ລັດຖະບານ ພິຈາລະນາຮັບຮອງເອກະສານຫຼາຍສະບັບ ເພື່ອການພັດທະນາ ເສດຖະກິດ-ສົງຄົມ


ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2024 ໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານຫຼາຍສະບັບ ເພື່ອຊຸກຍູ້ການຄ້າການລົງທຶນ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແລະ ປົກປ້ອງຄວາມໝັ້ນຄົງຂອງຊາດ.

ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26 ແລະ ອັດລົງໃນຕອນເຊົ້າວັນທີ 27 ມີນາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2024.

ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງກຳນົດເນື້ອໃນ ຂອງບັນດາຮູບແບບການລົງທຶນ ໃຫ້ສອດຄ່ອງ ແລະ ຈະແຈ້ງກວ່າເກົ່າ ໂດຍສະເພາະ ການກຳນົດດ້ານມາດຖານເຕັກນິກ ແລະ ປະຕິບັດພັນທະຕ່າງໆ ເພື່ອໃຫ້ສາມາດຊຸກຍູ້ ແລະ ຄຸ້ມຄອງການລົງທຶນໃນເຂດທ່າບົກໄດ້ຢ່າງມີປະສິດທິຜົນ.

ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ (ສະບັບປັບປຸງ) ໂດຍແນໃສ່ການກຳນົດ ຂອບເຂດການນຳໃຊ້ກົດໝາຍ ໂດຍສະເພາະ ຜູ້ລົງທຶນຢູ່ ສປປ ລາວ ມີຈຸດປະສົງໄປລົງທຶນຢູ່ຕ່າງປະເທດ ເຊິ່ງຕິດພັນກັບການພິຈາລະນາອະນຸມັດທຶນ ເພື່ອນຳໄປລົງທຶນຢູ່ຕ່າງປະເທດ

ນອກຈາກນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ຮອດປີ 2030, ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການດຳລົງຊີວິດ ຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ (ສະບັບປັບປຸງ), ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ (ສະບັບປັບປຸງ), ພ້ອມພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນຍຸດທະສາດ ການພັດທະນາຄວາມປອດໄພທາງໄຊເບີແຫ່ງຊາດ ຮອດປີ 2030.

ສຳລັບວຽກງານໃນເດືອນ ເມສາ 2024 ລັດຖະບານເຫັນດີ ໃຫ້ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ການສົ່ງອອກສິນຄ້າ, ການບໍລິການດ້ານຕ່າງໆ, ການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນພາຍໃນ, ພ້ອມທັງ ຊອກໃຫ້ເຫັນໝວດສິນຄ້າ ທີ່ລາຄາເໜັງຕີງຫຼາຍ ທີ່ເປັນສາເຫດພາໃຫ້ເງິນເຟີ້ສູງ ແລ້ວມີມາດຕະການແກ້ໄຂຢ່າງມີຈຸດສຸມ.

ໂດຍລັດຖະບານຈະສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດໃຫ້ໄດ້ຫຼາຍຂຶ້ນ ຈາກແຫຼ່ງລາຍຮັບຂົງເຂດເສດຖະກິດປາຍແຫຼມ ໂດຍສະເພາະ ລາຍຮັບຈາກຂະແໜງການບໍ່ແຮ່, ຂະແໜງການທ່ອງທ່ຽວ ແລະ ອື່ນໆ ຄຽງຄູ່ກັບການຄົ້ນຄວ້າຖານລາຍຮັບໃໝ່ອື່ນໆ ທີ່ມີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/