ລາຄາຂອງຫຼຽນມີມ DOGE ແລະ SHIB ເພີ່ມຂຶ້ນຢ່າງຮຸນແຮງ ຫຼັງຈາກທີ່ Elon Musk ໂພສສະແດງຄວາມເສຍໃຈຕໍ່ການຈາກໄປຂອງ Kabosu


ລາຄາຂອງຫຼຽນໝາຍອດນິຍົມຢ່າງ Dogecoin (DOGE) ແລະ Shiba Inu (SHIB) ໄດ້ເພີ່ມຂຶ້ນສູງໃນວັນສຸກທີ່ຜ່ານມາ, ຫຼັງຈາກທີ່ Elon Musk ໄດ້ໂພສສະແດງຄວາມເສຍໃຈຕໍ່ການຈາກໄປຂອງ Kabosu ໝາຕົ້ນແບບຂອງຫຼຽນດັ່ງກ່າວ.

ລາຄາຂອງຫຼຽນ DOGE ເພີ່ມຂຶ້ນເຖິງ 5% ສູ່ລະດັບສູງສຸດທີ່ 17.3 ເຊັນ ພາຍໃນ 2-3 ນາທີຫຼັງຈາກທີ່ Elon Musk ໂພສຂໍ້ຄວາມ, ໃນຂະນະທີ່ SHIB ເພີ່ມຂຶ້ນເກືອບ 3% ໃນໄລຍະເວລາດຽວກັນ. ແນວໃດກໍຕາມ, ການປັບຂື້ນຂອງລາຄາດັ່ງກ່າວນັ້ນເກີດຂຶ້ນພຽງໄລຍະສັ້ນ. ຫຼັງຈາກນັ້ນທັງສອງຫຼຽກໍມີການປັບຫຼຸດລົງ, ແຕ່ DOGE ຍັງຄົງເພີ່ມຂຶ້ນ 6% ແລະ SHIB ເພີ່ມຂຶ້ນ 1% ໃນ 24 ຊົ່ວໂມງທີ່ຜ່ານມາ. ເຊິ່ງນີ້ແມ່ນດີກວ່າດັດຊະນີ CoinDesk 20 ຂອງຕະຫຼາດໂດຍລວມເຊິ່ງສ່ວນໃຫຍ່ແມ່ນຍັງຄົງທີ່.

ການເຄື່ອນໄຫວນີ້ຊີ້ໃຫ້ເຫັນເຖິງອິດທິພົນຂອງ Musk ໃນຕະຫຼາດ memecoins, ໂດຍມີຜູ້ທີ່ຫຼົງໃຫຼໃນ crypto ຫຼາຍຄົນຄາດການວ່າ ລາວອາດຈະຢູ່ເບື້ອງຫຼັງ ໜື່ງໃນຜູ້ຖື dogecoin ທີ່ໃຫຍ່ທີ່ສຸດ ແລະ ອາດຈະລວມໂທເຄັນເຂົ້າໄປໃນລະບົບນິເວດການຊຳລະເງິນຂອງແພລັດຟອມ X

Kabosu ແມ່ນໝາຕົ້ນແບບຂອງ Dogecoin ແລະ ຫຼຽນ meme ອື່ນໆ, ໄດ້ເສຍຊີວິດໃນຕອນເຊົ້າວັນສຸກ. ເຊິ່ງເຈົ້າຂອງຂອງ Kabosu ກໍໄດ້ຂຽນຢູ່ໃນ blog post ວ່າ Kabosu ມີອາຍຸຫຼາຍກວ່າ 17 ປີ.

ທີ່ມາ:

coindesk

elonmusk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/