາລານີ ກ່າວອີກວ່າ: ນອກຈາກນີ້ ຝ່າຍລາວ ຈະຮ່ວມ ມືກັບຝ່າຍຈີນຈັດກອງປະຊຸມຮ່ວມກັນເພື່ອສ້າງໂອກາດໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວຂອງສອງຝ່າຍໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ເຈລະຈາເຮັດສັນຍາດໍາເນີນທຸລະກິດຮ່ວມກັນ, ລວມເຖິງຕ້ອງໄດ້ຈັດກອງປະຊຸມຮ່ວມກັບ ບໍລິສັດ ລົດໄຟລາວ-ຈີນ ເພື່ອປັບປຸງສິ່ງອໍານວຍຄວາມສະດວກທີ່ກ່ຽວຂ້ອງກັບການບໍລິການລົດໄຟລາວ-ຈີນ ໃຫ້ດີຂຶ້ນກວ່າເກົ່າ.

ໃນໂອກາດປີທ່ອງທ່ຽວລາວ 2024, ສປປ ລາວ ວາງຄາດໝາຍດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ບໍ່ຫຼຸດ 8 ແສນກວ່າຄົນ ໃນຈໍານວນຄາດໝາຍດຶງດູດນັກທ່ອງ ທ່ຽວຕ່າງປະເທດໃຫ້ໄດ້ທັງໝົດ 2,7 ລ້ານຄົນ.

ໃນນີ້ ສະເພາະໄລຍະ 3 ເດືອນຕົ້ນປີນີ້ (ເດືອນມັງກອນ -ມີນາ) ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວ  242.139 ຄົນ, ຈັດຢູ່ອັນດັບທີ 3 ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວລາວທັງໝົດ. ຂະນະທີ່ ປີ 2023 ຜ່ານມາ ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວທັງໝົດ 641.314 ຄົນ.

ທ່ານ ຮອງລັດຖະມົນຕີ ຖວທ ຍັງກ່າວອີກວ່າ: ເພື່ອບັນລຸຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຂະແໜງການທ່ອງທ່ຽວໄດ້ເຮັດວຽກຮ່ວມກັບທຸກຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າບັນດານະໂຍບາຍແລ້ວສະເໜີຕໍ່ລັດຖະບານ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ເຊັ່ນ: ນະໂຍບາຍດ້ານວິຊ່າ, ການເຂົ້າ-ອອກເມືອງ, ເພີ່ມສາຍການບິນ, ການຄົມມະນາຄົມພາຍໃນປະເທດ, ອໍານວຍຄວາມສະດວກໃນການໃຊ້ຈ່າຍຜ່ານລະບົບທະນາຄານ ແລະ ອື່ນໆ, ຄຽງຄູ່ກັນນີ້ ໄດ້ເຮັດວຽກຮ່ວມກັບປະເທດເພື່ອນມິດໃນຂອບການຮ່ວມມືຕ່າງໆ ໂດຍສະເພາະໃນຂອບອາຊຽນ.

ທີ່ມາ:

https://www.facebook.com/lnrlao/posts/pfbid0fiPtH4kWu8MtfWt3pLDbBxRbo5VnThxboagoBWe96J74W7YA43v6jiEjCtjvb6Lpl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/