ປົກເວັບ 63 1

ລາຄານໍ້າມັນດິບໂລກເພີ່ມຂຶ້ນຫຼາຍກວ່າ 4% ທັນທີ ຫຼັງຈາກກອງທັບສະຫະລັດ ແລະ ອີຣານ ເປີດສາກໂຈມຕີຕອບໂຕ້ກັນຢ່າງດຸເດືອດຢູ່ບໍລິເວນຊ່ອງແຄບຮໍມູສ ເຊິ່ງເປັນເສັ້ນທາງຍຸດທະສາດການຂົນສົ່ງນໍ້າມັນທີ່ສຳຄັນຂອງໂລກ ໂດຍມີເປົ້າໝາຍເພື່ອຍາດແຍ່ງ ແລະ ຫຼຸດຂີດຄວາມສາມາດໃນການຄວບຄຸມເສັ້ນທາງເດີນເຮືອນີ້ ເຊິ່ງການປະທະກັນດັ່ງກ່າວໄດ້ສົ່ງຜົນກະທົບເຮັດໃຫ້ການຈໍລາຈອນທາງເຮືອຫຼຸດລົງຢ່າງຮຸນແຮງ ແລະ ສົ່ງຜົນໃຫ້ຕະຫຼາດຮຸ້ນອາຊີປັບຕົວຫຼຸດລົງຢ່າງໜັກ.

ຄວາມເຄັ່ງຕຶງຄັ້ງໃໝ່ນີ້ສົ່ງຜົນໃຫ້ລາຄານໍ້າມັນດິບເບຣນ (Brent) ເຊິ່ງເປັນລາຄາອ້າງອີງສາກົນ ປັບຕົວຂຶ້ນມາຢູ່ທີ່ 79.26 ໂດລາຕໍ່ບາເຣວ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 22 ມິຖຸນາເປັນຕົ້ນມາ ໂດຍການຜະເຊີນໜ້າກັນໄດ້ທະວີຄວາມຮຸນແຮງຂຶ້ນ ຫຼັງຈາກກອງກຳລັງສູນກາງສະຫະລັດ (CENTCOM) ໄດ້ເປີດປະຕິບັດການໂຈມຕີທາງອາກາດຫຼາຍສິບຄັ້ງໃສ່ເປົ້າໝາຍໃນອີຣານ ເພື່ອທຳລາຍຂີດຄວາມສາມາດໃນການໂຈມຕີເຮືອສິນຄ້າ ຫຼັງຈາກທີ່ສະຫະລັດກ່າວຫາອີຣານວ່າໄດ້ກໍ່ເຫດໂຈມຕີເຮືອບັນທຸກຕູ້ຄອນເທນເນີ MV GFS Galaxy ທີ່ຕິດທຸງໄຊປຣັສ ໃນຂະນະທີ່ພວມເດີນເຮືອຜ່ານຊ່ອງແຄບດັ່ງກ່າວ ເຊິ່ງທາງສະຫະລັດຢືນຢັນວ່າຊ່ອງແຄບຮໍມູສເປັນເສັ້ນທາງການຄ້າສາກົນທີ່ອີຣານບໍ່ມີສິດຄວບຄຸມ ແລະ ກອງທັບສະຫະລັດພ້ອມທີ່ຈະປົກປ້ອງເສລີພາບໃນການເດີນເຮືອພານິດຢ່າງເຕັມສ່ວນ.

ທາງດ້ານອີຣານກໍໄດ້ຕອບໂຕ້ດ້ວຍການຍິງລູກສອນໄຟ ແລະ ໂດຣນໂຈມຕີໃສ່ຫຼາຍປະເທດພັນທະມິດຂອງສະຫະລັດໃນພາກພື້ນ ເຊັ່ນ ສະຫະລັດອາຣັບເອມິເຣດ ກາຕາ ກູເວດ ໂອມານ ແລະ ບາເຣນ ພ້ອມທັງເຕືອນວ່າເຮືອລຳໃດທີ່ບໍ່ເດີນເຮືອຕາມເສັ້ນທາງທີ່ອີຣານກຳນົດຈະບໍ່ໄດ້ຮັບການຄໍ້າປະກັນຄວາມປອດໄພ ແລະ ຕ້ອງຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນເອງ.

ຜົນກະທົບຈາກການສູ້ຮົບຄັ້ງໃໝ່ນີ້ ເຮັດໃຫ້ການເດີນເຮືອຜ່ານຊ່ອງແຄບຮໍມູສ ເຊິ່ງປົກກະຕິໃນພາວະສັນຕິພາບຈະມີເຮືອຜ່ານເຖິງ 130 ລຳຕໍ່ວັນ ແລະ ເປັນເສັ້ນທາງຂົນສົ່ງນໍ້າມັນເຖິງ 1 ໃນ 5 ຂອງໂລກ ໄດ້ຫຼຸດລົງຢ່າງໜ້າໃຈຫາຍ ເຫຼືອພຽງແຕ່ບໍ່ເທົ່າໃດລຳຕໍ່ວັນເທົ່ານັ້ນ ເນື່ອງຈາກຄວາມກັງວົນດ້ານຄວາມປອດໄພ.

ເຊິ່ງນັກວິເຄາະດ້ານພະລັງງານປະເມີນວ່າ ລາຄານໍ້າມັນມີແນວໂນ້ມຈະຊົງຕົວຢູ່ໃນລະດັບສູງເກືອບ 80 ໂດລາຕໍ່ບາເຣວ ໃນຊ່ວງເດືອນສິງຫາ ແລະ ກັນຍາ ຍ້ອນຄວາມບໍ່ແນ່ນອນທາງພູມສາດການເມືອງ ເຮັດໃຫ້ໂຮງກັ່ນນໍ້າມັນຕ່າງໆ ຕ້ອງຕັດສິນໃຈຫຼຸດການເພິ່ງພານໍ້າມັນຈາກຕາເວັນອອກກາງລ່ວງໜ້າ.

ເຖິງຢ່າງໃດກໍຕາມ ຄາດວ່າລາຄານໍ້າມັນຈະບໍ່ພຸ່ງສູງຂຶ້ນຮຸນແຮງຄືກັບຊ່ວງຕົ້ນສົງຄາມ ເນື່ອງຈາກຄວາມຕ້ອງການຊົມໃຊ້ນໍ້າມັນໃນຕະຫຼາດໂລກຍັງຟື້ນຕົວຊ້າ ແລະ ຍັງມີການເພີ່ມກຳລັງການຜະລິດຈາກກຸ່ມ OPEC+ ເຂົ້າມາຊ່ວຍຊົດເຊີຍ ແຕ່ເຖິງຢ່າງໃດກໍດີ ຂ່າວການສູ້ຮົບນີ້ກໍໄດ້ສ້າງຄວາມກັງວົນໃຫ້ແກ່ນັກລົງທຶນໃນຕະຫຼາດທຶນຢ່າງຮຸນແຮງ ສົ່ງຜົນໃຫ້ຕະຫຼາດຮຸ້ນໃຫຍ່ໃນອາຊີປັບຕົວຫຼຸດລົງທັນທີ ໂດຍດັດຊະນີ Nikkei 225 ຂອງຍີ່ປຸ່ນຫຼຸດລົງກວ່າ 2% ແລະ ດັດຊະນີ Kospi ຂອງເກົາຫຼີໃຕ້ດິ່ງລົງຢ່າງໜັກຫຼາຍກວ່າ 8% ໃນການຊື້ຂາຍວັນຈັນນີ້.

#LaoXperts #ຂ່າວເສດຖະກິດໂລກ #ລາຄານໍ້າມັນພຸ່ງ #ສະຫະລັດອີຣານ #ຊ່ອງແຄບຮໍມູສ #ວິກິດການຕາເວັນອອກກາງ

Comments are disabled