ລັດຖະບານສະເປນອອກນະໂຍບາຍໃຫ້ປະຊາຊົນຂຶ້ນລົດໄຟໄລຍະໃກ້-ກາງຟຣີທົ່ວປະເທດ ເພື່ອຊ່ວຍແກ້ບັນຫາເງິນເຟີ້-ຄ່າຄອງຊີບສູງ

ລັດຖະບານ

ຫຼາຍປະເທດທົ່ວໂລກໃນຂະນະນີ້ແມ່ນກໍາລັງປະເຊີນກັບພາວະເສດຖະກິດທີ່ຄ່າຄອງຊີບພຸ່ງຂຶ້ນສູງຢ່າງຕໍ່ເນື່ອງ ເຊິ່ງນັ້ນມັນສົ່ງຜົນໃຫ້ຄ່າບໍລິການຂົນສົ່ງສາທາລະນະຕ້ອງໄດ້ມີການປັບປ່ຽນໄປນຳ ແລະຜູ້ໄດ້ຮັບຜົນກະທົບດັ່ງກ່າວກໍແມ່ນປະຊາຊົນຕັ້ງແຕ່ຜູ້ປະກອບການຈົນເຖິງຜູ້ທີ່ມີລາຍໄດ້ໜ້ອຍ.

ລັດຖະບານ

ດ້ວຍເຫດນີ້ເຮັດໃຫ້ຫຼາຍປະເທດທົ່ວໂລກໄດ້ເລີ່ມອອກນະໂຍບາຍຕ່າງໆ ເພື່ອເປັນການຊ່ວຍເຫຼືອປະຊາຊົນ ເຊິ່ງສະເປນກໍເປັນໜຶ່ງໃນປະເທດທີ່ໄດ້ເຮັດແບບນັ້ນ ໂດຍໄດ້ປະກາດໂຄງການໃຫ້ປະຊາຊົນນັ່ງລົດໄຟໄລຍະໃກ້ ແລະ ໄລຍະກາງໄດ້ຟຣີທົ່ວປະເທດ ເລີ່ມຕົ້ນຕັ້ງແຕ່ວັນທີ 1 ກັນຍາ 2022 ໄປຈົນຮອດວັນທີ 31 ທັນວາ 2022 ເພື່ອແກ້ບັນຫາເງິນເຟີ້ ຄ່າຄອງຊີບທີ່ສູງຂຶ້ນ.

ລັດຖະບານ

ຜູ້ທີ່ຈະສາມາດເຂົ້າຮ່ວມໂຄງກາຍນີ້ແມ່ນມີທັງປະຊາຊົນພາຍໃນປະເທດ ແລະນັກທ່ອງທ່ຽວຕ່າງຊາດ ເຊິ່ງສາມາດສະໝັກບັດເດີນທາງເພື່ອໃຊ້ຂຶ້ນລົດໄຟທີ່ແລ່ນພາຍໃນເມືອງ ຫຼືລົດໄຟໄລຍະກາງທີ່ແລ່ນລະຫວ່າງເມືອງຕໍ່ເມືອງ ທີ່ດໍາເນີນການໂດຍການລົດໄຟສະເປນ (‘Renfe’) ແລະ ໂຄງການນີ້ມີງົບຂອງລັດຖະບານສະໜັບສະໜູນເຖິງ 221 ລ້ານຢູໂຣ.

ຢ່າງໃດກໍດີ ສຳລັບໂຄງການນີ້ແມ່ນຍັງມີເງື່ອນໄຂຢູ່ບ່ອນວ່າຜູ້ໂດຍສານຈະຕ້ອງມັດຈໍາເງິນຈໍານວນ 10 ຢູໂຣ ຫຼື ປະມານ 150,000 ກີບສຳລັບສາຍລົດໄຟທີ່ແລ່ນໃນເມືອງ ແລະ 20 ຢູໂຣ ປະມານ 300,000 ກີບ ສຳລັບສາຍລົດໄຟໄລຍະກາງຈຶ່ງສາມາດນຳໃຊ້ບັດໄດ້ ແລະ ຜູ້ໂດຍສານຈະສາມາດຂໍມັດຈໍາໄດ້ຄືນກໍຕໍ່ເມື່ອນຳໃຊ້ບັດຂຶ້ນລົດໄຟຢ່າງໜ້ອຍ 16 ຖ້ຽວກ່ອນທ້າຍເດືອນທັນວາ 2022 ນີ້.

ລັດຖະບານ

ແລະກ່ອນໜ້ານີ້ໃນເດືອນມິຖຸນາ 2022 ລັດຖະບານສະເປນກໍເຄີຍລົດລາຄາປີ້ລົດໄຟ 50% ສຳລັບລົດໄຟທີ່ດໍາເນີນການດ້ວຍ Renfe ເພື່ອເປັນການຊ່ວຍເຫຼືອຄ່າໃຊ້ຈ່າຍໃຫ້ກັບຜູ້ໂດຍສານ. ແຕ່ຫຼັງຈາກທີ່ນາຍົກລັດຖະມົນຕີ Pedro Sánchez ຂອງສະເປນໄດ້ພິຈາລະນາສະຖານະການເງິນທາງປະເທດອີກຄັ້ງ ຈຶ່ງໄດ້ຕັດສິນໃຈເປີດໃຫ້ປະຊາຊົນຂຶ້ນລົດໄຟຟຣີໄປຈົນຮອດທ້າຍປີນີ້.

ລັດຖະບານ

ໂດຍຈຸດປະສົງຫຼັກຄື ເພື່ອເປັນການບັນເທົາຜົນກະທົບຂອງປະຊາຊົນຈາກຄ່າຄອງຊີບທີ່ສູງຂຶ້ນໃນປະເທດ “ຂ້ອຍຮູ້ດີເຖິງຄວາມທຸກຍາກລໍາບາກທີ່ປະຊາຊົນຕ້ອງປະເຊີນໃນຊີວິດປະຈໍາວັນ ຂ້ອຍຮູ້ວ່າເງິນເດືອນທີ່ພວກເຈົ້າໄດ້ມັນໜ້ອຍລົງເລື້ອຍໆ ຂ້ອຍຮູ້ວ່າເງິນມັນຫາຍາກ ແລະເຄື່ອງໃຊ້ແຕ່ລະອັນກໍແພງຂຶ້ນເລື້ອຍໆ”  ນາຍົກ Pedro Sánchez ຂອງສະເປນໄດ້ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ