ລັດຖະບານຈີນ ສັ່ງຫ້າມນັກກິລາບານເຕະທີມຊາດ ມີຮອຍສັກ ແລະ ບອກໃຫ້ຄົນທີ່ມີຮອຍສັກລຶບອອກ ຫຼື ປົກປິດໄວ້ເພື່ອເປັນແບບຢ່າງທີ່ດີ


ວ່າດ້ວຍເລື່ອງກົດໝາຍແຕ່ລະປະເທດກໍຈະມີກົດໝາຍທີ່ແຕກຕ່າງກັນອອກໄປ ປະເທດຈີນກໍເປັນປະເທດໜຶ່ງທີ່ມີກົດໝາຍອອກມາໃຫ້ປະຊາຊົນໄດ້ປະຕິບັດ ເຊິ່ງລັດຖະບານເນັ້ນເຖິງຄວາມສຳຄັນຂອງປະຊາຊົນເປັນຫຼັກ ແລະ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຕ່າງໆທີ່ລັດໄດ້ວາງອອກ. ຜ່ານມາກໍມີການອອກກົດໝາຍສະບັບໃໝ່ເປັນຈຳນວນຫຼາຍດ້ານພໍສົມຄວນ ທີ່ເດັ່ນໆສຸດກໍຄົງແມ່ນກົດໝາຍການຮຽນ, ບັນເທີງ, ເກມ ແລະ ອື່ນໆ ເພື່ອແນໃສ່ປັບປ່ຽນປະເທດໃຫ້ກ້າວໄກ ແລະ ພັດທະນາໃນແບບທີ່ລັດຖະບານວາງໄວ້.

ການສັກລາຍກໍເປັນກົດໝາຍໜຶ່ງທີ່ສຳຄັນສຳລັບຈີນ ເຊິ່ງລັດຖະບານຫ້າມ ຫຼື ກຳນົດໃຫ້ເປັນສິ່ງທີ່ຜິດກົດໝາຍໃນປະເທດ ແລະ ໄດ້ສັ່ງຫ້າມນັກກິລາບານເຕະທີມຊາດທຸກຄົນມີຮອຍສັກໃນຮ່າງກາຍເດັດຂາດ ເພື່ອເປັນກາສ້າງພາບລັກທີ່ດີຕໍ່ສາຍຕານານາຊາດທີ່ໄດ້ພົບເຫັນ ເມື່ອມີການຖ່າຍທອດສົດເຕະບານ ເພາະການຖ່າຍທອດສົດ ຫຼາຍປະເທດສາມາດເຫັນໄດ້.

ໃນປີ 2018 ຄະນະບໍລິຫານກິລາທົ່ວໄປຂອງຈີນ (GAS) ເຄີຍຮ່າງກົດໝາຍກ່ຽວກັບເລື່ອງສັກລາຍມາແລ້ວ ເຊິ່ງບັງຄັບໃຫ້ນັກກິລາທີ່ມີຮອຍສັກຢູ່ໃນຮ່າງກາຍ ຖ້າຫາກໃຜມີກໍຕ້ອງໃສ່ເສື້ອແຂນຍາວ ຫຼື ຫາຫຍັງມາປິດບັງຮອຍສັກລາຍໄວ້. ລວມທັງໃຫ້ນັກກິລາເຕະບານທັງຍິງ ແລະ ຊາຍ ທີມຊາດຈີນ ຫ້າມຈົ່ງຜົມຍາວ, ເຮັດສີຜົມ ແລະ ເຮັດຊົງຜົມແປກປະຫຼາດ ຫາກບໍ່ປະຕິບັດຈະຖືກໄລ່ອອກຈາກທີມຊາດທັນທີ.

ຫຼ້າສຸດ ວັນທີ 30 ທັນວາ 2021 ທີ່ຜ່ານມາ ໄດ້ອອກກົດເນັ້ນເຖິງເລື່ອງຮອຍສັກອີກຄັ້ງ ໂດຍຄັ້ງນີ້ເພີ່ມຄຳສັ່ງລຶບຮອຍສັກອອກຈາກຮ່າງກາຍໃຫ້ໝົດ ຖ້າຫາກບໍລຶບກໍຕ້ອງປິດໃຫ້ໝົດບໍ່ໃຫ້ເຫັນຮອຍສັກ ແລະ ໃນສ່ວນນັກກິລາເຕະບານຕ່ຳກວ່າ U-23 ກໍຫ້າມມີຮອຍສັກເດັດຂາດ.

ທາງຄະນະກຳມະການບໍລິຫານກິລາທົ່ວໄປຂອງຈີນ (GAS) ໄດ້ເສີມເຫດຜົນວ່າ: ການທີ່ຫ້າມບໍ່ໃຫ້ສັກລາຍ ກໍເນື່ອງຈາກຢາກໃຫ້ເປັນແບບຢ່າງທີ່ດີຂອງສັງຄົມ, ເສີມສ້າງການສຶກສາຄວາມຮັກຊາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/