ປົກເວັບ 64 1

ທະນາຄານກາງຈີນເດີນໜ້າສະສົມຄຳເຂົ້າຄັງຕິດຕໍ່ກັນເປັນເດືອນທີ 20 ເພື່ອແນໃສ່ກະຈາຍຄວາມສ່ຽງ ແລະ ຫຼຸດຜ່ອນການເພິ່ງພາຊັບສິນສະກຸນເງິນໂດລາສະຫະລັດ. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ສ້າງຄວາມໝັ້ນຄົງທາງການເງິນໃຫ້ກັບປະເທດ ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ທ່າອ່ຽງລາຄາຄຳໃນຕະຫຼາດໂລກທີ່ອາດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ຕາມການລາຍງານຂອງ Vnexpress, ຂໍ້ມູນລ່າສຸດເປີດເຜີຍວ່າ ໃນເດືອນມິຖຸນາຜ່ານມາ ທະນາຄານປະຊາຊົນຈີນ (PBOC) ໄດ້ເຂົ້າຊື້ຄຳເພີ່ມອີກ 14,93 ໂຕນ, ເຮັດໃຫ້ຍອດການຖືຄອງຄຳສຳຮອງທັງໝົດເພີ່ມຂຶ້ນເປັນ 2.346 ໂຕນ ເຊິ່ງຖືເປັນສະຖິຕິການກວ້ານຊື້ຄຳທີ່ຍາວນານທີ່ສຸດນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.

ເຖິງຢ່າງໃດກໍຕາມ, ສະພາຄຳໂລກ (WGC) ລະບຸວ່າ ປະລິມານຄຳດັ່ງກ່າວຍັງຄົງກວມເອົາອັດຕາສ່ວນໜ້ອຍກວ່າ 10% ຂອງພອດທຶນສຳຮອງທັງໝົດຂອງລັດຖະບານປັກກິ່ງ. ໃນຂະນະດຽວກັນ, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຂອງຈີນ ໄດ້ລາຍງານວ່າ ທຶນສຳຮອງເງິນຕາຕ່າງປະເທດໃນທ້າຍເດືອນມິຖຸນາ ໄດ້ຫຼຸດລົງປະມານ 26 ຕື້ໂດລາສະຫະລັດ ຫຼື 0,75% ມາຢູ່ທີ່ 3,4163 ພັນຕື້ໂດລາສະຫະລັດ.

ນັກວິເຄາະຫຼາຍພາກສ່ວນໃຫ້ຄວາມເຫັນວ່າ ການທີ່ລັດຖະບານຈີນຫັນມາໃຫ້ຄວາມສຳຄັນກັບຄຳຫຼາຍຂຶ້ນ ແມ່ນຍ້ອນຕ້ອງການຊັບສິນທີ່ປອດໄພຈາກຄວາມສ່ຽງດ້ານມາດຕະການຂວ້ຳບາດ, ຄວາມເຄັ່ງຕຶງທາງພູມສາດການເມືອງ ແລະ ຄວາມຜັນຜວນຂອງລະບົບການເງິນສະຫະລັດ. 

ສິ່ງດັ່ງກ່າວສອດຄ່ອງກັບການປະເມີນຂອງສະພາຄຳໂລກ ທີ່ຢ້ຳເຖິງຄວາມສຳຄັນທາງຍຸດທະສາດຂອງຄຳໃນຖານະຊັບສິນສຳຮອງ ທີ່ໄດ້ຮັບແຮງໜູນຈາກການເຂົ້າຊື້ຂອງທະນາຄານກາງທົ່ວໂລກ, ຄວາມບໍ່ແນ່ນອນຂອງສະຖານະການໂລກ ແລະ ທ່າອ່ຽງການຜ່ອນຄາຍນະໂຍບາຍການເງິນ. 

ນອກຈາກນີ້, ນັກວິເຄາະຈາກບໍລິສັດການເງິນຊັ້ນນຳຢ່າງ Goldman Sachs ກໍຍັງຄົງຮັກສາເປົ້າໝາຍລາຄາຄຳໄວ້ທີ່ 4.900 ໂດລາຕໍ່ອອນພາຍໃນທ້າຍປີ 2026 ໂດຍເຊື່ອໝັ້ນວ່າຄວາມຕ້ອງການທີ່ແຂງແກ່ນຢ່າງຕໍ່ເນື່ອງຂອງທະນາຄານກາງ ຈະເປັນປັດໄຈຫຼັກທີ່ຊ່ວຍພະຍຸງລາຄາຄຳໃນຕະຫຼາດໂລກໃຫ້ເຕີບໂຕຕໍ່ໄປ ບໍ່ວ່າຈະມີການປັບຖານລາຄາໃນປີນີ້ກໍຕາມ.

#LaoXperts #China #GoldReserves #Economy #Finance #PBOC #GoldmanSachs #ຕະຫຼາດຄຳ #ເສດຖະກິດຈີນ #ຂ່າວເສດຖະກິດ #ການລົງທຶນ

Comments are disabled