ຄະນະພັກກະຊວງ ເນັ້ນໃຫ້ພະນັກງານແກ້ໄຂບັນຫາໃຫ້ເລິກເຊິ່ງ ບໍ່ເຮັດຕາມອາລົມຈິດ ແລະ ບໍ່ແຂງກະດ້າງ

ຄະນະພັກກະຊວງ

ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະໄໝສາມັນຄົບຄະນະເປີດກວ້າງ ຄັ້ງທີ 5 ແລະ ດໍາເນີນຊີວິດພັກພາຍໃນ ສະໄໝທີ IX ປະຈຳປີ 2022 ເມື່ອວັນທີ 31 ມັງກອນ 2023 ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ), ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກທີ່ຖືກເຊີນ, ບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ປະທານ ແລະ ເລຂາອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກຮາກຖານ ມະຫາວິທະຍາໄລ ສຸພານຸວົງ, ຈຳປາສັກ, ສະຫວັນນະເຂດ, ຄະນະພັກຮາກຖານ ແລະ  ໜ່ວຍພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ວິທະຍາໄລຢູ່ທ້ອງຖິ່ນ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ກໍຄື ຄະນະພັກ, ຄະນະນຳແຕ່ລະຂັ້ນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຕະຫຼອດ 1 ປີຜ່ານມາ ແມ່ນຮັກສາໄດ້ຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເປັນເອກະພາບ, ສາມັກຄີພາຍໃນ ແລະ ພາຍນອກເປັນຢ່າງດີ, ເຮັດໃຫ້ສະຖານການສຶກສາທຸກຂັ້ນທຸກສາຍມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພເປັນຢ່າງດີ ຮັບປະກັນໄດ້ການເກີດປາກົດການຫຍໍ້ທໍ້ທີ່ຮ້າຍແຮງຂຶ້ນ; ເອົາໃຈໃສ່ຍົກສູງຄຸນະພາບຂອງການຄຸ້ມຄອງ-ບໍລິຫານ, ຄຸນະພາບຂອງບຸກຄະລາກອນ, ຄຸນະພາບຂອງການສຶກສາທຸກຊັ້ນທຸກສາຍ, ການປະຕິບັດຄາດໝາຍຂອງຂະແໜງການສຶກສາ ແລະ ກິລາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້. ແຕ່ເຖິງຢ່າງໃດກໍຕາມ, ກໍບໍ່ສາມາດປະຕິເສດໄດ້ບັນດາຂໍ້ຄົງຄ້າງທີ່ຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ພວກເຮົາທີ່ຈະຕ້ອງໄດ້ສືບຕໍ່ ແລະ ສຸມໃສ່ແກ້ໄຂບັນຫາດ້ວຍຄວາມເປັນເອກະພາບກັນ.

ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໄປເປັນ 2 ວາລະ ຄື: ກອງປະຊຸມສະໄໝສາມັນຄົບຄະນະເປີດກວ້າງ ຄັ້ງທີ 5 ໂດຍໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກກະຊວງ ປະຈຳປີ 2022 ແລະ ແຜນວຽກຈຸດສຸມ ປະຈຳປີ 2023; ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ທິດທາງແຜນວຽກຈຸດສຸມ ປີ 2023; ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI. ສ່ວນວາລະທີ 2 ກອງປະຊຸມດໍາເນີນຊີວິດພັກພາຍໃນຄະນະບໍລິຫານງານພັກກະຊວງ ສະໄໝທີ IX ປະຈຳປີ 2022 ໂດຍຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ໄດ້ພ້ອມກັນດຳເນີນຊີວິດການເມືອງ ປະຈຳປີ 2022 ເພື່ອສຳຫຼວດກວດກາການນຳພາລວມຂອງຄະນະພັກພວກເຮົາ ລົງເລິກຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະພັກກະຊວງ ໂດຍສະເພາະການນຳພາຈັດຕັ້ງຜັນຂະຫຍາຍ ມະຕິ IX ຂອງອົງຄະນະພັກກະຊວງ ແລະ ມະຕິ XI ຂອງສູນກາງພັກ ກໍຄື ການແກ້ໄຂບັນຫາ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນກົມກອງທີ່ຕົນເອງຮັບຜິດຊອບ ແນໃສ່ຊອກໃຫ້ເຫັນດ້ານຕັ້ງໜ້າ, ບັນຫາຄົງຄ້າງ, ທິດທາງ, ວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນ.

ຄະນະພັກກະຊວງ

ພ້ອມດຽວກັນນັ້ນ, ສະຫາຍເລຂາຄະນະພັກກະຊວງ ຍັງໄດ້ຮຽກຮຽກຮ້ອງໃຫ້ທຸກສະຫາຍທີ່ເຂົ້າຮ່ວມຕ້ອງໄດ້ຍົກສູງສະຕິຄວາມຮັບຜິດຊອບການເມືອງ, ຄວາມຄ່ອງແຄ້ວ, ການປະດິດສ້າງເຂົ້າໃນການປັບປຸງ, ແກ້ໄຂບັນຫາໃຫ້ເລິກເຊິ່ງ, ມີເຫດມີຜົນທີ່ສຸດ, ບໍ່ເຮັດຕາມອາລົມຈິດ, ບໍ່ແຂງກະດ້າງ, ແຕ່ຕ້ອງມີຄວາມເດັ່ດດ່ຽວ; ຕີລາຄາໃຫ້ຖືກຕ້ອງ, ຊັດເຈນ, ຊີ້ໃຫ້ເຫັນຂໍ້ຄົງຄ້າງ-ຈຸດບົກພ່ອງ, ສິ່ງທີ່ຍັງຄົງຄ້າງ ເພື່ອຊອກໃຫ້ໄດ້ທິດທາງການປັບປຸງ ໃຫ້ແທດກັບຕົວຈິງ ແລະ ທັນການ ໂດຍສະເພາະແມ່ນຄວາມກ້າຫານໃນການຕໍານິຕິຕຽນຕົນເອງ, ຮັບຜິດ-ຮັບຊອບຕໍ່ໝາກຜົນທີ່ຍາດໄດ້ ແລະ ຂໍ້ຂາດຕົກບົກພ່ອງ ໂດຍຜ່ານພຶດຕິກຳຕົວຈິງ ໃນການນຳພາຈັດຕັ້ງປະຕິບັດ ມະຕິ IX ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX ໃນ 1 ປີຜ່ານມາ.

ພ້ອມດຽວກັນນັ້ນ, ຍັງໃຫ້ພ້ອມກັນສືບຕໍ່ເພີ່ມທະວີການເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ແກ້ໄຂແນວຄິດຄອງເດີມ, ອາຍາສິດ, ແນວຄິດເອກະຊົນ, ການສວຍໃຊ້ໜ້າທີ່ຕຳແໜ່ງ, ການສໍ້ລາດບັງຫຼວງ, ການຟຸມເຟືອຍ, ເພີ່ມທະວີມາດຕະການຕ້ານການເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກສູງສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕອບຕ້ານໃຫ້ທັນການຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ; ເພີ່ມທະວີເອົາໃຈໃສ່ນຳພາ-ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານໃຫ້ໄປຕາມທິດຊີ້ນຳຂອງສູນກາງພັກ, ໄປຕາມແຜນກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂອງກະຊວງ, ບັນດາຫ້ອງການ, ກົມກອງທີ່ໄດ້ຮັບຮອງນັ້ນຢ່າງເປັນລະບົບ, ສ້າງເງື່ອນໄຂໃຫ້ເຂົາເຈົ້າເຫຼົ່ານັ້ນ ໄດ້ຮັບການຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະ, ລົງຮາກຖານ ເພື່ອທົດສອບ, ກໍ່ສ້າງໃນຂະບວນການວຽກງານຕົວຈິງ; ເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກຳໃນການຄຸ້ມຄອງ-ບໍລິຫານລັດທີ່ຈຳເປັນໃຫ້ເປັນລະບົບຮັດກຸມ, ປັບປຸງກົງຈັກການຈັດຕັ້ງ ຕ້ອງຕິດພັນກັບການສັບຊ້ອນ, ຈັດວາງພະນັກງານໃສ່ຕຳແໜ່ງງານຕ່າງໆໃຫ້ມີຄວາມສອດຄ່ອງ, ຄົ້ນຄວ້າຫຼຸດຜ່ອນຈຳນວນລັດຖະກອນລົງດ້ວຍມາດຕະການຕ່າງໆທີ່ເໝາະສົມ; ເອົາໃຈໃສ່ວຽກງານແຜນການ ແລະ ງົບປະມານ, ວຽກງານວິຊາສະເພາະ ກໍຄື ວຽກງານວິຊາການຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ວຽກງານການສຶກສານອກໂຮງຮຽນ ແລະ ສືບຕໍ່ການຮ່ວມມືກັບຕ່າງປະເທດ ແລະ ຍາດແຍ່ງການຊ່ວຍເຫຼືອຈາກເພື່ອນມິດສາກົນ ແລະ ຄູ່ຮ່ວມພັດທະນາໃຫ້ຫຼາຍຂຶ້ນ; ເພີ່ມທະວີການນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາຢ່າງເປັນປົກກະຕິ ແລະ ເຂັ້ມງວດ, ເອົາໃຈໃສ່ຊີ້ນຳການແກ້ໄຂຜົນຂອງການກວດສອບ, ການກວດກາ ທີ່ຕິດພັນກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ.

ຄະນະພັກກະຊວງ

ຂອບໃຈຂໍ້ມູນຈາກ:

https://bit.ly/3lc6i2H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/