ລັດຖະບານວາງເປົ້າໝາຍ ປີ 2024 ຈະດຶງດູດນັກລົງທຶນ ໃຫ້ສູງເຖິງ 32.435 ຕື້ກີບ


ໃນປີ 2024 ລັດຖະບານໄດ້ວາງຄາດໝາຍດຶງດູດນັກລົງທຶນຈາກເອກະຊົນ ພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 32.435 ຕື້ກີບ. ພ້ອມທັງເລັ່ງຊຸກຍູ້, ຕິດຕາມ ແລະ ກວດກາປະຕິບັດສັນຍາ, ການປະຕິບັດພັນທະພາສີ-ອາກອນອື່ນໆ.

ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງນາຍົກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມວຽກງານຂະແໜງແຜນການ ແລະ ການລົງທຶນ ປະຈຳປີ 2023 ວ່າ: ແຜນການລົງທຶນຂອງລັດ ປະຈຳປີ 2024 ສະເພາະການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຈຳນວນ 32.435 ຕື້ກີບ. ໃນຂະນະ ທີີ່ທຶນຈາກການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ຈຳນວນ 15.449 ຕື້ກີບ.

ສຳລັບການຄຸ້ມຄອງທຶນຈາກການຊ່ວຍເຫຼືອເພື່ອພັດທະນາ ODA ຈຳນວນ 15.449 ຕື້ກີບ ສະເໜີໃຫ້ຂະແໜງການ, ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຊຸກຍູ້ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ໃຫ້ແກ່ຄູ່ຮ່ວມພັດທະນາ ແລະ ປະເທດເພື່ອນມິດຕ່າງໆໃນການປະຕິບັດຕາມສັນຍາທີ່ໄດ້ຕົກລົງກັນແລ້ວໃຫ້ໄປຕາມແຜນການວາງໄວ້, ພ້ອມດຽວກັນນີ້ ກໍໃຫ້ເປັນເຈົ້າການຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດພັນທະສັນຍາ ທີ່ລັດຖະບານໄດ້ໃຫ້ຄຳໝັ້ນສັນຍາໄວ້ກັບຄູ່ຮ່ວມພັດທະນາ. ຍົກລະດັບຄວາມສາມາດຂອງຂະແໜງການ ແລະ ທ້ອງຖິ່ນໃນການນຳໃຊ້ທຶນ ODA ໃຫ້ທັນການ ແລະ ມີປະສິດທິພາບສູງ.

ການຈັດຕັ້ງປະຕິບັດທຸກແຫຼ່ງທຶນ ຂອງການຊ່ວຍເຫຼືອທາງການເພື່ອພັດທະນາ ແມ່ນສອດຄ່ອງກັບດຳລັດສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ນິຕິກຳທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/