ປົກເວັບ 52

ລາຄານ້ຳມັນດິບໂລກເພີ່ມຂຶ້ນເກືອບ 5% ແຕະລະດັບສູງສຸດໃນຮອບສອງອາທິດ ຫຼັງຈາກປະທານາທິບໍດີ ໂດນັລ ທຣຳ ປະກາດຍົກເລີກຂໍ້ຕົກລົງສັນຕິພາບ ແລະ ຂູ່ວ່າຈະຍົກລະດັບການໂຈມຕີອີຣານ ພ້ອມທັງຕັ້ງເປົ້າຢຶດເກາະຄາກ (Kharg Island) ເຊິ່ງເປັນແຫຼ່ງສົ່ງອອກນ້ຳມັນຫຼັກຂອງອີຣານ ໂດຍສະຖານະການດັ່ງກ່າວໄດ້ສ້າງຄວາມກັງວົນຢ່າງໜັກຕໍ່ຄວາມໝັ້ນຄົງຂອງການສະໜອງພະລັງງານ ແລະ ສົ່ງຜົນກະທົບຕໍ່ເສດຖະກິດໂລກໃນວົງກວ້າງ.

ການເໜັງຕີງຂອງລາຄານ້ຳມັນໃນວັນພຸດທີ່ຜ່ານມາ ເຮັດໃຫ້ສັນຍານ້ຳມັນດິບເບຣນ (Brent) ປັບຕົວເພີ່ມຂຶ້ນ 3,81 ໂດລາ ຫຼື 5,14% ມາຢູ່ທີ່ 77,97 ໂດລາຕໍ່ບາເຣລ ໃນຂະນະທີ່ນ້ຳມັນດິບ WTI ຂອງສະຫະລັດ ເພີ່ມຂຶ້ນ 3,36 ໂດລາ ຫຼື 4,77% ມາຢູ່ທີ່ 73,80 ໂດລາຕໍ່ບາເຣລ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 22 ມິຖຸນາ.

ການເພີ່ມຂຶ້ນນີ້ເກີດຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກທີ່ສະຫະລັດໄດ້ຍົກເລີກໃບອະນຸຍາດລວມໃນການຂາຍນ້ຳມັນດິບຂອງອີຣານ ປະກອບກັບການທີ່ ທ່ານ ໂດນັລ ທຣຳ ໄດ້ອອກມາຢືນຢັນວ່າ ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ເຄີຍລົງນາມຮ່ວມກັບອີຣານເພື່ອຢຸດຕິຂໍ້ຂັດແຍ່ງນັ້ນໄດ້ສິ້ນສຸດລົງແລ້ວ ແລະ ສະຫະລັດອາດຈະເປີດສາກໂຈມຕີຮອບໃໝ່ ລວມເຖິງການຢຶດກຳມະສິດເໜືອເກາະຄາກ ເຊິ່ງຕັ້ງຢູ່ຫ່າງຈາກຊາຍຝັ່ງອີຣານພຽງ 26 ກິໂລແມັດ ແລະ ເປັນຈຸດຍຸດທະສາດສຳຄັນທີ່ຮອງຮັບການສົ່ງອອກນ້ຳມັນດິບເຖິງ 90% ຂອງປະເທດ ຖ້າຫາກສະຫະລັດສາມາດເຂົ້າຄວບຄຸມພື້ນທີ່ນີ້ໄດ້ ຈະເປັນການຕັດກຳລັງການຄ້າດ້ານພະລັງງານຂອງອີຣານຢ່າງຮຸນແຮງ.

ຄວາມເຄັ່ງຕຶງຄັ້ງໃໝ່ນີ້ປະທຸຂຶ້ນຫຼັງຈາກທີ່ສະຫະລັດໄດ້ປະຕິບັດການທາງອາກາດເພື່ອຕອບໂຕ້ທີ່ອີຣານໂຈມຕີກຳປັ່ນສິນຄ້າ 3 ລຳໃນຊ່ອງແຄບຮໍມຸຊ ເຊິ່ງຕໍ່ມາກອງກຳລັງພິທັກປະຕິວັດອິດສະລາມຂອງອີຣານກໍໄດ້ຕອບໂຕ້ຄືນດ້ວຍການໂຈມຕີຖານທັບສະຫະລັດໃນບາເຣນ ແລະ ຄູເວດ. 

ບັນຫາດັ່ງກ່າວໄດ້ປຸກກະແສຄວາມກັງວົນກ່ຽວກັບຄວາມປອດໄພຂອງການຈະລາຈອນທາງເຮືອໃນຊ່ອງແຄບຮໍມຸຊ ເຊິ່ງເປັນເສັ້ນທາງລຳລຽງພະລັງງານເຖິງໜຶ່ງສ່ວນຫ້າຂອງໂລກ ໂດຍລ່າສຸດມີລາຍງານວ່າ ກຳປັ່ນບັນທຸກນ້ຳມັນ ແລະ ອາຍແກັສຢ່າງໜ້ອຍ 4 ລຳໄດ້ຕັດສິນໃຈຫັນຫົວເຮືອກັບເພື່ອຫຼີກລ່ຽງຄວາມສ່ຽງ. 

#LaoXperts #ຂ່າວເສດຖະກິດ #ລາຄານ້ຳມັນໂລກ #ຄວາມຂັດແຍ່ງສະຫະລັດອີຣານ #ພະລັງງານໂລກ #ຊ່ອງແຄບຮໍມຸຊ

Comments are disabled