ໄລຍະຜ່ານມາ ຫຼາຍຄົນອາດເຄີຍໄດ້ອ່ານຜ່ານໆກ່ຽວກັບອາຊີບແປກໆທີ່ເກີດຂຶ້ນຢູ່ຕ່າງປະເທດມາແລ້ວ. ມື້ນີ້ພວກເຮົາໄດ້ຮວບຮວມເອົາອາຊີບແປກໆຈາກທົ່ວໂລກ ທີ່ມີຄົນເຮັດແທ້ ແລະ ໄດ້ເງິນແທ້ ເຊິ່ງຈະເປັນອາຊີບຫຍັງແດ່ນັ້ນ ເຮົາມາອ່ານນຳກັນເລີຍ.
- ນັກທົດສອບກິ່ນ (Odor Judge)

ທ່ານສາມາດເຂົ້າຮັບຕຳແໜ່ງເປັນຜູ້ທົດສອບກິ່ນໄດ້ ໜ້າວຽກຂອງທ່ານແມ່ນຕ້ອງພິສູດກິ່ນໃຫ້ກັບຜະລິດຕະພັນດັບກິ່ນຕ່າງໆຂອງບໍລິສັດ ເຊັ່ນ: ນ້ຳຫອມ, ໂຣອອນດັບກິ່ນຕົວ, ຢາຖູແຂ້ວ, ຢາດັບກິ່ນເກີບ. ໜ້າທີ່ຂອງທ່ານແມ່ນຕ້ອງດົມຂີ້ແຮ້, ກິ່ນປາກ ຫຼື ກິ່ນຕົວເພື່ອທົດສອບປະສິດທິພາບຂອງຜະລິດຕະພັນໃດໜຶ່ງກ່ອນທີ່ຈະຜະລິດອອກຈຳໜ່າຍ ແລະ ບາງຜະລິດຕະພັນອາດຕ້ອງໄດ້ທົດສອບປະສິດທິພາບຂອງກິ່ນເປັນແຕ່ລະໄລຍະ ເຊັ່ນ: ຫາກບໍລິສັດຈະເຮັດການຕະຫຼາດວ່າ ໂຣອອນສາມາດດັບກິ່ນຂີ້ແຮ້ກຸ້ມໄດ້ດົນຮອດ 8 ຊົ່ວໂມງ ທ່ານກໍຕ້ອງໄດ້ດົມພິສູດກິ່ນຂີ້ແຮ້ເປັນແຕ່ລະໄລຍະ ເພື່ອໝັ້ນໃຈວ່າຜະລິດຕະພັນຂອງບໍລິສັດມີຄວາມໜ້າເຊື່ອຖືເປັນໄປຕາມຄຳໂຄສະນາ.
- ຜູ້ໄວ້ອາໄລ (Mourner)

ຜູ້ໄວ້ອາໄລຈະຖືກວ່າຈ້າງໃຫ້ມີໜ້າທີ່ສະແດງຄວາມໂສກເສົ້າເສຍໃຈຜ່ານການຮ້ອງໄຫ້ສຽງດັງໃນງານຊາປະນາກິດສົບ ເຊິ່ງເປັນວັດທະນາທຳທີ່ສືບຕໍ່ກັນມາດົນນານຢູ່ປະເທດອີຢິບ ແລະ ບາງປະເທດໃນອາຊີຕາເວັນອອກສຽງໃຕ້ ໂດຍມີຄວາມເຊື່ອວ່າເປັນການສົ່ງດວງວິນຍານຂອງຜູ້ເສຍຊີວິດໃຫ້ສູ່ສຸຄະຕິ.
- ນັກເບິ່ງສີ (Paint-dry watcher)

ຖ້າທ່ານຄິດວ່າອາຊີບຂອງທ່ານໜ້າເບື່ອແລ້ວ ສະແດງວ່າທ່ານຍັງບໍ່ທັນຮູ້ຈັກອາຊີບນັ່ງເບິ່ງສີເທື່ອ. ອາຊີບນີ້ບໍ່ມີຫຍັງຫຼາຍ ຫນ້າທີ່ຂອງທ່ານຄືຕ້ອງນັ່ງເບິ່ງໄລຍະເວລາການແຫ້ງຂອງສີແຕ່ລະແບບທີ່ທາງບໍລິສັດຜະລິດສີກຽມໃຫ້ ເພື່ອທົດສອບວ່າ ສີແຕ່ລະຊະນິດໃຊ້ເວລາໃນການແຫ້ງດົນປານໃດ ເພື່ອຈະໂຄສະນາຖືກຕ້ອງຕາມຄວາມເປັນຈິງ.
- ນັກຊີມອາຫານໝາ (Dog Food Taster)
ເບິ່ງຄືວ່າຈະເປັນອາຊີບຂ້ອນຂ້າງຕະຫຼົກ ແຕ່ທີ່ມີຄົນເຮັດແທ້ ແລະ ໄດ້ຮັບຄ່າຕອບແທນສູງອີກດ້ວຍ. ໜ້າທີ່ຫຼັກຂອງອາຊີບນີ້ ແມ່ນຕ້ອງຊີມທົດສອບອາຫານໝາ ເພື່ອປຽບທຽບຄວາມແຕກຕ່າງຂອງຜະລິດຕະພັນ ແຕ່ບໍ່ແມ່ນອາຊີບທີ່ໃຜກໍສາມາດເຮັດໄດ້ ເພາະຕ້ອງເປັນຄົນທີ່ມີທັກສະສູງ, ມີຄວາມເປັນນັກວິໄຈປະສົມຢູ່ ເພາະຕ້ອງຊີມ ແລະ ດົມກິ່ນອາຫານສັດ ໂດຍຜູ້ບໍລິໂພກເອງກໍບໍ່ຢາກໄດ້ອາຫານໝາທີ່ເຮັດໃຫ້ເຮືອນມີກິ່ນເໝັນ. ພາຍຫຼັງທີ່ທົດສອບແລ້ວ ຕ້ອງຂຽນລາຍງານສົ່ງໃຫ້ພາກສ່ວນເກັບກຳຂໍ້ມູນເພື່ອນຳໄປພັດທະນາປັບປຸງຄຸນະພາບໃນຂັ້ນຖັດໄປ.
- ຜູ້ຮັບຈ້າງຕໍ່ຄິວ (Professional line stander)
ເຮັດໜ້າທີ່ລໍຖ້າເຂົ້າແຖວຕໍ່ຄິວ ເຊັ່ນ: ງານເປີດຕົວສິນຄ້າໃໝ່, ງານແຈກຂອງຮາງວັນ ຫຼື ຕໍ່ຄິວເພື່ອຊື້ເຄື່ອງໃດໜຶ່ງ ໃຫ້ແກ່ຜູ້ວ່າຈ້າງ.
- ນັກຮັບຍູ້ຄົນເຂົ້າລົດໄຟ (Train Pusher)
ຖ້າທ່ານເຄີຍໄປປະເທດຍີ່ປຸ່ນ ແລະ ໄດ້ໃຊ້ບໍລິການລົດໄຟ ທ່ານອາດຈະພໍຮັບຊາບວ່າໃນຂະບວນລົດໄຟຢູ່ປະເທດຍີ່ປຸ່ນ ມີອາຊີບໜຶ່ງທີ່ສາມາດສ້າງລາຍໄດ້ໃນຊົ່ວໂມງອັນຮີບດ່ວນ ນັ້ນຄືອາຊີບທີ່ຮັບຈ້າງຍູ້ຄົນເຂົ້າໃນລົດໄຟ ເພື່ອໃຫ້ມີພື້ນທີ່ຢູ່ ແລະ ທັນຂະບວນລົດໄຟ.
- ແຂກງານດອງຕົວປອມ (Fake wedding guest)
ເຈົ້າຂອງງານຈະວ່າຈ້າງໃຫ້ແຂກຕົວປອມຮັບໜ້າທີ່ສະແດງບົດບາດເປັນແຂກເພື່ອໄປໃນງານແຕ່ງດອງ ເພື່ອໃຫ້ງານເບິ່ງມີຄົນເຂົ້າມາຮ່ວມຫຼາຍຂຶ້ນ ແລະ ສ້າງໃຫ້ບັນຍາກາດມີຄວາມຄຶກຄື້ນຫຼາຍຂຶ້ນ.

- ນັກຕາມລ່າຫາຂີ້ລັກ (Thief hunter)
ເມື່ອຂີ້ລັກມີຫຼາຍ ຈົນຕຳຫຼວດບໍ່ສາມາດນຳຈັບໄດ້ໄວທັນໃຈ ແລະ ເມື່ອເກີດເຫດການຖືກດຶງກະເປົາເງິນ ແລະ ຕ້ອງການຈັບຂີ້ລັກໃຫ້ໄດ້ ກໍອາດຕ້ອງຫັນໄປໃຊ້ບໍລິການນັກຕາມລ່າຫາຂີ້ລັກ (Thief hunter), ພວກເຂົາມີໜ້າທີ່ໃນການໃຊ້ກົນອຸບາຍ ແລະ ເຄື່ອງມືຫຼາກຫຼາຍເພື່ອຕາມລ່າຫາຂີ້ລັກ ແລະ ນຳຊັບສິນຄືນມາໃຫ້ທ່ານ.
- ຄົນຕ່າງປະເທດມືອາຊີບ (Professional foreigner)
ໃນງານພົບປະທາງທຸລະກິດສຳຄັນ ຫຼື ງານລ້ຽງໃຫຍ່ໆ ອາດມີຄວາມຕ້ອງການຈ້າງຄົນຕ່າງປະເທດມືອາຊີບ ເພື່ອໃຫ້ເຂົ້າຮ່ວມໃນງານ ເພື່ອໃຫ້ງານເບິ່ງຫຼູຫຼາ ແລະ ໜ້າເຊື່ອຖື. ຜູ້ວ່າຈ້າງງານຈະໃຫ້ພວກເຂົາແຕ່ງຕົວໃສ່ສູດສາກົນ ແລະ ຈັບມືທັກທາຍກັບນັກທຸລະກິດຄົນສຳຄັນ.
- ຜູ້ຊ່ຽວຊານໃນການຂໍໂທດ (Professional apologizer)
ເປັນອາຊີບທີ່ຕ້ອງໃຊ້ທັກສະໃນການປະນີປະນອມສູງ ໂດຍບໍລິສັດຈະວ່າຈ້າງໃຫ້ດຳເນີນການຂໍໂທດແກ່ລູກຄ້າຂອງຕົນເຊັ່ນ: ສາຍການບິນ ເປັນຕົ້ນ ໂດຍຜູ້ທີ່ຊ່ຽວຊານໃນການຂໍໂທດຈະປະຕິບັດໜ້າທີ່ໃນການຂໍໂທດລູກຄ້າໃຫ້ແກ່ບໍລິສັດ ເພື່ອໃຫ້ລູກຄ້າເສຍຄວາມຮູ້ສຶກໜ້ອຍທີ່ສຸດ.
ນອກຈາກທີ່ໄດ້ກ່າວມາຂ້າງເທິງນີ້ ຍັງມີອີກຫຼາຍອາຊີບແປກອື່ນໆເຊິ່ງເກີດຂຶ້ນໃໝ່ທຸກໆປີ. ແລ້ວທ່ານເດ ຈະເລືອກເຮັດອາຊີບໃດ?
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/