ເປີດຕົວແລ້ວ ສຳລັບ iPhone 14 ທີ່ຫຼາຍຄົນລໍຖ້າກັນ ແລະ ສິ່ງທີ່ກາຍເປັນທີ່ເວົ້າເຖິງເບິ່ງຄືຈະແມ່ນ iPhone Pro ແລະ Pro Max ທີ່ມີການປັບປ່ຽນ ແຖບກ້ອງໜ້າ ແລະ ເຊັນເຊີ້ດ້ານເທີງ ຫຼື ທີ່ແຟນໆເອີ້ນວ່າ ຮອຍແວ່ງ ທັງໃນຮູບຊົງ ແລະ ພັດທະນາໃຫ້ມີການໃຊ້ງານໄດ້ເພີ່ມຕື່ມອີກ.

ສຳລັບຮອຍແວ່ງຂອງ iPhone14 Pro ແລະ Pro Max ຈະຖືກປັບປ່ຽນຮູບຊົງ ຈາກຮອຍແວ່ງ ໃຫ້ກາຍເປັນ ຮູບວົງຮີ ສຳລັບກ້ອງໜ້າ ແລະ ລຳໂພງທີ່ມີຂະໜາດນ້ອຍລົງ ແລະ ໄດ້ເພີ່ມຄວາມສາມາດໃຫ້ກັບວົງຮີນີ້ ພ້ອມກັບຕັ້ງຊື່ໃຫ້ວ່າ Dynamic Island.

ເຊິ່ງຮອຍດຳຮອຍນີ້ ຈະບໍ່ເບິ່ງຄືໄຮ້ປະໂຫຍດອີກຕໍ່ໄປ ເພາະຮອຍດຳຮອຍນີ້ສາມາດຂະຫຍາຍເພື່ອສະແດງການແຈ້ງເຕືອນຕ່າງໆ ແລະ ສາມາດສະແດງຜົນສະຖານະຕ່າງໆບໍ່ວ່າຈະເປັນການຟັງເພງ, ການບັນທຶກສຽງ ການສະແດງພາບບາງສ່ວນ ເມື່ອເຮົາใຊ້ແຜນທີ່ໃນການນຳທາງ ແລະ ອື່ນໆ ໃຫ້ມີຄວາມປະສົມປະສານແບບລົງຕົວຢ່າງໄຮ້ຮອຍຕໍ່.

ສຳລັບ iPhone 14 ທີ່ເປີດຕົວໃນປີນີ້ ແມ່ນເປີດຕົວທັງໝົດ 4 ຮຸ່ນໄດ້ແກ່ iPhone14, iPhone 14 Plus, iPhone 14 Pro ແລະ iPhone 14 Pro Max. ອີກໜຶ່ງສິ່ງໜຶ່ງທີ່ໜ້າສົນໃຈກໍຄືເລື່ອງຂອງສີສັນທີ່ iPhone 14 ໃນປີນີ້ມີອອກມາຫຼາກຫຼາຍສີ ໃຫ້ເລືອກເປັນເຈົ້າຂອງ.

ໂດຍ iPhone 14 ແລະ iPhone 14 Plus ຈະມີໃຫ້ເລືອກນຳກັນ 5 ສີປະກອບມີ: ສີມ່ວງ, ສີຟ້າ, ສີ Midnight, ສີ ຂາວ starlight ແລະ ສີແດງ Red Product.
ສ່ວນ iPhone 14 Pro ແລະ iPhone 14 Pro Max ແມ່ນຈະມີສີໃຫ້ເລືອກ 4 ສີປະກອບມີ: ສີມ່ວງເຂັ້ມ, ສີເງິນ, ສີທອງ ແລະ ສີດຳ Space Grey.
ລາຄາຂອງ iPhone 14 ໃນແຕ່ລະຮຸ່ນ (ອີງຕາມສູນໄທ)
- iPhone 14
128GB ລາຄາ 32,900 ບາດ
256GB ລາຄາ 36,900 ບາດ
512GB ລາຄາ 45,900 ບາດ
- iPhone 14 Plus
128GB ລາຄາ 37,900 ບາດ
256GB ລາຄາ 41,900 ບາດ
512GB ລາຄາ 50,900 ບາດ
- iPhone 14 Pro
128GB ລາຄາ 41,900 ບາດ
256GB ລາຄາ 45,900 ບາດ
512GB ລາຄາ 54,900 ບາດ
1 T ລາຄາ 63,900 ບາດ
- iPhone 14 Pro Max
128GB ລາຄາ 44,900 ບາດ
256GB ລາຄາ 48,900 ບາດ
512GB ລາຄາ 57,900 ບາດ
1 T ລາຄາ 66,900 ບາດ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment