ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສືຢ່າງທົ່ວເຖິງ

ກິລາ

ໃນອາທິດຜ່ານມາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນຄວາມໝາຍສໍາຄັນຂອງ ວັນທີ 8 ກັນຍາຂອງທຸກປີ ເຊິ່ງແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ໂດຍປີນີ້ຄົບຮອບ 57 ປີ ໂດຍເນັ້ນໃຫ້ຄົນທັງຫຼາຍໄດ້ຮຽນຮູ້ໜັງສືໃຫ້ຫຼາຍຂຶ້ນ, ຫຼຸດພົ້ນຈາກຄວາມບໍ່ຮູ້ໜັງສື, ສາມາດອ່ານອອກ ຂຽນເປັນ ຈົບການສຶກສາພາກບັງຄັບ ແລະ ສາມາດນໍາໃຊ້ຄວາມຮູ້ໄປສູ່ການປະຕິບັດຕົວຈິງ ເພື່ອຍົກລະດັບຄຸນະພາບຊີວິດ ຂອງຜູ້ຮຽນໃຫ້ດີຂຶ້ນໄປເລື້ອຍໆ ແລະ ສືບຕໍ່ຮຽນຮູ້ຢູ່ຕະຫຼອດຊີວິດ ພ້ອມທັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃຫ້ຈະເລີນຮຸ່ງເຮືອງກ້າວໜ້າ.

ກິລາ

ໃນແຕ່ລະປີ ອົງການຍູເນສໂກ ໄດ້ມີສານໃຫ້ລັດພາຄີໃຫ້ເອົາໃຈໃສ່ສົ່ງເສີມການຮຽນຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ ເຊິ່ງຄຳຂວັນສໍາລັບປີ 2022 ແມ່ນ “ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ເຊິ່ງໝາຍເຖິງການເຮັດໃຫ້ການຮຽນຮູ້ໜັງສືມີຫຼາກຫຼາຍຮູບແບບ, ມີການຮຽນແບບເຊິ່ງໜ້າ, ແບບ online ຫລື ແບບວິທີຮຽນ ເນັ້ນການຈັດການຮຽນ-ການສອນ ພາກປະຕິບັດຕົວຈິງຫຼາຍກວ່າພາກທິດສະດີ ໂດຍເນັ້ນເອົານັກຮຽນເປັນໃຈກາງ. ນອກນັ້ນ, ຍັງໃຫ້ໂອກາດຜູ້ຮຽນໄດ້ຮັບການເຝິກທັກສະດ້ານຕ່າງໆ ໄປຕາມການປ່ຽນແປງຂອງເສດຖະກິດ ແລະ ສັງຄົມໃນປັດຈຸບັນ. ເຖິງແມ່ນວ່າ ລັດຖະບານຫຼາຍປະເທດໄດ້ເອົາໃຈໃສ່ ແລະ ສົ່ງເສີມການຮຽນຮູ້ໜັງສືກໍຕາມ, ແຕ່ມາຮອດປີ 2020 ຍັງມີຜູ້ບໍ່ຮູ້ໜັງສື 773 ລ້ານຄົນໃນທົ່ວໂລກ. ໃນນັ້ນ, 2/3 ແມ່ນແມ່ຍິງທີ່ຂາດທັກສະການອ່ານການຂຽນໂດຍພື້ນຖານ ແລະ ກຳລັງປະເຊີນໜ້າກັບຄວາມສ່ຽງເພີ່ມຂຶ້ນໃນການຮັກສາສຸຂະພາບ, ການເຂົ້າເຖິງວຽກເຮັດງານທຳ ແລະ ການດໍາລົງຊີວິດໂດຍລວມຂອງເຂົາເຈົ້າ. ສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມີປະຊາກອນໃນໄວຮຽນທົ່ວໂລກ 24 ລ້ານຄົນ ປະລະການຮຽນ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ຊີ້ໃຫ້ເຫັນອີກວ່າ: ສຳລັບ ສປປ ລາວ ເວລາໃດ ພັກ ແລະ ລັດຖະບານ ກໍໄດ້ໃຫ້ຄວາມສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ເຊິ່ງໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາໃຫ້ທົ່ວເຖິງ ໃນຂອບເຂດທົ່ວປະເທດ ພ້ອມທັງສ້າງທຸກເງື່ອນໄຂ ເພື່ອໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າເຖິງການສຶກສາທີ່ມີຄຸນະພາບຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ກິລາ

ຢ່າງໃດກໍຕາມ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດຈຳນວນໜຶ່ງ ທີ່ບໍ່ຮູ້ໜັງສື, ຍັງມີເດັກນ້ອຍໃນເກນອາຍຸຈຳນວນໜຶ່ງ ບໍ່ໄດ້ເຂົ້າເຖິງການສຶກສາໄດ້ຢ່າງເຕັມສ່ວນ. ສະເພາະສົກຮຽນ 2021-2022 ອັດຕາປະລະການຮຽນຈາກຊັ້ນປະຖົມສຶກສາ 4.9%, ມັດທະຍົມຕົ້ນ 11% ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດພວກເຮົາ ຈຶ່ງຮຽກຮ້ອງໃຫ້ພວກເຮົາທຸກຄົນ ຕ້ອງໄດ້ສຸມໃສ່ວຽກງານການຈັດການຮຽນ-ການສອນ, ການປຸກລະດົມໃຫ້ນັກຮຽນທີ່ປະລະໄດ້ກັບມາຮຽນ, ຈັດຕັ້ງກັນຮຽນບຳລຸງໃຫ້ກຸ່ມເປົ້າໝາຍບ່ອນທີ່ມີເງື່ອນໄຂ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດແກ່ການສຶກສາ ເຖິງແມ່ນວ່າຈະຕົກຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ລະບາດໄປທົ່ວໂລກກໍຕາມ. ພ້ອມນັ້ນໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ເປັນຕົ້ນ ຜູ້ບໍລິຫານການສຶກສາ, ຄູອາຈານແຕ່ລະຂັ້ນ ຈົ່ງໄດ້ພະຍາຍາມຈັດການສຶກສາໃຫ້ທົ່ວເຖິງ ທຸກກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໃຫ້ໄດ້ຮັບການສຶກສາ ທີ່ມີຄວາມສະເໝີພາບ ແລະ ເທົ່າທຽມ, ສ້າງປັດໄຈເພື່ອເອື້ອອຳນວຍໃຫ້ທຸກຄົນ ສາມາດເຂົ້າເຖິງການສຶກສາ, ສ້າງພື້ນຖານເພື່ອຮອງຮັບການສຶກສາໄລຍະໃໝ່ ໂດຍຫັນການສຶກສາໄປສູ່ “ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ຕາມຄໍາຂວັນຂອງຍູເນສໂກ.

ຂໍ້ມູນຈາກ:

https://cutt.ly/8CXNsFJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ