ຢູເຄຣນຍື່ນໃບສະໝັກເຂົ້າເປັນສະມາຊິກ NATO ຢ່າງເປັນທາງການ ຫຼັງ ປູ ຕິນ ເຊັນຮອງຮັບດິນແດນຂອງຢູເຄຣນ ເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ

ຢູເຄຣນ

ຢູເຄຣນ

ເມື່ອວັນທີ 30 ກັນຍາ 2022 ສືບເນື່ອງຈາກກໍລະນີປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍໄດ້ປະກາດເຊັນຮອງຮັບເອົາ 4 ດິນແດນຂອງຢູເຄຣນໄດ້ແກ່ ລູຮານສ, ໂດເນສ, ຊາປໍຣິເຊຍ ແລະ ເຄຊອນເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ ເຊິ່ງຫຼັງຈາກນັ້ນບໍ່ເທົ່າໃດຊົ່ວໂມງ ທາງການຢູເຄຣນກໍໄດ້ມີການເຄື່ອນໄຫວຕອບໂຕ້ ໂດຍການປະກາດຍື່ນໃບສະໝັກເຂົ້າເປັນສະມາຊິກອົງກອນສົນທິສັນຍາແອດແລນຕິກເໜືອ ຫຼື NATO ຜ່ານຊ່ອງທາງເລັ່ງລັດ (fast-track) ຢ່າງເປັນທາງການແລ້ວໃນມື້ດຽວກັນ.

ຢູເຄຣນ

ໂດຍປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນໄດ້ລະບຸວ່າ ຢູເຄຣນກໍາລັງເດີນໜ້າສະໝັກເຂົ້າເປັນສະມາຊິກ NATO ຜ່ານຊ່ອງທາງເລັ່ງລັດພິເສດ ໂດຍເບິ່ງວ່າມີຄວາມເປັນໄປໄດ້ທີ່ຄໍາຍື່ນຈະສຳເລັດ ເນື່ອງຈາກຟິນແລນແລະສະວີເດັນກໍເລີ່ມຂະບວນການທີ່ມີຄວາມຄ້າຍຄືກັນໄປກ່ອນແລ້ວ ເມື່ອໄລຍະຫຼາຍເດືອນທີ່ຜ່ານມານີ້.

ຜູ້ນຳຢູເຄຣນກ່າວອີກວ່າ ຢູເຄຣນເປັນປະເທດທີ່ມີຄ່ານິຍົມຂອງປະຊາຄົມຢູໂຣ-ແອດແລນຕິກ ເພາະວ່າມີພະລັງທີ່ມີຊີວິດ, ມີຄວາມແຂງແກ່ນຂອງປະເທດຊາດທີ່ສູ້ເພື່ອເສລີພາບ ແລະ  ຄວາມແຂງແກ່ນຂອງນານາຊາດທີ່ຮ່ວມຮົບການຕໍ່ສູ້ຄັ້ງນີ້.

ຢູເຄຣນ

“ເຮົາເປັນພັນທະມິດໃນທາງປະຕິບັດຢູ່ແລ້ວ ນັ້ນຄືສິ່ງທີ່ບັນລຸໄປແລ້ວ ເຮົາຈຶ່ງເດີນໜ້າມາເຖິງຈຸດໝາຍເທິງຫົນທາງສູ່ NATO ໃນທາງປະຕິບັດເຮົາໄດ້ພິສູດໃຫ້ເຫັນເຖິງຄວາມສາມາດໃນການເຮັດວຽກຮ່ວມກັນຕາມມາດຕະຖານຂອງພັນທະມິດ ມັນເກີດຂຶ້ນແທ້ໃນຢູເຄຣນ ເກີດຂຶ້ນແທ້ໃນສະໜາມຮົບ ແລະໃນທຸກມິຕິຂອງປະຕິສຳພັນເຮົາ” ເຊເລນສະກີ ກ່າວ.

ນອກຈາກນີ້ ເຊເລນສະກີຍັງປະກາດອີກວ່າ ສະພາຄວາມໝັ້ນຄົງຂອງຢູເຄຣນໄດ້ສິນໃຈອອກມາດຕະການຂວ້ຳບາດສະເພາະນິຕິບຸກຄົນແລະໜ່ວຍງານຂອງຣັດເຊຍ ທີ່ບໍ່ລຸກຂຶ້ນມາເວົ້າເພື່ອປົກປ້ອງມະນຸດຊາດແລະກົດໝາຍລະວ່າງປະເທດ ຫຼື ເປັນຜູ້ທີ່ມີສ່ວນກ່ຽວຂ້ອງກັບການບຸກຢູເຄຣນ ຂະນະດຽວກັນເຂົາກໍກໍາລັງພິຈາລະນາຊຸກຍູ້ຮ່າງກົດໝາຍຍຶດຊັບສິນທຸກຊະນິດມາເປັນຂອງຊາດຕໍ່ໄປນໍາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ