ປົກເວັບ 51

ໃນງານ Start Novation Forum 2026 ທີ່ຜ່ານມາ, ທ່ານ ຄົມສັນ ລີ ຊີອີໂອ Flash Group ໄດ້ຂຶ້ນເວທີແບ່ງປັນປະສົບການການເຮັດທຸລະກິດທີ່ເຕັມໄປດ້ວຍບາດແຜ ແລະ ຄວາມເປັນຈິງອັນໂຫດຮ້າຍ ແຕ່ແຝງໄປດ້ວຍວິໄສທັດທີ່ແຫຼມຄົມ.
ມື້ນີ້ເຮົາຈະມາເຈາະເລິກແກ່ນສານສຳຄັນທີ່ນັກທຸລະກິດ ແລະ ຜູ້ປະກອບການຕ້ອງສຶກສາ.

1.ຍອມຮັບຄວາມເຈັບປວດ ແລະ ເຂົ້າໃຈວ່າ “ສິ່ງດຽວທີ່ບໍ່ປ່ຽນແປງ ຄືການປ່ຽນແປງ”

ທ່ານຄົມສັນ ໄດ້ເປີດເຜີຍຢ່າງກົງໄປກົງມາວ່າ ການເຮັດທຸລະກິດເຕັມໄປດ້ວຍສິ່ງທີ່ຄວບຄຸມບໍ່ໄດ້. ທ່ານໄດ້ຍົກຕົວຢ່າງເຖິງວິກິດການສົງຄາມທີ່ເຮັດໃຫ້ Flash Group ຕ້ອງແບກຮັບຕົ້ນທຶນຄ່ານ້ຳມັນທີ່ເພີ່ມຂຶ້ນເຖິງເດືອນລະ 300 ລ້ານບາດ ໂດຍທີ່ບໍ່ສາມາດຂຶ້ນລາຄາກັບລູກຄ້າໄດ້.

ນອກຈາກນີ້, ທ່ານຍັງໄດ້ເລົ່າເຖິງຄວາມລົ້ມເຫຼວໃນກ້າວທຳອິດທີ່ມາເປີດຕະຫຼາດຢູ່ ສປປ ລາວ ຍ້ອນການຜັນຜວນຂອງຄ່າເງິນທີ່ເຮັດໃຫ້ເງິນຫາຍໄປເຖິງ 40%, ລວມເຖິງບັນຫາຕົ້ນທຶນທີ່ບໍ່ສາມາດເຮັດ Economy of Scale ໄດ້.

“ສຳລັບຂ້ອຍແລ້ວ ຂໍແຕ່ເຈົ້າຍັງຢູ່ໃນສະໜາມ ມັນຈະມີເຫດການມາກມາຍທີ່ມັນຢູ່ນອກແຜນຂອງເຈົ້າ… ສິ່ງດຽວທີ່ບໍ່ປ່ຽນແປງເລີຍ ຄືການປ່ຽນແປງ. ການເປັນຜູ້ປະກອບການ  ການປ່ຽນແປງ ເປັນເໝືອນອາຫານ 3 ຄາບທີ່ເຈົ້າຈະຕ້ອງພົບຕະຫຼອດ.” ທ່ານຄົມສັນ ກ່າວ

2. ຍຸດທະສາດການຢູ່ລອດ: “ເຮັດໃນສິ່ງທີ່ເຂົາບໍ່ເຮັດ ແລະ ເຮັດໃນສິ່ງທີ່ເຂົາບໍ່ຢາກເຮັດ”

ຈຸດໜ້າສົນໃຈທີ່ສຸດໃນຍຸກນີ້ຄື ການປ່ຽນແປງຂອງແພັດຟອມ E-commerce ຂະໜາດໃຫຍ່. ທ່ານຄົມສັນ ເລົ່າວ່າ ແຕ່ກ່ອນ Flash ມີລູກຄ້າ 3-4 ລ້ານຄົນ ແຕ່ປັດຈຸບັນເຫຼືອພຽງ 3 ລາຍໃຫຍ່ຄື Shopee, Lazada ແລະ TikTok ເມື່ອແພັດຟອມເຫຼົ່ານີ້ຫັນມາເຮັດຂົນສົ່ງຂອງຕົນເອງ, Flash ຕ້ອງປັບຕົວຢ່າງໜັກໜ່ວງເພື່ອຫາ “ຈຸດຢືນໃໝ່” (Positioning) ເພື່ອຄວາມຢູ່ລອດ.

Flash ໄດ້ແກ້ເກມດ້ວຍການຂະຫຍາຍໄປສູ່ສິ່ງທີ່ແພັດຟອມໃຫຍ່ບໍ່ຢາກລົງໄປເຮັດ, ເຊັ່ນ:

Cold Chain: ການຂົນສົ່ງແບບຄວບຄຸມອຸນຫະພູມ ໂດຍຮ່ວມມືກັບ ໄປສະນີໄທ ແລະ SCG JWD.

Bulky Items: ການຂົນສົ່ງພ້ອມຕິດຕັ້ງເຟີນິເຈີ ແລະ ເຄື່ອງໃຊ້ໄຟຟ້າຂະໜາດໃຫຍ່

Fulfillment & Flash Money: ການເຮັດສາງສິນຄ້າຄົບວົງຈອນ ແລະ ບໍລິການປ່ອຍສິນເຊື່ອ (Factoring) ໃຫ້ກັບຊັບພາຍເອີ (Suppliers) ເພື່ອເພີ່ມກະແສເງິນສົດໃຫ້ຄູ່ຄ້າ ເຊິ່ງສາມາດສ້າງກຳໄລໄດ້ຢ່າງມະຫາສານ ແລະ ມີໜີ້ເສຍແທບຈະເປັນສູນ.

3. ການຂະຫຍາຍຕະຫຼາດຕ່າງປະເທດ: “ອາຊຽນ ບໍ່ແມ່ນຕະຫຼາດດຽວກັນ”

ເມື່ອເວົ້າເຖິງການຂະຫຍາຍທຸລະກິດໄປປະເທດຟີລິບປິນ, ທ່ານຄົມສັນ ໄດ້ສະທ້ອນໃຫ້ເຫັນວ່າ “ວັດທະນະທຳ” ມີຜົນຕໍ່ທຸລະກິດຫຼາຍກວ່າແຜນທຸລະກິດ (Business Model) ເຖິງແມ່ນວ່າ Flash ຈະເຕີບໂຕຈົນເປັນອັນດັບ 2 ຂອງຟີລິບປິນພາຍໃນເວລາພຽງ 2 ປີໃນຊ່ວງໂຄວິດ ແຕ່ກໍຕ້ອງປະເຊີນກັບບັນຫາວັດທະນະທຳທ້ອງຖິ່ນ.

ທ່ານໄດ້ຍົກກໍລະນີສຶກສາທີ່ໜ້າສົນໃຈ ເຊັ່ນ: ການຕ້ອງຈ່າຍເງິນເດືອນພະນັກງານ 2 ເດືອນຕໍ່ຄັ້ງ (ເພາະຖ້າຈ່າຍຄັ້ງດຽວ ພະນັກງານຈະໃຊ້ເງິນໝົດພາຍໃນ 10 ມື້ທຳອິດ ແລະ ບໍ່ມາເຮັດວຽກ), ຫຼື ການທີ່ລົດຂົນສົ່ງຂອງບໍລິສັດນັບຮ້ອຍຄັນບໍ່ໄດ້ຮັບອະນຸຍາດໃຫ້ຂຶ້ນທ່າເຮືອ ພຽງເພາະທ່ານຄົມສັນໃນຖານະ CEO ບໍ່ເຄີຍບິນໄປ ສະບາຍດີ ຜູ້ມີອິດທິພົນໃນທ້ອງຖິ່ນນັ້ນ.

ທ່ານຄົມສັນ ກ່າວວ່າ “ການຂະຫຍາຍທຸລະກິດໄປຕ່າງປະເທດນັ້ນ ມີປັດໄຈຫຼາຍຢ່າງມາກທີ່ບໍ່ແມ່ນກ່ຽວກັບການ Operation ຢ່າງດຽວ… ມັນກ່ຽວກັບວັດທະນະທຳ, ມັນກ່ຽວກັບອິດທິພົນ”

4. ຢ່າຢ້ານທຶນຈີນ ແຕ່ຈົ່ງຮຽນຮູ້ ແລະ ໃຊ້ປະໂຫຍດຈາກເຂົາ

ໃນປະເດັນເລື່ອງນາຍທຶນຈີນທີ່ເຂົ້າມາບຸກຕະຫຼາດອາຊຽນລວມເຖິງ ສປປ ລາວ ແລະ ໄທ, ທ່ານຄົມສັນ ໃຫ້ມຸມມອງທີ່ເປີດກວ້າງວ່າ ນີ້ຄືຄື້ນຍັກທີ່ບໍ່ມີໃຜໜີພົ້ນ ເພາະຕະຫຼາດໃນຈີນນັ້ນອີ່ມຕົວ ແລະ ດຸເດືອດຫຼາຍ ໃນຂະນະທີ່ຕາເວັນຕົກກໍຕັ້ງກຳແພງພາສີ, ດັ່ງນັ້ນ, ວິທີດຽວຄືການເຂົ້າໄປມີສ່ວນຮ່ວມ, ຮຽນຮູ້ Supply Chain ຈາກເຂົາ, ແລະ ສ້າງຄຸນຄ່າຮ່ວມກັນ.

ສຳລັບປະເທດລາວ, ທ່ານຄົມສັນ ໄດ້ຊີ້ເປົ້າໂອກາດທາງທຸລະກິດທີ່ໜ້າສົນໃຈທີ່ສຸດຄື “ສະໝຸນໄພ, ເຄື່ອງສຳອາງ ແລະ ນ້ຳຫອມ” ເພາະລາວມີແຫຼ່ງທຳມະຊາດ ແລະ ດິນທີ່ອຸດົມສົມບູນຫຼາຍ ເຊິ່ງເປັນທີ່ຕ້ອງການຢ່າງຍິ່ງໃນຕະຫຼາດໂລກ ແລະ ໃນຈີນ.

ທ່ານຄົມສັນກ່າວວ່າ: “ຖ້າເຮົາຄິດວ່າເຮົາໜີບໍ່ລອດ ວິທີດຽວເລີຍຄື ລະຫວ່າງທີ່ເຂົາເຂົ້າມາ ເຮົາຕ້ອງມີສ່ວນໄດ້ເສຍຂອງເຂົານຳ… ເອົາຄົນຈີນ ໄປປາບຄົນຈີນ… ສັງຄົມບໍ່ຄວນຕັດສິນແຕ່ສີຂາວ ມັນມີອີກຫຼາຍສີທີ່ຢູ່ໃນໂລກນີ້ ທີ່ເຮັດໃຫ້ເຮົາຢູ່ລອດໄດ້.”

5. ຄວາມໜ້າດ້ານຄືໂອກາດ: ວິທີການເຂົ້າຫາຄວາມສຳເລັດ

ໜຶ່ງໃນເລື່ອງເລົ່າທີ່ໄດ້ຮັບສຽງຕົບມືຫຼາຍທີ່ສຸດຄື ການທີ່ທ່ານຄົມສັນຢາກຮູ້ຈັກທຸລະກິດໃນຈີນ. ທ່ານເລືອກທີ່ຈະໄປນັ່ງຢູ່ຮ້ານກາເຟກ້ອງຕຶກບໍລິສັດລົງທຶນ (VC) ທຸກໆມື້ຕັ້ງແຕ່ 8 ໂມງເຊົ້າ ເພື່ອລ້ຽງກາເຟຟຣີໃຫ້ກັບກຸ່ມ Startup ທີ່ກຳລັງຕໍ່ແຖວຂຶ້ນໄປ Pitching.

ການລົງທຶນລ້ຽງກາເຟພຽງແກ້ວດຽວ ເຮັດໃຫ້ທ່ານໄດ້ຮູ້ເຖິງຂໍ້ມູນໂຄງການ, ເທັກໂນໂລຢີໃໝ່ໆ, ເຫດຜົນທີ່ນັກລົງທຶນປະຕິເສດ ແລະ ເຮັດໃຫ້ທ່ານຮູ້ຈັກກັບ CEO ເຖິງ 200 ກວ່າຄົນພາຍໃນ 2 ເດືອນ.

ທ່ານຄົມສັນເວົ້າວ່າ: “ອັນໃດທີ່ມຶງຢາກໄດ້ ຖ້າໜ້າມຶງດ້ານບໍ່ພໍ ມຶງບໍ່ໄດ້ດອກ… ໂລກນີ້ເຕັມໄປດ້ວຍການແຂ່ງຂັນ ບໍ່ແມ່ນຕ້ອງຖ້າໂອກາດມາຫາ ຕ້ອງເຂົ້າຫາໂອກາດເອງ.”

ບົດຮຽນຈາກທ່ານຄົມສັນ ລີ ໃນມື້ນີ້ ໄດ້ປຸກກະແສແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ກັບຜູ້ປະກອບການໜຸ່ມນ້ອຍໃນ ສປປ ລາວ. ມັນສະທ້ອນໃຫ້ເຫັນວ່າ ການເປັນຜູ້ປະກອບການທີ່ຍິ່ງໃຫຍ່ ບໍ່ແມ່ນຄົນທີ່ບໍ່ເຄີຍລົ້ມເຫຼວ, ແຕ່ແມ່ນຄົນທີ່ລົ້ມແລ້ວຮຽນຮູ້, ປັບຕົວ, ແລະ ກ້າທີ່ຈະຍ່າງໜ້າຕໍ່ໄປເຖິງແມ່ນວ່າຈະມີບາດແຜເຕັມຫຼັງກໍຕາມ. ທ່ານຄົມສັນໄດ້ຖິ້ມທ້າຍໄວ້ຢ່າງຈັບໃຈວ່າ ທ່ານເຫັນຄວາມຫວັງໃນຕົວຄົນຮຸ່ນໃໝ່ທີ່ກະຕືລືລົ້ນໃນການປັບຕົວ ແລະ ເຊື່ອໝັ້ນວ່າທຸກຄົນຈະຊ່ວຍກັນພັດທະນາປະເທດໃຫ້ກ້າວໄປຂ້າງໜ້າໄດ້ຢ່າງແນ່ນອນ.

#LaoXperts #StartNovationForum2026 #FlashGroup #KomsanLee #BusinessStrategy #Entrepreneurship #ECommerce #Logistics #Leadership #BusinessMindset #LaosBusiness #StartupLaos #Inspiration

Comments are disabled