ລາຄາຂອງຫຼຽນມີມ TRUMP ເພີ່ມຂຶ້ນຫຼັງຈາກ Donald Trump ໂຕ້ວາທີການເລືອກຕັ້ງປະທານາທິບໍດີກັບ Joe Biden


ເຖິງແມ່ນວ່າ crypto ຈະບໍ່ໄດ້ຖືກກ່າວເຖິງໃນການໂຕ້ວາທີປະທານາທິບໍດີສະຫະລັດໃນປີ 2024 ຄັ້ງທໍາອິດໃນຄືນທີ່ຜ່ານມາ. ແຕ່ຫຼຽນມີມຕົວໜຶ່ງທີ່ເຍາະເຍີ້ຍຜູ້ສະໝັກປະທານາທິບໍດີກັບມີລາຄາເພີ່ມຂຶ້ນ.

ໃນຄືນທີ່ຜ່ານມາ, ຊາວ​ອາ​ເມ​ຣິ​ກາ​ຫຼາຍ​ລ້ານ​ຄົນ​ໄດ້​ຊົມ​ການ​ໂຕ້​ວາທີ​ຄັ້ງ​ທຳ​ອິດຈາກ 2 ຜູ້ເຂົ້າຊິງ ​ລະຫວ່າງ​ Donald Trump ຈາກພັກ Republican ແລະ Joe Biden ​ຜູ້ດຳລົງຕຳແໜ່ງປະທານາທິບໍດີ​ຄົນປັດຈຸບັນ ພັກ​ Democratic.

ຈຸດຢືນໃນເລື່ອງ crypto ຂອງຜູ້ສະໝັກທັງສອງໄດ້ກາຍເປັນຫົວຂໍ້ຮ້ອນຂອງການໂຕ້ວາທີໃນຊຸມຊົນ crypto. ເຖິງແມ່ນວ່າ Trump ຈະເອີ້ນຕົນເອງວ່າ “ປະທານາທິບໍດີ Crypto” ແຕ່ການໂຄສະນາຫາສຽງຂອງ Biden ຍັງໄດ້ສ້າງການໂຕ້ວາທີທີ່ຮ້ອນແຮງກ່ຽວກັບສິ່ງທີ່ຖືກເບິ່ງວ່າເປັນສັດຕູກັບອຸດສາຫະກໍາ. ຄຽງຄູ່ໄປກັບການມີສາຍພົວພັນການຄຸ້ມຄອງຢ່າງໃກ້ຊິດກັບ Gary Gensler.

ເຖິງແມ່ນວ່າການສົນທະນາກ່ຽວກັບ crypto ທີ່ນໍາໄປສູ່ການໂຕ້ວາທີໃນຄືນທີ່ຜ່ານມາ ແຕ່ກໍບໍ່ມີການກ່າວເຖິງ Bitcoin (BTC) ຫຼື crypto ເລີຍ.

ຢ່າງໃດກໍຕາມ, ສອງຫຼຽນມີມທີ່ກ່ຽວຂ້ອງກັບຜູ້ສະໝັກທັງສອງໄດ້ຮັບການຕອບສະໜອງ ໂດຍການເພີ່ມຂຶ້ນຢ່າງຮຸນແຮງ. ແຕ່ໃນການເພີ່ມຂຶ້ນຂອງສອງຫຼຽນນີ້, ມີຫຼຽນໜຶ່ງທີ່ເພີ່ມຂຶ້ນໃນຂະນະທີ່ອີກຫຼຽນໜຶ່ງໄດ້ກັບຫຼຸດລົງ.

MAGA (TRUMP) ຫຼຽນທີ່ບໍ່ດົນມານີ້ໄດ້ມີລາຄາຫຼຸດລົງຢ່າງຫຼວງຫຼາຍ. ເນື່ອງຈາກຂ່າວລືວ່າ Trump ຈະເປີດຕົວຫຼຽນມີມຢ່າງເປັນທາງການກັບມີລາຄາເພີ່ມຂຶ້ນ 33% ຈາກລະດັບຕໍ່າສຸດ 24 ຊົ່ວໂມງທີ່ 7.22 ໂດລາສູ່ລະດັບສູງສຸດໃນຮອບ 24 ຊົ່ວໂມງທີ່ 9.61 ໂດລາໃນ 2-3 ຊົ່ວໂມງຫຼັງຈາກການອອກອາກາດ. ໃນຂະນະດຽວກັນ, Jeo Boden (BODEN) ກັບຫຼຸດລົງຈາກລະດັບສູງສຸດໃນຮອບ 24 ຊົ່ວໂມງທີ່ 0.1715 ໂດລາສູ່ລະດັບຕໍ່າສຸດທີ່ 0.07204 ໂດລາ, ເຊິ່ງຫຼຸດລົງ 58%.

ທີ່ມາ:

dailyhodl

dailyhodl2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/