ທີ່ມາຂອງຜົນງານສິລະປະ “ນັກການເມືອງທີ່ກຳລັງປຶກສາຫາລືກັນເຖິງບັນຫາໂລກຮ້ອນ”


ຜົນງານສິລະປະດັງໆຫຼາຍອັນ ອາດຈະເບິ່ງແລ້ວບໍ່ສາມາດເຂົ້າເຖິງໄດ້ ບໍ່ວ່າຈະເປີດຮັບແນວໃດ. ແຕ່ນັ້ນກໍບໍ່ແມ່ນສິ່ງຈະມາຕັດສິນຜິດຖືກ, ບາງເທື່ອກໍອາດຈະເປັນທີ່ຣົດສະນິຍົມຂອງແຕ່ລະຄົນທີ່ແຕກຕ່າງກັນ ທີ່ເປັນຕົວນຳພາໃຫ້ສາມາດເຂົ້າໃຈສິລະປະແຕກຕ່າງກັນອອກໄປ. ເຖິງຢ່າງໃດກໍຕາມ, ເທື່ອນີ້ Isacc Cordal ກໍໄດ້ສ້າງຜົນງານທີ່ລ້ຳເລິກ ຈົນທຸກຄົນເບິ່ງແລ້ວຕ້ອງຮູ້ສຶກໄດ້ເຖິງການສຽດສີໃນນັ້ນທັນທີ, ຜົນງານດັ່ງກ່າວນັ້ນມີຊື່ວ່າ “ຕາມຫົວໜ້າ” ຫຼື “Follow the Leaders” ເຊິ່ງໜຶ່ງໃນຮູບຖ່າຍຈາກຜົນງານຂອງລາວ ໄດ້ມາກາຍເປັນຮູບດັງໃນໂລກອິນເຕີເນັດ ໂດຍຜ່ານການຕັ້ງຊື່ຈາກກຸ່ມຄົນໄວໜຸ່ມວ່າ “ນັກການເມືອງທີ່ກຳລັງປຶກສາຫາລືກັນເຖິງບັນຫາໂລກຮ້ອນ”

Isaac Cordal ແມ່ນສິລະປິນຊາວສະເປນທີ່ຈະເນັ້ນການປັ້ນແກະສະຫຼັກ ແລະ ການຖ່າຍພາບ ໂດຍກ່ຽວເຖິງສະພາບແວດລ້ອມຂອງເມືອງ. ຊຸດຜົນງານ Follow the Leaders ເປັນການຈັດວາງສິລະປະ ທີ່ຕົວສິລະປິນໄດ້ປັ້ນຫຸ່ນຫຼາຍຈຳນວນ ໃນຂະໜາດນ້ອຍ. ພາຍໃນເວລາ 3 ເດືອນ, ການປະກອບຕົວເມືອງດ້ວຍຕຶກຄອນກີດກວ່າ 2000 ຊີນກໍໄດ້ສຳເລັດ. ຂະໜາດຂອງມັນແມ່ນຢູ່ 20 ແມັດ x 18 ແມັດ ແຕ່ຈະຈັດວາງສະແດງໃນຂະໜາດ ແລະ ຮູບແບບທີ່ແຕກຕ່າງກັນອອກໄປຕາມສະຖານທີ່ທີ່ໄດ້ວາງສະແດງ. ເຊັ່ນຜົນງານ Follow the Leaders ກ່ອນໜ້າທີ່ໄດ້ຈັດສະແດງຢູ່ທີ່ Nantes, ປະເທດຝຣັ່ງ. ຕໍ່ມາທີ່  Milano (ປະເທດອິຕາລີ), De Panne (ປະເທດເບລຢຽມ), London (ປະເທດອັງກິດ) ແລະ Berlin (ປະເທດເຢຍລະມັນ) ແນ່ນອນວ່າແຕ່ລະສະຖານທີ່ແມ່ນໄດ້ຈັດວາງສະແດງໃຫ້ແຕກຕ່າງກັນອອກໄປ.

ຕົວເມືອງກຳລັງສະແດງໃຫ້ເຫັນເຖິງຜົນກະທົບທີ່ໄດ້ຖືກທຶນນິຍົມທຳລາຍ ເຊິ່ງຜົນງານ Follow the Leaders ນີ້ ກໍໄດ້ສະທ້ອນໃຫ້ເຫັນເຖິງການປ່ອຍປະລະເລີຍໃນສັງຄົມຂະໜາດໃຫຍ່. ມັນໄດ້ກ່າວເຖິງຄ່ານິຍົມໃນອຳນາດຂອງນັກທຸລະກິດໃຫຍ່ ທີ່ກ່າວວ່າຕົນເຮັດວຽກກ່ຽວກັບບັນຫາໂລກຮ້ອນ. ນອກຈາກນັ້ນຍັງມີບັນດາຄົນອື່ນໆ ທີ່ຜູ້ເບິ່ງສາມາດເຂົ້າໃຈໄດ້ໃນການໃຊ້ຊີວິດທົ່ວໄປຂອງພວກເຂົາບໍ່ວ່າຈະເປັນການໃຊ້ເວລາວ່າງ, ນັ່ງຖ້າລົດເມ ໄປຈົນຮອດອາລົມເສົ້າໝອງເຊັ່ນການສູນເສຍຄອບຄົວ ຫຼື ຂ້າຕົວຕາຍ.

ໜຶ່ງໃນພາບຖ່າຍທີ່ດັງທີ່ສຸດຈາກຜົນງານຊຸດນີ້ ແລະ ໄດ້ຖືກເອີ້ນໃນຊື່ໃໝ່ໂດຍໂລກອອນລາຍວ່າ “ນັກການເມືອງທີ່ກຳລັງປຶກສາຫາລືກັນເຖິງບັນຫາໂລກຮ້ອນ” ແມ່ນຜົນງານທີ່ Berlin, ປະເທດເຢຍລະມັນ.​ ການຕັ້ງຊື່ໃໝ່ໄດ້ສ້າງຄວາມສົນໃຈຕໍ່ສັງຄົມຫຼາຍ, ເຖິງຂະໜາດທີ່ຕົວສິລະປິນເອງ ກໍອອກມາສະໜັບສະໜູນກັບຊື່ນີ້. ເມື່ອສັງຄົມຂອງຄົນຍຸກໃໝ່ ກຳລັງຕ້ອງການຮຽກຮ້ອງການຄຳນຶງເຖິງບັນຫາໂລກຮ້ອນ. ຮູບພາບຂອງຜົນງານນີ້ກໍເປັນແວ່ນສະທ້ອນທີ່ເຈັບແສບແກ່ບັນດານັກການເມືອງທີ່ເຂົ້າປະຊຸມແຕ່ກໍບໍ່ໄດ້ປະຕິບັດສິ່ງໃດທີ່ຊ່ວຍໂລກຮ້ອນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/