ລາຊາວົງການແຟຊັນ Karl Lagerfeld ກັບຕຳນານຜູ້ສ້າງເອກະລັກເໜືອການເວລາໃຫ້ CHANEL


ສາຍາ ລາຊາວົງການແຟຊັນ ນັ້ນບໍ່ແມ່ນຈະໄດ້ມາງ່າຍໆ ຄຳວ່າຕຳນານນັ້ນຕ້ອງມີຜົນງານເດັ່ນດ້ານໃດດ້ານໜຶ່ງນັ້ນເອງ ສຳລັບວົງການແຟຊັນບຸກຄົນລະດັບຕຳນານກໍມີທັງນາງແບບ, ດາລາ, ຊ່າງຖ່າຍພາບ ແລະ ດີໄຊເນີ ທຸກຄົນລ້ວນແຕ່ມີຄວາມໂດ່ດເດັ່ນຂອງຕົນເອງ ແລະ ແນ່ນອນຫາກເວົ້າເລື່ອງວົງການແຟຊັນກໍຕ້ອງເວົ້າເຖິງ Karl Lagerfeld.

ມື້ນີ້ທາງ LaoX ຈະພາມາຮູ້ຈັກ Karl Lagerfeld ລາຊາວົງການແຟຊັນ ຜູ້ທີ່ສ້າງສັນວົງການແຟຊັນໃຫ້ມີຄວາມເອກະລັກ ໂດຍສະເພາະ Chanel ທີ່ລາຊາວົງການແຟຊັນສ້າງເອກະລັກໃຫ້ມັນຢູ່ເໜືອການເວລາ ແລະ ເປັນທີ່ໜ້າຈົດຈຳມາຮອດປັດຈຸບັນ.

Karl Lagerfeld ເກີດໃນວັນທີ 10 ກັນຍາ 1933 ໃນເມືອງ Hamburg ປະເທດ ເຢຍລະມັນ ແຕ່ຕົວຂອງລາຊາວົງການແຟຊັນເຄີຍໃຫ້ສຳພາດໄວ້ວ່າຕົນເອງເກີດໃນປີ 1935 ກ່ອນໜ້ານັ້ນມີຂໍ້ມູນວ່າເກີດປີ 1938 ແນ່ນອນວ່າໃນສະໄໝນັ້ນບໍ່ມີການຍອມຮັບໃນຄວາມແຕກຕ່າງ ຫຼື ເປີດກວ້າງທາງຄວາມຄິດ ໂດຍ Karl Lagerfeld ເກີດໃນຄອບຄົວທີ່ມີຖານະຮັ່ງມີ ໂດຍພໍ່ ແລະ ແມ່ ເປັນນັກທຸລະກິດດ້ານອາຫານ.

Karl Lagerfeld ມີຄວາມສົນໃຈໃນດ້ານການອອກແບບ ແລະ ແຕ້ມຮູບ ໂດຍຈະມັກຕັດຮູບໃນວາລະສານແຟຊັນ ມາຫຼິ້ນ ຕອນເປັນເດັກນ້ອຍໄດ້ເຂົ້າສຶກສາທີ່ St.Annes School ແລະ ຈົບການສຶກສາດ້ານສິລະປະ ແລະ ປະຫວັດສາດຈາກ  Lycée Montaigne ເມື່ອອາຍຸຄົບ 14 ປີ ຄອບຄົວຍ້າຍມາຢູ່ Paris ໄປເຂົ້າຮຽນການແຕ້ມຮູບ ແລະ ຮຽນຮູ້ເລື່ອງຜ້າຢູ່ອີກ 2 ປີ. ຕອນອາຍຸ 21 ປີ ກໍເຂົ້າແຂ່ງການອອກແບບ ພ້ອມໄດ້ຮັບໄຊຊະນະມາ ຕອນນີ້ເອງເຮັດໃຫ້ເຂົາໄດ້ພົບກັບອະນາຄົດນັກອອກແບບຊື່ດັງອີກຄົນນັ້ນກໍຄື Yves Saint Laurent ແລະ ກາຍເປັນໝູ່ສະໜິດກັນໃນເວລາຕໍ່ມາພ້ອມກັບກາຍເປັນຄູ່ແຄ້ນ.

ການຊະນະການປະກວດເຮັດໃຫ້ກາຍເປັນຄົນໃນວົງການແຟຊັນເຕັມຕົວໂດຍໃນປີ 1955 Karl Lagerfeld ໄດ້ເປັນນັກອອກແບບເຕັມຕົວເທື່ອທຳອິດໃນຕຳແໜ່ງຜູ້ຊ່ວຍມືໃໝ່ກັບ Pierre Balmain. ຈາກນັ້ນອີກ 3 ປີ ກໍໄດ້ຍ້າຍມາເຮັດວຽກກັບ Jean Patou ແລະ ໄດ້ເລີ່ມງານອອກແບບ Haute Couture ທີ່ມີແຕ່ 10 ອັນ ແຕ່ໃຊ້ຊື່ຕົນເອງວ່າ Roland Karl ໃນປີ 1960 Haute Couture collection ທີ່ເຮັດໃຫ້ຖືກວິຈານວ່າ ມັນງາມແຕ່ມັນບໍ່ແມ່ນ Haute Couture.

ຈາກນັ້ນເຂົາກໍໄດ້ຮ່ວມງານກັບ Tiziano ເຊິ່ງເປັນແບນຈາກປະເທດອິຕາລີ ທີ່ມີຖານລູກຄ້າເປັນເຫຼົ່າດາລາ ແລະ ສາວຊັ້ນສູງ ແລະ ຕໍ່ມາໃນປີ 1964 Karl Lagerfeld ກໍໄດ້ກາຍມາເປັນ Freelance designer ໃຫ້ກັບ Chloe ແລະ ແນ່ນອນວ່າລາຊາບໍ່ເຄີຍຢຸດຢູ່ບ່ອນເກົ່າ ລາວໄດ້ເຮັດ collection ມີຜົນງານແປກໃໝ່ມານຳສະເໜີໃຫ້ຜູ້ຊົມ Surprise Skirt ໂສ້ງຂາຍາວເທົ່າເຂົ່າທີ່ເບິ່ງຄືກະໂປງ ແລະ ໃນປີ 1970 ເຮັດໃຫ້ແບຣນ Curiel ແລະ Fendi.

ແນ່ນອນວ່າອີກໜຶ່ງແບຣນທີ່ບໍ່ເວົ້າເຖິງບໍ່ໄດ້ນັ້ນຄື Chanel ທີ່ໄດ້ຮ່ວມງານກັນປີ 1982 Karl Lagerfeld ໄດ້ພິກໂສມໜ້າແບຣນ Chanel ໃຫ້ກັບມາໂດດເດັ່ນອີກຄັ້ງຈາກການຄິດຄົ້ນ Signature ໃໝ່ອອກມາ ເຮັດໃຫ້ພາບຕົວອັກສອນ C ໄຂວ້ກັນ ຫຼື ດອກຄາມິເລຍສີຂາວ ນັ້ນແຫຼະຄືຜົນງານ ລາຊາວົງການແຟຊັນ Karl Lagerfeld.

ປັດຈຸບັນ ລາຊາວົງການແຟຊັນ Karl Lagerfeld ໄດ້ເສຍຊີວິດລົງໃນວັນທີ 19 ກຸມພາ 2019 ຕອນອາຍຸ 85 ປີ ທີ່ປະເທດ ຝຣັ່ງ ເປັນການສູນເສຍຄັ້ງໃຫຍ່ຂອງວົງການແຟຊັນ ເພາະລາຊາວົງການແຟຊັນ Karl Lagerfeld ນັ້ນຄືຜູ້ອຸທິດທັງກາຍ ແລະ ໃຈຕະຫຼອດຊີວິດໃຫ້ກັບຜົນງານຂອງຕົນເອງ ແລະ ນີ້ຄືລາຊາວົງການແຟຊັນ Karl Lagerfeld ຜູ້ທີ່ວົງການແຟຊັນບໍ່ມີວັນລືມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/