ລັດຖະບານ ສືບຕໍ່ຊຸກຍູ້ພັດທະນາວຽກງານບໍ່ແຮ່ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ແລະ ຂຸດຄົ້ນບໍ່ແຮ່ໃຫ້ໄດ້ລາຄາສູງ

ລັດຖະບານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫຼຸບແຜນພັດທະນາ ພະລັງງານ ແລະ ບໍ່ແຮ່(ພບ) ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝ ຂອງແຜນພັດທະນາຂະແໜງ ພະລັງງານ ແລະ ບໍ່ແຮ່ (ພບ) 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງ ພບ ໃນວັນທີ 3 ກຸມພາ 2023 ໂດຍທ່ານໄດ້ເນັ້ນຫຼາຍບັນຫາສຳຄັນ ເພື່ອໃຫ້ບັນດາຄາດໝາຍໃຫຍ່ທີ່ວາງໄວ້ ມີຜົນສຳເລັດ ເປັນຕົ້ນ ການພັດທະນາວຽກງານບໍ່ແຮ່ ແມ່ນໃຫ້ສືບຕໍ່ຊີ້ນໍາ, ຊຸກຍູ້ ແລະ ປະຕິບັດຕາມ ທິດເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ; ການຂຸດຄົ້ນແຮ່ທາດທີ່ມີລາຄາສູງ, ເປັນທີ່ຕ້ອງການຂອງຕະຫຼາດ ຕິດພັນຢ່າງແໜ້ນແຟ້ນກັບການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ. ພ້ອມດຽວກັນນີ້, ກໍຕ້ອງປັບປຸງຂອດການຄົ້ນຄວ້າ, ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ, ເຂັ້ມງວດ ແລະ ສອດຄ່ອງກັບກົດໝາຍ, ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ, ມີປະສິດທິຜົນ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນການພັດທະນາບໍ່ແຮ່.

ລັດຖະບານ

ທ່ານ ສອນໄຊ ສີພັນດອນ ຍັງເນັ້ນອີກວ່າ: ເພື່ອເຮັດໃຫ້ບັນດາຄາດໝາຍໃຫຍ່ທີ່ມີລັກສະນະເປັນພື້ນຖານ ເປັນຕົ້ນ ການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ, ການຄາດຄະເນການຜະລິດ, ການຈໍາໜ່າຍຢູ່ພາຍໃນ, ການສົ່ງອອກ-ນໍາເຂົ້າພະລັງງານ ໄດ້ມີຜົນສຳເລັດ, ລວມທັງຄາດໝາຍຂອງວຽກງານບໍ່ແຮ່ ໂດຍສະເພາະ ບັນດາໂຄງການທີ່ພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເທັກນິກ ເຂົ້າສູ່ຂະບວນການຜະລິດ ຕິດພັນກັບການຊຸກຍູ້ໃຫ້ຜູ້ລົງທຶນ, ຜູ້ດໍາເນີນທຸລະກິດ ທີ່ໄດ້ຮັບອະນຸຍາດຂຸດຄົ້ນ-ປຸງແຕ່ງແຮ່ທາດ ທັງປົກກະຕິ ແລະ ໄລຍະທົດລອງ ໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນກໍານົດໄວ້ ຕິດພັນກັບການຄາດຄະເນມູນຄ່າການຜະລິດແຮ່ທາດ ແລະ ການຈໍາໜ່າຍແຮ່ທາດ ໃນປີ 2023 ໄດ້ມີຜົນສຳເລັດຕາມຄາດໝາຍ ໂດຍທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເບິ່ງຄືນໃນບາງດ້ານ ໃນແຜນການປີ 2023 ຂອງຂະແໜງ ພບ ເພື່ອຈະສືບຕໍ່ປັບປຸງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ ເຊັ່ນ: ດ້ານພະລັງງານ ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ໃຫ້ສົມບູນ, ຄົບຖ້ວນ. ຍ້ອນວ່າ ໜຶ່ງໃນບັນດາຈຸດອ່ອນຜ່ານມາ ແມ່ນການກໍານົດແຜນຍັງຂາດລັກສະນະຮອບດ້ານ ແລະ ຂາດຄວາມດຸນດ່ຽງ ລະຫວ່າງ ການພັດທະນາແຫຼ່ງຜະລິດກະແສໄຟຟ້າ ກັບການພັດທະນາລະບົບສາຍສົ່ງ ຫຼື ລະຫວ່າງການຜະລິດກະແສໄຟຟ້າກັບການຕະຫຼາດ.

ສະນັ້ນ, ຈຶ່ງເກີດມີສະພາບ, ກະແສໄຟຟ້າ ເຫຼືອ-ບໍ່ພໍ ຫຼາຍພໍສົມຄວນ. ນອກຈາກນີ້, ພາກເໜືອແມ່ນພາກທີ່ມີແຫຼ່ງຜະລິດໄຟຟ້າຫຼາຍ, ແຕ່ການພັດທະນາຊໍ້າພັດຢູ່ນະຄອນຫຼວງ, ຢູ່ເຂດພາກກາງ, ພາກໃຕ້ ເຊິ່ງຈະດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ; ການພັດທະນາວຽກງານ ພບ ໃນເງື່ອນໄຂໃໝ່ ຕ້ອງສືບຕໍ່ເສີມຂະຫຍາຍດ້ານດີ, ບົດຮຽນທີ່ພວກເຮົາສະສົມມາໄດ້ໃນຊຸມປີທີ່ຜ່ານມາ, ນໍາໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ ທ່າແຮງທາງດ້ານບຸກຄະລາກອນ, ພື້ນຖານວັດຖຸທັກນິກຂອງຂະແໜງການ ຕິດພັນກັບການຍາດແຍ່ງກາລະໂອກາດຂອງພາກພື້ນ ແລະ ສາກົນ, ຈາກສະພາບທີ່ເກີດຂຶ້ນ ແລະ ກໍ່ຜົນເສຍຫາຍໃນໄລຍະທີ່ຜ່ານມາ ໄດ້ຊີ້ບອກບົດຮຽນໃຫຍ່ ເຊິ່ງຈະຕ້ອງເອົາໃຈໃສ່ຖອດຖອນບົດຮຽນ ເພື່ອຈະວາງວິທີການຄຸ້ມຄອງ ແລະ ວາງມາດຕາການເພື່ອຈັດຕັ້ງປະຕິບັດວຽກງານກວດກາເຂື່ອນ ທີ່ຮັດກຸມ ເພື່ອຮັບປະກັນຄວາມປອດໄພໃນລະດັບສູງສຸດ ພວກເຮົາຕ້ອງຈັດຕັ້ງການກວດສອບ ແລະ ກວດກາຄວາມປອດໄພຂອງເຂື່ອນໃນທຸກໆຂັ້ນຕອນ.

ລັດຖະບານ

ນອກນີ້, ກໍຕ້ອງເອົາໃຈໃສ່ຕິດຕາມຄຸ້ມຄອງ ມາດຕາຖານເທັກນິກເພື່ອຮັບປະກັນ ສໍາລັບເຂື່ອນທີ່ພວມກໍ່ສ້າງ ແລະ ພວມຈະກໍ່ສ້າງອີກດ້ວຍ; ການຄຸ້ມຄອງບໍລິຫານ-ການຈັດການນໍ້າ ຢູ່ບັນດາເຂື່ອນຜະລິດໄຟຟ້າ ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາແຂວງ ທີ່ມີໂຄງການເຂື່ອນໄຟຟ້າຕັ້ງຢູ່ ເພື່ອຕິດຕາມ, ກວດກາ ສະພາບການຄຸ້ມຄອງບໍລິຫານ-ຈັດການຂອງແຕ່ລະເຂື່ອນໄຟຟ້າຢ່າງໃກ້ຊິດ; ໃຫ້ສຸມໃສ່ການປັບປຸງຫົວໜ່ວຍທຸລະກິດຢູ່ໃນຂະແໜງ ພບ ໃຫ້ມີການຫັນປ່ຽນ, ສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງ ໃຫ້ແກ່ຫົວໜ່ວຍວິສາຫະກິດໃນພາກເອກະຊົນໄດ້ ເປັນຕົ້ນ ແມ່ນການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ລົດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນະພາບ, ໄດ້ມາດຕະຖານສູງ.

ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພັດທະນາດ້ານວຽກງານ ພບ ໃນໄລຍະຜ່ານມາ ທີ່ຍາດໄດ້ ຜົນສໍາເລັດທີ່ສໍາຄັນຫຼາຍ, ເປັນລະບົບຄົບຊຸດ ແລະ ມີຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະ ຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່ ລ້ວນແຕ່ມີອັດຕາການເຕີບໂຕທີ່ໜັກແໜ້ນ ແລະ ຕໍ່ເນື່ອງ ເຊິ່ງອັນທີ່ເປັນໜ້າຊົມເຊີຍ ກໍແມ່ນການພັດທະນາທັງ 2 ຂະແໜງ ກໍລື່ນຄາດໝາຍ ໂດຍທ່ານນາຍົກໄດ້ຕີລາຄາວ່າ: “ວຽກງານ ພບ ເປັນຜູ້ເຮັດບົດບາດທີ່ສໍາຄັນໃນຂົງເຂດເສດຖະກິດແຫ່ງຊາດ ແລະ ຜົນສໍາເລັດຂອງວຽກງານ ພບ ແມ່ນມີລັກສະນະເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແມ່ນຖືກຕ້ອງແລ້ວ. ແຕ່ກໍຍັງມີບາງດ້ານທີ່ເປັນດ້ານອ່ອນ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ເຊິ່ງຈະຕ້ອງແກ້ໄຂໃນຕໍ່ໜ້າ ເພື່ອຈະສືບຕໍ່ການພັດທະນາໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ, ມີລັກສະນະຕໍ່ເນື່ອງ ແລະ ຍືນຍົງໄດ້.

ຂອບໃຈຂໍ້ມູນຈາກ:

https://bit.ly/3RtK60l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/