ພ້ອມຢ້ອນໄວກັນແລ້ວບໍ່! ສິລະປິນຍຸກ 90s ຈາກຄ້າຍ RS ກຽມຈັດຄອນເສີດໃຫຍ່ໃນກາງເດືອນທັນວາ 2022 ນີ້

ສິລະປິນຍຸກ 90s

ຂ່າວດີຂອງແຟນຄລັບເພງຍຸກ 90s ຂອງຄ້າຍ RS ມາຮອດແລ້ວ ເພາະຫຼ້າສຸດນີ້ທາງຄ້າຍໄດ້ປະກາດທີ່ຈະຈັດຄອນເສີດໃຫຍ່ໂດຍມີຊື່ວ່າ “RS Meeting Concert 2022 : Dance Marathon” ໃນວັນທີ 17 ທັນວາ 2022 ນີ້ ໂດຍຄອນເສີດນີ້ຈະມາໃນຄອນເຊັບເຕັ້ນແບບມາຣາທອນ ແບບບໍ່ມີຢຸດ ແລະ ໄດ້ລວມເອົາສິລະປິນລະດັບຕໍານານຂອງຍຸກ 90s ມາໃຫ້ແຟນເພງໄດ້ເຊົາຄິດຮອດ.

ທັງນີ້ ສິລະປິນທີ່ຈະມາສະແດງໃນຄອນເສີດຄັ້ງນີ້ມີຫຼາຍເຖິງ 15 ຊີວິດເຊັ່ນ: ແຣັບເຕີ, ລິຟ-ອອຍ, ເຈມ ເຣືອງສັກ, ໂດມ ປະກອນ ລໍາ, ທັດ ນະ ຕະກົ່ວທຸ່ງ ແລະ ອີກຫຼາຍຄົນ…ທີ່ພ້ອມຈະພາເຮົາມາເຕັ້ນກັບເພງຮິດໃນອະດີດຢ່າງ “เกรงใจ”, “รมณ์บ่จอย”, “ไม่อาจเปลี่ยนใจ”, “ยิ่งรักเธอ”, “เท้าไฟ”, “สมชายจรดปลายเท้า”, “ถอนสายบัว”, “กระดุ๊กกระดิ๊ก”, “โธ่เอ๊ย”, “ตะลึง” และ “หลุดโลก”.

ສິລະປິນຍຸກ 90s

ໃຜທີ່ເປັນແຟນຄລັບເພງຍຸກ 90s ຂອງ RS ບອກໄດ້ເລີຍຫ້າມພາດ ເພາະນອກຈາກການສະແດງທີ່ເຕັມໄປດ້ວຍຄວາມມ່ວນຊື່ນແລ້ວ ເຮົາຍັງຈະໄດ້ຢ້ອນໄປເອົາຄວາມຊົງຈໍາໃນອະດີດກັບມາອີກຄັ້ງ.


ສໍາລັບຄົນອາຍຸ 30+ ຫຼື ຫຼາຍກວ່ານັ້ນກໍໜ້າຈະຄຸ້ນເຄີຍກັບເພງຂອງບັນດາສິລະປິນຈາກຄ້າຍ RS ເປັນຢ່າງດີ ເພາະແຕ່ລະເພງທີ່ຖືກປ່ອຍອອກມາມີສະໄຕລ໌ທີ່ເປັນເອກະລັກສະເພາະຕົວ ພ້ອມນັ້ນມັນຍັງໄດ້ສ້າງຊື່ສຽງ, ຄວາມໂດ່ງດັງໃຫ້ກັບເຈົ້າຂອງຜົນງານອີກດ້ວຍ. ນອກຈາກນີ້ ເຖິງຈະຜ່ານມາຫຼາຍສິບປີບັນດາຜົນງານເພງທີ່ໂດ່ງດັງໃນອະດີດກໍຍັງບໍ່ຖືກລົບເລືອນຫາຍໄປ ແລະ ຍັງເປັນທີ່ນິຍົມໃນຍຸກປັດຈຸບັນຢູ່.

ສຳລັບລາຍລະອຽດການຈອງບັດສາມາດເບິ່ງຕື່ມໄດ້ທີ່: https://cutt.ly/JCoBo3Z

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ